ວັນພະຫັດ ທີ 26 ພະຈິກ 2026ອັບເດດລ່າສຸດ 18:04ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ລາວ-ໄທ ທົບທວນການຮ່ວມມືດ້ານແຮງງານ ແລະ ການຈ້າງງານ

ໂດຍ Mahaxan
· 1 ຊົ່ວໂມງ ກ່ອນອ່ານ 2 ນາທີ1 ຄັ້ງ
ລາວ-ໄທ ທົບທວນການຮ່ວມມືດ້ານແຮງງານ ແລະ ການຈ້າງງານ
ADadvertisement
ADadvertisement
ADadvertisement

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຂອງ ສປປ ລາວ ຮ່ວມກັບ ກະຊວງແຮງງານ ແຫ່ງລາຊະອານາຈັກໄທ ຈັດກອງປະຊຸມລະດັບວິຊາການ ລາວ-ໄທ ໃນວັນທີ 25 ພະຈິກ 2026 ທີ່ນະຄອນຫຼວງວຽງຈັນ ເພື່ອປຶກສາຫາລືຮ່ວມກັນແກ້ໄຂບັນຫາຂໍ້ຫຍຸ້ງຍາກທີ່ພົບພໍ້ໃນການຈັດຕັ້ງປະຕິບັດວຽກງານຮ່ວມກັນໃນໄລຍະຜ່ານມາ ໂດຍມີ ທ່ານ ນາງ ອານຸສອນ ຄຳສິງສະຫວັດ ຫົວໜ້າກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ສາມາດ ພັດຕະມະສຸຄົນ ຫົວໜ້າກົມການຈັດຫາງານ ກະຊວງແຮງງານ ແຫ່ງລາຊະອານາຈັກໄທ ພ້ອມດ້ວຍພາກສ່ວນກ່ຽວຂ້ອງຂອງທັງສອງຝ່າຍ ລາວ-ໄທ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ນາງ ອານຸສອນ ຄຳສິງສະຫວັດ ໃຫ້ຮູ້ວ່າ: ກອງປະຊຸມລະດັບວິຊາການ ລາວ-ໄທ ຄັ້ງນີ້ ມີຄວາມໝາຍສຳຄັນເປັນຢ່າງຍິ່ງ ເປັນການປະກອບສ່ວນໃນການຈັດຕັ້ງຜັນຂະຫຍາຍຜົນຂອງກອງປະຊຸມຖະແຫຼງການຮ່ວມ ກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມື ລາວ-ໄທ ຄັ້ງທີ 23 ໃນລະຫວ່າງວັນທີ 1-2 ຕຸລາ 2026 ທີ່ແຂວງຫຼວງພະບາງ ສປປ ລາວ, ທັງເປັນການທົບທວນການຮ່ວມມືໃນການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານແຮງງານ ໃນປີ 2016 ແລະ ຂໍ້ຕົກລົງວ່າດ້ວຍການຈ້າງງານ ປີ 2017 ເພື່ອປົກປ້ອງສິດຜົນປະໂຫຍດຂອງຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ ຊຶ່ງຜ່ານການຈັດຕັ້ງປະຕິບັດການຮ່ວມມືດັ່ງກ່າວ ເຫັນວ່າຜູ້ອອກແຮງງານລາວໄປເຮັດວຽກຢູ່ລາຊະອານາຈັກໄທ ຜ່ານລະບົບ MOU ນັບມື້ນັບເພີ່ມຂຶ້ນ. ສາເຫດຕົ້ນຕໍກໍເນື່ອງມາຈາກ ລັດຖະບານໄທ ກໍຄື ກະຊວງແຮງງານ ແຫ່ງລາຊະອານາຈັກໄທ ໄດ້ໃຫ້ການສະໜັບສະໜູນ ແລະ ໃຫ້ຄວາມສຳຄັນໃນການຮັບເອົາຜູ້ອອກແຮງງານຈາກ ສປປ ລາວ ຢ່າງດີ ໂດຍມີການປັບປຸງກົນໄກ, ຂັ້ນຕອນ, ຂະບວນການໃຫ້ມີຄວາມກະທັດຮັດ, ສະດວກ ແລະ ວ່ອງໄວ. ໂດຍລວມແລ້ວ, ເຫັນວ່າການຈັດຕັ້ງປະຕິບັດວຽກຮ່ວມມືດ້ານແຮງງານ ລາວ-ໄທ ພາຍໃຕ້ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານແຮງງານ ໃນປີ 2016 ແລະ ຂໍ້ຕົກລົງວ່າດ້ວຍການຈ້າງງານ ປີ 2017 ໄດ້ມີຄວາມຄືບໜ້າ ແລະ ປະກອບສ່ວນຕໍ່ກັບການພັດທະນາເສດຖະກິດ-ສັງຄົມຂອງສອງປະເທດຢ່າງໃຫຍ່ຫຼວງ.

ກອງປະຊຸມຄັ້ງນີ້, ຄະນະຜູ້ແທນທັງສອງຝ່າຍ ໄດ້ປຶກສາຫາລືໃນຫຼາຍຫົວຂໍ້ສຳຄັນ ເພື່ອຮ່ວມກັນແກ້ໄຂບັນຫາຂໍ້ຫຍຸ້ງຍາກທີ່ພົບພໍ້ໃນໄລຍະຜ່ານມາ ໃຫ້ມີຄວາມຊັດເຈນ ແລະ ໄດ້ຮັບການແກ້ໄຂຢ່າງເປັນຮູບປະທຳ ເປັນຕົ້ນ ໄດ້ປຶກສາຫາລືກ່ຽວກັບການສ້າງ ແລະ ປັບປຸງກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງຂອງ ສປປ ລາວ, ຮ່າງຂໍ້ຕົກລົງ ວ່າດ້ວຍການຈ້າງແຮງງານ ລາວ-ໄທ ສະບັບປັບປຸງ, ນະໂຍບາຍແກ່ຜູ້ອອກແຮງງານທີ່ມີວາລະເຮັດວຽກຄົບ 4 ປີ ເພື່ອກັບຄືນເຂົ້າເຮັດວຽກໂດຍບໍ່ຕ້ອງລໍຖ້າເຖິງ 30 ວັນ, ການຈັດງານນັດພົບແຮງງານສຳລັບຜູ້ອອກແຮງງານລາວ ເພື່ອສົ່ງເສີມການຮ່ວມມືລະຫວ່າງ ສປປ ລາວ ແລະ ລາຊະອານາຈັກໄທ, ການອຳນວຍຄວາມສະດວກໃຫ້ແກ່ຜູ້ອອກແຮງງານຢູ່ສູນແຮກຮັບ ແຂວງໜອງຄາຍ, ການຂຶ້ນທະບຽນຜູ້ອອກແຮງງານລາວທີ່ຜິດກົດໝາຍ, ລວມເຖິງການຊຸກຍູ້ ແລະ ສົ່ງເສີມໃຫ້ຜູ້ອອກແຮງງານລາວ ໄດ້ສົ່ງເງິນກັບຄືນປະເທດໂດຍຜ່ານລະບົບທະນາຄານ.

ADadvertisement
ADadvertisement
ADadvertisement

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ມື້ນີ້ · ຂໍ້ມູນສົດ ວັນພະຫັດ 26 ພະຈິກ 2026 · ແຮມ 2 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່