ວັນພະຫັດ ທີ 26 ພະຈິກ 2026ອັບເດດລ່າສຸດ 18:04ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ລາວ-ໄທ ສຳເລັດ ກອງປະຊຸມລະດັບວິຊາການ ດ້ານການຮ່ວມມືການຈ້າງງານ

ໂດຍ Jenjila
· 3 ຊົ່ວໂມງ ກ່ອນອ່ານ 2 ນາທີ9 ຄັ້ງ
ລາວ-ໄທ ສຳເລັດ ກອງປະຊຸມລະດັບວິຊາການ ດ້ານການຮ່ວມມືການຈ້າງງານ
ADadvertisement
ADadvertisement
ADadvertisement

ກອງປະຊຸມລະດັບວິຊາການດ້ານການຮ່ວມມື ການຈ້າງງານ ລາວ-ໄທ ລະຫວ່າງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຂອງ ສປປ ລາວ ແລະ ກະຊວງແຮງງານ ແຫ່ງລາຊະອານາຈັກໄທ ໄດ້ປິດລົງດ້ວຍຜົນສຳເລັດ ໃນວັນທີ 26 ພະຈິກ 2026 ທີ່ນະຄອນຫລວງວຽງຈັນ, ໂດຍທັງສອງຝ່າຍ ໄດ້ຮ່ວມກັນທົບທວນ, ແລກປ່ຽນຄຳເຫັນ ແລະ ປຶກສາຫາລືຫລາຍບັນຫາສຳຄັນ ເພື່ອຊຸກຍູ້ການຜັນຂະຫຍາຍຂໍ້ຕົກລົງຮ່ວມມືດ້ານການຈ້າງງານໃຫ້ເກີດປະສິດທິຜົນຫລາຍຂຶ້ນ ຊຶ່ງໃນໂອກາດປິດກອງປະຊຸມ ທ່ານ ນາງ ອານຸສອນ ຄຳສິງສະຫວັດ ຫົວໜ້າກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຂອງ ສປປ ລາວ ແລະ ທ່ານ ສາມາດ ພັດຕະມະສຸຄົນ ຫົວໜ້າກົມການຈັດຫາງານ ກະຊວງແຮງງານ ແຫ່ງລາຊະອານາຈັກໄທ ໄດ້ຮ່ວມກັນລົງນາມໃນບົດບັນທຶກຜົນສຳເລັດຂອງກອງປະຊຸມດັ່ງກ່າວ ໂດຍມີພາກສ່ວນກ່ຽວຂ້ອງຂອງທັງສອງຝ່າຍ ລາວ-ໄທ ເຂົ້າຮ່ວມ ເປັນສັກຂີພິຍານ.

ລາວ-ໄທ ສຳເລັດ ກອງປະຊຸມລະດັບວິຊາການ ດ້ານການຮ່ວມມືການຈ້າງງານ

ໂອກາດນີ້, ທ່ານ ນາງ ອານຸສອນ ຄຳສິງສະຫວັດ ກ່າວວ່າ: ກອງປະຊຸມວິຊາການຄັ້ງນີ້ ບັນດາບັນຫາທີ່ທັງສອງຝ່າຍນຳມາປຶກສາຫາລືມີຄວາມຊັດເຈນ ແລະ ເລິກເຊິ່ງ ເຮັດໃຫ້ສາມາດກຳນົດທິດທາງການຜັນຂະຫຍາຍຂໍ້ຕົກລົງວ່າດ້ວຍການຮ່ວມມືດ້ານການຈ້າງງານ ລາວ-ໄທ ໃຫ້ເປັນຮູບປະທຳ ພ້ອມທັງຊ່ວຍແກ້ໄຂ ແລະ ຫລຸດຜ່ອນບັນຫາຕ່າງໆທີ່ເກີດຂຶ້ນໃນໄລຍະຜ່ານມາ. ສ່ວນບາງປະເດັນທີ່ຍັງບໍ່ທັນສາມາດບັນລຸຄວາມເຫັນເອກະພາບໄດ້ ຝ່າຍໄທຈະນຳໄປປະສານງານ ແລະ ປຶກສາຫາລືກັບພາກສ່ວນກ່ຽວຂ້ອງຂອງຕົນຕໍ່ໄປ ເພື່ອຊຸກຍູ້ໃຫ້ການຮ່ວມມືດ້ານແຮງງານຂອງສອງປະເທດມີຄວາມຄືບໜ້າ ແລະ ມີປະສິດທິຜົນຍິ່ງຂຶ້ນ.

ລາວ-ໄທ ສຳເລັດ ກອງປະຊຸມລະດັບວິຊາການ ດ້ານການຮ່ວມມືການຈ້າງງານ · ຮູບທີ 2

ໃນຂະນະທີ່, ທ່ານ ສາມາດ ພັດຕະມະສຸຄົນ ກ່າວວ່າ: ການປະຊຸມຄັ້ງນີ້ເປັນໂອກາດອັນດີທີ່ທັງສອງຝ່າຍໄດ້ແລກປ່ຽນຄຳເຫັນ ແລະ ປຶກສາຫາລືຮ່ວມກັນໃນຫລາຍບັນຫາສຳຄັນ ດ້ານການບໍລິຫານຈັດການແຮງງານ ຊຶ່ງຈະເປັນປະໂຫຍດຕໍ່ການພັດທະນາ ແລະ ເສີມສ້າງການຮ່ວມມືດ້ານແຮງງານ ລະຫວ່າງສອງປະເທດໃຫ້ມີປະສິດທິພາບຫລາຍຂຶ້ນ. ພ້ອມຢືນຢັນວ່າ: ຝ່າຍໄທຈະນຳເອົາຜົນການປຶກສາຫາລື ແລະ ຄຳເຫັນທີ່ໄດ້ຮັບ ໄປປະສານກັບໜ່ວຍງານທີ່ກ່ຽວຂ້ອງ ເພື່ອພິຈາລະນາດຳເນີນການຕາມຂັ້ນຕອນທີ່ເໝາະສົມ ແລະ ສືບຕໍ່ສານຕໍ່ຄວາມຮ່ວມມືກັບຝ່າຍລາວຢ່າງໃກ້ຊິດ.

ADadvertisement
ADadvertisement
ADadvertisement

ກອງປະຊຸມດັ່ງກ່າວ, ເປັນບາດກ້າວສຳຄັນໃນການສົ່ງເສີມສາຍພົວພັນ ແລະ ຄວາມຮ່ວມມືດ້ານແຮງງານ ລະຫວ່າງ ສປປ ລາວ ແລະ ລາຊະອານາຈັກໄທ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

ຂ່າວ-ພາບ: ທະນູທອງ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນພະຫັດ 26 ພະຈິກ 2026 · ແຮມ 2 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່