ວັນພະຫັດ ທີ 26 ພະຈິກ 2026ອັບເດດລ່າສຸດ 18:04ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ອັດຕະປື ຕັ້ງເປົ້າຮອດ 2030 ຈະສ້າງຄອບຄົວພົ້ນທຸກໃຫ້ໄດ້ຫລາຍກວ່າ 405 ຄອບຄົວ

ໂດຍ Jenjila
· 2 ຊົ່ວໂມງ ກ່ອນອ່ານ 3 ນາທີ7 ຄັ້ງ
ອັດຕະປື ຕັ້ງເປົ້າຮອດ 2030 ຈະສ້າງຄອບຄົວພົ້ນທຸກໃຫ້ໄດ້ຫລາຍກວ່າ 405 ຄອບຄົວ
ADadvertisement
ADadvertisement
ADadvertisement

ແຫລ່ງຂ່າວຈາກ ແຂວງອັດຕະປື ໃຫ້ຮູ້ວ່າ: ຄະນະກໍາມະການປົກຄອງແຂວງອັດຕະປື ຈະສູ້ຊົນສ້າງຄອບຄົວພົ້ນທຸກໃຫ້ໄດ້ຫລາຍກວ່າ 405 ຄອບຄົວ ແຕ່ນີ້ຮອດປີ 2030 ຈາກຈຳນວນຄອບຄົວທຸກຍາກທີ່ຍັງເຫລືອ 4.077 ຄອບຄົວ ໃຫ້ຫລຸດລົງເຫລືອ 3.672 ຄອບຄົວ ຫລື ປະມານ 10,52%, ສ້າງບ້ານພົ້ນທຸກໃຫ້ໄດ້ຫລາຍກວ່າ 9 ບ້ານ ຈາກຈຳນວນບ້ານທຸກຍາກທີ່ຍັງເຫລືອ 14 ບ້ານ ແລະ ສ້າງເມືອງພົ້ນທຸກໃຫ້ໄດ້ 2 ເມືອງ ຈາກຈຳນວນເມືອງທຸກຍາກທີ່ຍັງເຫລືອ 2 ເມືອງ.

ອັດຕະປື ຕັ້ງເປົ້າຮອດ 2030 ຈະສ້າງຄອບຄົວພົ້ນທຸກໃຫ້ໄດ້ຫລາຍກວ່າ 405 ຄອບຄົວ

ທ່ານ ສີໄລ ສີສະແຫວງສຸກ ຮອງປະທານຄະນະກໍາມະການປົກຄອງແຂວງອັດຕະປື ໄດ້ລາຍງານແຜນປະຕິບັດງານແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໄລຍະປີ 2027-2030 ຂອງແຂວງອັດຕະປື ໃນວັນທີ 25 ພະຈິກ 2026 ໃນວາລະດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ແຂວງອັດຕະປື ຊຸດທີ V ວ່າ: ເພື່ອຜັນຂະຫຍາຍມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງວາລະແຫ່ງຊາດ ກ່ຽວກັບການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃຫ້ບັນລຸຕາມຄາດໝາຍ ແລະ ເກີດຜົນເປັນຈິງ, ຄະນະຮັບຜິດຊອບຊີ້ນຳການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ແຂວງອັດຕະປື ໄດ້ຄົ້ນຄວ້າສ້າງແຜນປະຕິບັດງານ ໂດຍກຳນົດທິດທາງ, ຈຸດປະສົງ, ແຜນງານ, ໂຄງການ, ກິດຈະກຳ ແລະ ມາດຕະການຕ່າງໆ ເພື່ອເປັນບ່ອນອີງສຳຄັນໃນການຂັບເຄື່ອນວຽກງານດັ່ງກ່າວໃຫ້ມີປະສິດທິຜົນ.

ສຳລັບທິດທາງລວມ ແມ່ນການຫັນເອົາຍຸດທະສາດການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໄປສູ່ການປະຕິບັດຕົວຈິງ, ໂດຍມີເປົ້າໝາຍຈະແຈ້ງ ເພື່ອສ້າງຄວາມປ່ຽນແປງໃຫ້ເຫັນຜົນຢ່າງເປັນຮູບປະທຳ ແລະ ແກ້ໄຂຄວາມທຸກຍາກຢ່າງຍືນຍົງພາຍໃນປີ 2030. ພ້ອມນີ້, ຈະສຸມໃສ່ສ້າງບ້ານຈຸດສຸມຕົວແບບດ້ານການແກ້ໄຂຄວາມທຸກຍາກ 5 ບ້ານ ໂດຍເນັ້ນການສ້າງອາຊີບ ແລະ ແຫລ່ງລາຍຮັບທີ່ໝັ້ນຄົງໃຫ້ປະຊາຊົນ, ຄຽງຄູ່ກັບການຍົກລະດັບການເຂົ້າເຖິງລະບົບປົກປ້ອງສັງຄົມຂັ້ນພື້ນຖານ, ພັດທະນາພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກໃນເຂດຊົນນະບົດ ໃຫ້ສາມາດຮອງຮັບການດຳລົງຊີວິດ, ການຜະລິດ ແລະ ການເຂົ້າເຖິງບໍລິການສາທາລະນູປະໂພກຢ່າງທົ່ວເຖິງ ແລະ ຍືນຍົງ.

ADadvertisement
ADadvertisement
ADadvertisement

ນອກຈາກນີ້, ຍັງຈະຈັດສັນພູມລຳເນົາ ແລະ ສ້າງອາຊີບທີ່ໝັ້ນຄົງໃຫ້ປະຊາຊົນບັນດາເຜົ່າ ເພື່ອຫລຸດຜ່ອນການເຄື່ອນຍ້າຍຖິ່ນຖານແບບຊະຊາຍ, ສ້າງ ແລະ ປັບປຸງລະບົບການເມືອງຂັ້ນຮາກຖານໃຫ້ໜັກແໜ້ນເຂັ້ມແຂງ ສາມາດນຳພາປະຊາຊົນເປັນເຈົ້າການໃນການພັດທະນາຕົນເອງ ແລະ ຊຸມຊົນ, ພ້ອມທັງສ້າງຮາກຖານໃຫ້ມີຄວາມສະຫງົບ, ປອດໄພ ແລະ ເປັນລະບຽບຮຽບຮ້ອຍ.

ພ້ອມກັນນັ້ນ, ແຂວງຈະຂົນຂວາຍ ແລະ ດຶງດູດແຫລ່ງທຶນຈາກພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນພັດທະນາຊົນນະບົດ ເພື່ອເພີ່ມທຶນຮອນ ແລະ ຂະຫຍາຍຂອບເຂດການພັດທະນາ ໂດຍບໍ່ອາໄສພຽງແຕ່ງົບປະມານຂອງລັດ ພ້ອມທັງສ້າງ ແລະ ປັບປຸງນິຕິກຳ ແລະ ກົນໄກການຈັດຕັ້ງປະຕິບັດ ໃຫ້ມີຄວາມຄົບຊຸດ, ເຂັ້ມງວດ, ສອດຄ່ອງ ແລະ ເອື້ອອຳນວຍຕໍ່ການຂັບເຄື່ອນວຽກງານໃຫ້ມີປະສິດທິພາບ. ທັງໝົດນີ້ ແມ່ນທິດທາງ ແລະ ແຜນຈຸດສຸມສຳຄັນຂອງແຂວງອັດຕະປື ໃນການຂັບເຄື່ອນວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໄລຍະປີ 2027-2030 ຂອງແຂວງອັດຕະປື ເພື່ອສ້າງຄວາມປ່ຽນແປງໃນເຂດຊົນນະບົດ, ຍົກສູງຄຸນນະພາບຊີວິດປະຊາຊົນ ແລະ ນຳໄປສູ່ການຫລຸດຜ່ອນຄວາມທຸກຍາກຢ່າງຍືນຍົງພາຍໃນປີ 2030.

ຂ່າວ: ພອນປະເສີດ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ມື້ນີ້ · ຂໍ້ມູນສົດ ວັນພະຫັດ 26 ພະຈິກ 2026 · ແຮມ 2 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່