
ເກີດເຫດນໍ້າຖ້ວມບໍ່ແຮ່ ຢູ່ອິນໂດເນເຊຍ ເສຍຊີວິດ 10 ກວ່າຄົນ


ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ວັນທີ
26 ພະຈິກ, ທາງການທ້ອງຖິ່ນ ອິນໂດເນເຊຍ ລາຍງານວ່າ: ໄດ້ຄົ້ນພົບ ຮ່າງຂອງກໍາມະກອນ ບໍ່ແຮ່
ທີ່ເສຍຊີວິດ ຢູ່ຂຸມບໍ່ແຮ່ ທີ່ຖືກນໍ້າຖ້ວມ ໃນແຂວງ ຊວາ ຕາເວັນຕົກ ຈໍານວນ 13 ຄົນ ແລະ ຍັງມີຜູ້ສູນຫາຍອີກ
13 ຄົນ.
ໃນຂະນະທີ່ ໜ່ວຍກູ້ໄພ ໄດ້ສູບນໍ້າອອກ ຈາກຂຸມບໍ່ແຮ່
ດັ່ງກ່າວ ໂດຍຄາດວ່າ ມີຄວາມເລິກ ປະມານ 100
ແມັດ , ແຕ່ຕ້ອງ ຜະເຊີນກັບ ອຸປະສັກ ຈາກ ລະດັບນໍ້າທີ່ສູງ, ຊ່ອງທາງເຂົ້າ
ກໍຄັບແຄບ, ສ່ວນພື້ນທີ່ ກໍມື່ນ ແລະ ແສງສະຫວ່າງ ທີ່ຈໍາກັດ.
ສະນັ້ນ, ໜ່ວຍງານທ້ອງຖິ່ນ ກໍຍັງສືບຕໍ່
ດໍາເນີນ ການຄົ້ນຫາ ຜູ້ສູນຫາຍອີກ 13
ຄົນ ພ້ອມທັງ ໃຫ້ຄວາມສໍາຄັນ ກັບ ຄວາມປອດໄພ ຂອງ ໜ່ວຍກູ້ໄພ ເປັນຫລັກ. ນອກຈາກນີ້
ຍັງມີ ກຳມະກອນ ຈຳນວນ 11 ຄົນ ສາມາດໜີ ອອກມາໄດ້ ຢ່າງປອດໄພ
ກ່ອນທີ່ມວນນໍ້າ ຈະໄຫລຖ້ວມເຂົ້າໄປ ໃນຂຸມບໍ່ແຮ່ ດັ່ງກ່າວ ເຊິ່ງຕັ້ງ ຢູ່ໃນເຂດພູດອຍ ທາງທິດໃຕ້
ຂອງ ນະຄອນຫລວງ ຈາກາຕາ./
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່













