ວັນອັງຄານ ທີ 17 ພະຈິກ 2026ອັບເດດລ່າສຸດ 19:46ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ບໍລິສັດ ບີເອັມ ກໍ່ສ້າງ ສົນໃຈລົງທຶນ ສ້າງຮ້ານສັບພະສິນຄ້າຢູ່ຂົວມິດຕະພາບແຫ່ງທີ 5 ປາກຊັນ-ບຶງການ

ໂດຍ Pele
· 10 ເດືອນ ກ່ອນອ່ານ 1 ນາທີ58 ຄັ້ງ
ບໍລິສັດ ບີເອັມ ກໍ່ສ້າງ ສົນໃຈລົງທຶນ ສ້າງຮ້ານສັບພະສິນຄ້າຢູ່ຂົວມິດຕະພາບແຫ່ງທີ 5 ປາກຊັນ-ບຶງການ
ADadvertisement
ADadvertisement
ADadvertisement

ບໍລິສັດ ບີເອັມ ການຄ້າຂາເຂົ້າ-ຂາອອກ ຈຳກັດຜູ້ດຽວສົນໃຈລົງທຶນກໍ່ສ້າງຮ້ານສັບພະສິນຄ້າ ແລະ ສິ່ງອຳນວຍຄວາມສະດວກດ້ານຕ່າງໆ ທາງໜ້າດ່ານ (ໂຊນ1) ຂອງຂົວມິດຕະພາບລາວ-ໄທແຫ່ງທີ 5 ປາກຊັນ-ບຶງການ ແຕ່ຍັງຢູ່ໃນຂັ້ນຕອນການສຶກສາສຳຫຼວດຄວາມເປັນໄປໄດ້.

ບໍລິສັດ ບີເອັມ ກໍ່ສ້າງ ສົນໃຈລົງທຶນ ສ້າງຮ້ານສັບພະສິນຄ້າຢູ່ຂົວມິດຕະພາບແຫ່ງທີ 5 ປາກຊັນ-ບຶງການ

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອສຶກສາສຳຫຼວດຄວາມເປັນໄປໄດ້ກ່ຽວກັບ ການກໍ່ສ້າງດັ່ງກ່າວໄດ້ຈັດຂຶ້ນເມື່ອມໍ່ໆມານີ້ຢູ່ພະແນກການເງິນແຂວງບໍລິຄໍາໄຊ, ຕາງໜ້າລົງນາມໂດຍທ່ານ ໄຊອຳພອນ ສີຫາວົງ ຄະນະປະຈຳພັກແຂວງ ຜູ້ຊີ້ນຳວຽກງານການລົງທຶນຂັ້ນແຂວງບໍລິຄຳໄຊ ແລະ ທ່ານ ຄອນສະຫວັນ ສອນຄຳໄຊ ປະທານບໍລິສັດ ບີເອັມ ການຄ້າຂາເຂົ້າ-ຂາອອກ ຈຳກັດຜູ້ດຽວ.

ບໍລິສັດ ບີເອັມ ກໍ່ສ້າງ ສົນໃຈລົງທຶນ ສ້າງຮ້ານສັບພະສິນຄ້າຢູ່ຂົວມິດຕະພາບແຫ່ງທີ 5 ປາກຊັນ-ບຶງການ · ຮູບທີ 2

ໂຄງການກໍ່ສ້າງຮ້ານສັບພະສິນຄ້າ ແລະ ສິ່ງເອື້ອອຳນວຍຄວາມສະດວກດ້ານຕ່າງໆ ນີ້ມີໄລຍະການສຶກສາສຳຫຼວດ 12 ເດືອນນັບແຕ່ມື້ລົງນາມ ເປັນຕົ້ນໄປ.

ແຫຼ່ງຂໍ້ມູນຂ່າວ-ພາບ: ສາຍສະໝອນ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 58 ຄັ້ງ
ມື້ນີ້ · ຂໍ້ມູນສົດ ວັນອັງຄານ 17 ພະຈິກ 2026 · ຂຶ້ນ 8 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່