
ອິນເດຍ-ເນປານ ເປີດຕົວລົດໄຟຂ້າມຊາຍແດນສາຍໃໝ່ ເຊື່ອມຕໍ່ 2 ເມືອງ ໄລຍະທາງ 600 ກິໂລແມັດ

ອິນເດຍ ແລະ ເນປານ ໄດ້ຮ່ວມກັນເປີດຕົວລົດໄຟໂດຍສານຂ້າມຊາຍແດນສາຍໃໝ່ ຊື່ວ່າ ສາຣຢູ-ກົມລາ ເອັກສ໌ເພຣສ (Saryu-Kamala Express) ເຊື່ອມຕໍ່ເມືອງອະໂຍທະຍາ (Ayodhya) ໃນລັດອຸດຕະຣະປະເທດ ຂອງອິນເດຍ ກັບເມືອງຈານັກປູຣ (Janakpur) ຂອງເນປານ ໂດຍມີໄລຍະທາງຫຼາຍກວ່າ 600 ກິໂລແມັດ ໃຊ້ເວລາເດີນທາງປະມານ 19 ຊົ່ວໂມງ.

ຕາມລາຍງານຂອງສຳນັກຂ່າວຕ່າງປະເທດວ່າ: ທ່ານ ບາເລນດຣາ ຊາຫ໌ (Balendra Shah) ນາຍົກລັດຖະມົນຕີເນປານ ໄດ້ເດີນທາງຢ້ຽມຢາມອິນເດຍຢ່າງເປັນທາງການ ໃນວັນທີ 22-23 ພະຈິກ ໂດຍໄດ້ຮ່ວມກັບທ່ານ ນະເຣນທຣາ ໂມດີ (Narendra Modi) ນາຍົກລັດຖະມົນຕີອິນເດຍ ເຂົ້າຮ່ວມພິທີເປີດຕົວລົດໄຟສາຍໃໝ່ຜ່ານລະບົບທາງໄກ.
ລົດໄຟຂະບວນນີ້ມີກຳນົດໃຫ້ບໍລິການອາທິດລະ 1 ຄັ້ງ ໂດຍເຊື່ອມຕໍ່ສອງເມືອງທີ່ມີຄວາມສຳຄັນທາງສາສະໜາ ແລະປະຫວັດສາດ. ລົດໄຟຈະຈອດຮັບ-ສົ່ງຜູ້ໂດຍສານຕາມສະຖານີຕ່າງໆໃນລະຫວ່າງທາງເກືອບ 10 ສະຖານີ ແລະຄາດວ່າຈະເລີ່ມໃຫ້ບໍລິການເຊີງການຄ້າໃນຊ່ວງທ້າຍເດືອນພະຈິກນີ້.

ນອກຈາກການເປີດຕົວລົດໄຟແລ້ວ ຜູ້ນຳທັງສອງປະເທດຍັງໄດ້ຮ່ວມພິທີເປີດຂົວທາງຫຼວງແຫ່ງໃໝ່ ໃນເມືອງດາຣຊູລາ (Dharchula) ເຊິ່ງຕັ້ງຢູ່ບໍລິເວນລະຫວ່າງລັດອຸດຕະຣາຂັນ ທາງພາກເໜືອຂອງອິນເດຍ ກັບເນປານ ພ້ອມທັງຮ່ວມວາງສີລາລຶກເລີ່ມກໍ່ສ້າງດ່ານກວດຄົນເຂົ້າເມືອງແບບຄົບວົງຈອນ ຢູ່ເມືອງບັນບາຊາ (Banbasa) ໃນລັດອຸດຕະຣາຂັນ ເຊິ່ງຕິດກັບຊາຍແດນເນປານ.
ການເປີດຕົວລົດໄຟຂ້າມຊາຍແດນສາຍໃໝ່ ພ້ອມກັບການພັດທະນາໂຄງລ່າງຄົມມະນາຄົມອື່ນໆ ຖືເປັນກ້າວສຳຄັນໃນການສົ່ງເສີມການເດີນທາງ, ການທ່ອງທ່ຽວ, ການຄ້າ ແລະການແລກປ່ຽນປະຊາຊົນລະຫວ່າງອິນເດຍກັບເນປານ ໃຫ້ມີຄວາມສະດວກຫຼາຍຂຶ້ນ.
ແຫຼ່ງຂ່າວ: metrorail
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່













