
ນາຍົກລັດຖະມົນຕີ ຢ້ຽມຢາມໂຄງການພະລັງງານໝູນວຽນ ໂພນສະອາດ ຢູ່ເມືອງໂຂງ

ໃນໂອກາດເດີນທາງມາເຂົ້າຮ່ວມບຸນມະໂຫລານກາເຟ ແລະ ຜະລິດຕະພັນກະສິກຳລາວ ພູພຽງບໍລະເວນ 2026 ທີ່ແຂວງຈຳປາສັກ ໃນວັນທີ 25 ພະຈິກ 2026, ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ຢ້ຽມຢາມໂຄງການພະລັງງານໝູນວຽນ ໂພນສະອາດ ຢູ່ບ້ານໂພນສະອາດ ເມືອງໂຂງ ແຂວງຈຳປາສັກ ໂດຍການຕ້ອນຮັບຂອງ ທ່ານ ສາທິດ ປັດສາພັນ ເລຂາຄະນະບໍລິຫານງານພັກເມືອງ ພ້ອມດ້ວຍຄະນະປະຈຳພັກເມືອງ, ກຳມະການພັກເມືອງ ແລະ ພາກສ່ວນກ່ຽວຂ້ອງ.

ໂຄງການກໍ່ສ້າງພະລັງງານໝູນວຽນ ໂພນສະອາດ ມີກຳລັງຕິດຕັ້ງ 150 ເມກາວັດ, ເນື້ອທີ່ທັງໝົດ 229,13 ເຮັກຕາ ແລະ ມູນຄ່າການລົງທຶນປະມານ 164,41 ລ້ານໂດລາສະຫະລັດ. ປັດຈຸບັນ ຄວາມຄືບໜ້າໂດຍລວມບັນລຸໄດ້ 89% ແລະ ພວມເລັ່ງປະຕິບັດວຽກທີ່ຍັງເຫລືອໃຫ້ສຳເລັດຕາມແຜນ. ອີງຕາມບົດລາຍງານຄວາມຄືບໜ້າປະຈຳເດືອນຕຸລາ 2026, ໂຄງການສາມາດຜະລິດໄຟຟ້າໄດ້ສະເລ່ຍ 301,56 ຈີກາວັດໂມງຕໍ່ປີ ເພື່ອສົ່ງຜ່ານລະບົບສາຍສົ່ງ 230 ກິໂລໂວນ ຄວາມຍາວ 25 ກິໂລແມັດ ເຊື່ອມຕໍ່ເຂົ້າສະຖານີບ້ານຫາດ ສົ່ງອອກໄປປະເທດກຳປູເຈຍ. ສຳລັບຄວາມຄືບໜ້າວຽກຫລັກປະກອບມີ: ຕິດຕັ້ງເສົາເຂັມປະຕິບັດໄດ້ 98% (ແຜນ 89.850 ຕົ້ນ), ຕິດຕັ້ງໂຄງເຫລັກຮັບແຜງໂຊລ່າປະຕິບັດໄດ້ 95,4% (8.985 ໂຕະ), ຕິດຕັ້ງແຜງໂຊລາເຊວ ປະຕິບັດໄດ້ 84,86% (ຈາກແຜນ 70%), ຕິດຕັ້ງໝໍ້ແປງ MV 3,3 MVA (46 ຈຸດ) ແລະ ກໍ່ສ້າງຖານ Battery (22 ຈຸດ) ສຳເລັດ 100%. ກໍ່ສ້າງທາງພາຍໃນໂຄງການ (14 ກມ) ປະຕິບັດໄດ້ 90%.

ນອກຈາກວຽກເຕັກນິກ ແລະ ການກໍ່ສ້າງ, ໂຄງການຍັງໄດ້ຊົດເຊີຍຜົນກະທົບດ້ານທີ່ດິນທຳການຜະລິດ ໃຫ້ປະຊາຊົນຜູ້ຖືກຜົນກະທົບ 45 ຄອບຄົວ (35 ຕອນດິນ) ລວມເປັນເງິນ 591 ລ້ານກວ່າກີບ. ພ້ອມກັນນີ້, ໄດ້ເອົາໃຈໃສ່ດ້ານຄວາມປອດໄພ ແລະ ສຸຂະພາບຂອງແຮງງານທັງໝົດ 624 ຄົນ ໂດຍບໍ່ມີລາຍງານອຸບັດເຫດເກີດຂຶ້ນໃນເດືອນຜ່ານມາ. ພ້ອມນີ້, ໂຄງການມີແຜນສຳເລັດການກໍ່ສ້າງ ແລະ ກ້າວສູ່ການເປີດດຳເນີນງານເຊີງພານິດຕາມກຳນົດໃນໄລຍະທ້າຍປີ 2026 ນີ້.


ຂ່າວ-ພາບ: ພຸດທະສິນ ວົງວິໄລທອງ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່













