
ສິງກະໂປ-ອົດສະຕຣາລີ ລົງນາມຂໍ້ຕົກລົງ ຊຸກຍູ້ການດັກຈັບ-ກັກເກັບກາກບອນຂ້າມຊາຍແດນ


ສຳນັກຂ່າວຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້,
ກະຊວງ ພະລັງງານ, ການຄ້າ ແລະ ອຸດສາຫະກຳຂອງ ສິງກະໂປ ລາຍງານວ່າ: ສິງກະໂປ ແລະ ອົດສະຕຣາລີ
ໄດ້ລົງນາມ ໃນຂໍ້ຕົກລົງ ເພື່ອອຳນວຍ ຄວາມສະດວກ ໃນການເຄື່ອນຍ້າຍ ອາຍກາກໂບນິກ (ກາກບອນດີອົກຊິດ)
ຂ້າມຊາຍແດນ ຈາກ ສິງກະໂປ ໄປຍັງ ອົດສະຕຣາລີ ເພື່ອກັກເກັບ ທາງທໍລະນີ ວິທະຍາ ນອກຊາຍຝັ່ງ
ເຊິ່ງເປັນ ການປູທາງ ໄປສູ່ ການຮ່ວມມື ດ້ານການດັກຈັບ ແລະ ກັກເກັບກາກບອນລະຫວ່າງ ສອງປະເທດ.
ກະຊວງດັ່ງກ່າວ ລະບຸ ໃນຖະແຫລງການວ່າ
ຂໍ້ຕົກລົງ ທີ່ ຮ່ວມລົງນາມ ຢູ່ປະເທດ ອົດສະຕຣາລີ ເບື້ອງຕົ້ນ ໄດ້ຮັບຮອງ ການໂອນ ຄວາມຮັບຜິດຊອບ
ດ້ານການຈັດທຳ ບັນຊີ ອາຍກາກໂບນິກ ຢ່າງເປັນທາງການ ພ້ອມທັງ ກຳນົດຂອບການເຮັດວຽກ ສຳລັບ ການກວດວັດ, ການລາຍງານ ແລະ ການຈັດທຳ ບັນຊີ
ການເຄື່ອນຍ້າຍ ອາຍກາກໂບນິກ ຂ້າມຊາຍແດນ ໂດຍຂອບການ ເຮັດວຽກ ດັ່ງກ່າວ ມີຄວາມສອດຄ່ອງ ກັບ
ສັນຍາ ປາຣີ (Paris Agreement) ແລະ ແນວທາງ ປະຕິບັດ ດ້ານການລາຍງານ
ຕາມສົນທິສັນຍາ ຂອບສະຫະປະຊາຊາດ ວ່າດ້ວຍ ການປ່ຽນແປງ ດິນຟ້າອາກາດ (UNFCCC).
ນອກຈາກນີ້ ຂໍ້ຕົກລົງ ດັ່ງກ່າວ ຍັງເປີດໂອກາດ
ໃຫ້ ສິງກະໂປ ສຶກສາ ການດັກຈັບ ແລະ ກັກເກັບກາກບອນ ເພື່ອເປັນແນວທາງ ຫລຸດຜ່ອນ ການປ່ອຍ ກາກບອນ
ໂດຍສະເພາະ ໃນຂະແໜງ ອຸດສາຫະກຳ ທີ່ ຫລຸດຜ່ອນ ການປ່ອຍອາຍພິດເຮືອນແກ້ວ ໄດ້ຍາກ ດ້ວຍເຕັກໂນໂລຊີ
ທີ່ມີ ຢູ່ໃນ ປັດຈຸບັນ./
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່













