ວັນພະຫັດ ທີ 26 ພະຈິກ 2026ອັບເດດລ່າສຸດ 18:04ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຮ່ວມກັບ FAO ປຶກສາຫາລືຮ່າງຍຸດທະສາດຄົ້ນຄວ້າວິທະຍາສາດກະສິກຳ-ປ່າໄມ້ ຮອດປີ 2035 ເລັ່ງຍົກລະດັບນະໂຍບາຍແນວພັນພືດແຫ່ງຊາດ

ໂດຍ kaling
· 5 ຊົ່ວໂມງ ກ່ອນອ່ານ 2 ນາທີ3 ຄັ້ງ
ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຮ່ວມກັບ FAO ປຶກສາຫາລືຮ່າງຍຸດທະສາດຄົ້ນຄວ້າວິທະຍາສາດກະສິກຳ-ປ່າໄມ້ ຮອດປີ 2035 ເລັ່ງຍົກລະດັບນະໂຍບາຍແນວພັນພືດແຫ່ງຊາດ
ADadvertisement
ADadvertisement
ADadvertisement

ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ຈັດກອງປະຊຸມປຶກສາຫາລື ແລະ ປະກອບຄຳເຫັນໃສ່ ຮ່າງຍຸດທະສາດຄົ້ນຄວ້າວິທະຍາສາດກະສິກຳ, ປ່າໄມ້ ແລະ ສິ່ງແວດລ້ອມ ຮອດປີ 2035 ແລະ ວິໄສທັດຮອດປີ 2055 ພ້ອມທັງປັບປຸງຮ່າງນະໂຍບາຍແນວພັນພືດແຫ່ງຊາດ ໃນວັນທີ 25 ພະຈິກ 2026 ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ນາງ ຄະຢອງ ມີ ຄິມ (Kyung Mee Kim) ຜູ້ຕາງໜ້າອົງການອາຫານ ແລະ ການກະເສດ (FAO) ປະຈຳ ສປປ ລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ.

ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຮ່ວມກັບ FAO ປຶກສາຫາລືຮ່າງຍຸດທະສາດຄົ້ນຄວ້າວິທະຍາສາດກະສິກຳ-ປ່າໄມ້ ຮອດປີ 2035 ເລັ່ງຍົກລະດັບນະໂຍບາຍແນວພັນພືດແຫ່ງຊາດ

ຄວາມຈຳເປັນຂອງການພັດທະນາແນວພັນພືດແຫ່ງຊາດ

ການພັດທະນາການຜະລິດກະສິກຳເພື່ອຄ້ຳປະກັນສະບຽງອາຫານ ແລະ ຜະລິດເປັນສິນຄ້າສົ່ງອອກ ແມ່ນຕ້ອງອາໄສ “ແນວພັນພືດທີ່ດີ ແລະ ເມັດພັນທີ່ມີຄຸນນະພາບ” ເປັນປັດໄຈພື້ນຖານ ເພື່ອຊ່ວຍເພີ່ມຜົນຜະລິດ ແລະ ສ້າງລາຍຮັບໃຫ້ແກ່ຊາວກະສິກອນ. ເຖິງແມ່ນວ່າ ສປປ ລາວ ຈະມີທ່າແຮງດ້ານຊີວະນາໆພັນ ແລະ ເຊື້ອພັນພືດພື້ນເມືອງທີ່ມີຄຸນຄ່າຫຼາຍຊະນິດ ແຕ່ຍັງຜະເຊີນກັບຂໍ້ຈຳກັດຫຼາຍດ້ານ ເປັນຕົ້ນແມ່ນ ການຄົ້ນຄວ້າປັບປຸງພັນພືດ, ການຜະລິດເມັດພັນ, ການກວດກາຄຸນນະພາບ, ການຂາດແຄນບຸກຄະລາກອນຊ່ຽວຊານ ລວມເຖິງງົບປະມານ ແລະ ການເຂົ້າເຖິງແຫຼ່ງທຶນ.

ADadvertisement
ADadvertisement
ADadvertisement

5 ເສົາຫຼັກຂອງນະໂຍບາຍແນວພັນພືດແຫ່ງຊາດ

ເພື່ອແກ້ໄຂຂໍ້ຈຳກັດ ແລະ ພັດທະນາຂະແໜງແນວພັນພືດຂອງລາວໃຫ້ເປັນລະບົບ ແລະ ຍືນຍົງ, ຮ່າງນະໂຍບາຍແນວພັນພືດແຫ່ງຊາດ ໄດ້ກຳນົດເນື້ອໃນສຳຄັນອອກເປັນ 5 ດ້ານຫຼັກ ຄື:

  1. ການຄຸ້ມຄອງ ແລະ ອະນຸລັກ ແຫຼ່ງເຊື້ອພັນພືດພື້ນເມືອງ.
  2. ການຄົ້ນຄວ້າ ແລະ ພັດທະນາ ແນວພັນພືດໃໝ່ທີ່ໃຫ້ຜົນຜະລິດສູງ.
  3. ການສົ່ງເສີມການຜະລິດ, ການປຸງແຕ່ງ ແລະ ການຄ້າ ເມັດພັນພືດ.
  4. ການປົກປ້ອງ, ຄຸ້ມຄອງ ແລະ ກວດກາ ຄຸນນະພາບແນວພັນພືດໃຫ້ໄດ້ມາດຕະຖານ.
  5. ການສົ່ງເສີມການຄ້າ ແລະ ການສົ່ງອອກ ແນວພັນພືດໄປສູ່ຕະຫຼາດຕ່າງປະເທດ.

ທິດຊີ້ນຳເພື່ອກ້າວສູ່ການປະກາດໃຊ້ຢ່າງເປັນທາງການ

ໃນໂອກາດດັ່ງກ່າວ, ທ່ານ ນາງ ຈັນທະຄອນ ບົວລະພັນ ໄດ້ຊີ້ນຳໃຫ້ຄະນະຮັບຜິດຊອບ ແລະ ທີມງານກອງເລຂາ ຮີບຮ້ອນສັງລວມເອົາທຸກຄຳຄິດຄຳເຫັນ ແລະ ຂໍ້ສະເໜີແນະຈາກກອງປະຊຸມ ໄປຄົ້ນຄວ້າປັບປຸງໃສ່ຮ່າງນະໂຍບາຍແນວພັນພືດແຫ່ງຊາດ ແລະ ຮ່າງຍຸດທະສາດຄົ້ນຄວ້າວິທະຍາສາດฯ ໃຫ້ມີຄວາມຄົບຖ້ວນ, ຮັດກຸມ ແລະ ສອດຄ່ອງກັບແນວທາງນະໂຍບາຍຂອງພັກ-ລັດ ເພື່ອນຳສະເໜີຕໍ່ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ພິຈາລະນາຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງການໃນໄວໆນີ້.

ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຮ່ວມກັບ FAO ປຶກສາຫາລືຮ່າງຍຸດທະສາດຄົ້ນຄວ້າວິທະຍາສາດກະສິກຳ-ປ່າໄມ້ ຮອດປີ 2035 ເລັ່ງຍົກລະດັບນະໂຍບາຍແນວພັນພືດແຫ່ງຊາດ · ຮູບທີ 2

ຂໍ້ມູນ-ພາບ: ຂ່າວສານກະສິກຳ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນພະຫັດ 26 ພະຈິກ 2026 · ແຮມ 2 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່