ວັນຈັນ ທີ 16 ພະຈິກ 2026ອັບເດດລ່າສຸດ 04:50ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ປີ 2025 ປະລິມານການຂາຍໄຟຟ້າໃນຕະຫຼາດທົ່ວປະເທດຈີນບັນລຸເຖິງ 6,600 ຕື້ກິໂລວັດໂມງ

ໂດຍ Pele
· 10 ເດືອນ ກ່ອນອ່ານ 1 ນາທີ35 ຄັ້ງ
ປີ 2025 ປະລິມານການຂາຍໄຟຟ້າໃນຕະຫຼາດທົ່ວປະເທດຈີນບັນລຸເຖິງ 6,600 ຕື້ກິໂລວັດໂມງ
ADadvertisement
ADadvertisement
ADadvertisement

ຂ່າວສານຊີອາໄອລາຍງານໃນວັນທີ 25 ມັງກອນ ຜ່ານມາວ່າ: ອົງການພະລັງງານແຫ່ງຊາດຈີນໄດ້ເຜີຍແຜ່ຂໍ້ມູນໂດຍສະແດງໃຫ້ເຫັນວ່າ, ປີ 2025 ຕະຫຼາດໄຟຟ້າທົ່ວປະເທດຈີນໄດ້ສຳເລັດການຄ້າຂາຍໄຟຟ້າ 6,639.4 ຕື້ກິໂລວັດໂມງ, ເພີ່ມຂຶ້ນ 7.4% ເມື່ອທຽບໃສ່ປີ 2024, ກວມເອົາ 64% ຂອງປະລິມານການນຳໃຊ້ໄຟຟ້າທົ່ວສັງຄົມຈີນ, ເພີ່ມຂຶ້ນ 1.3% ເມື່ອທຽບໃສ່ປີ 2024.

ໃນນັ້ນ, ການຄ້າຂາຍໄຟຟ້າພາຍໃນແຂວງມີເຖິງ 5,047.3 ຕື້ກິໂລວັດໂມງ, ເພີ່ມຂຶ້ນ 6.2% ເມື່ອທຽບໃສ່ປີ 2024; ປະລິມານການຄ້າຂາຍໄຟຟ້າຂ້າມແຂວງ ແລະ ເຂດແຄວ້ນມີເຖິງ 1,592.1 ຕື້ກິໂລວັດໂມງ, ເພີ່ມຂຶ້ນ 11.6%, ໃນນັ້ນ ປະລິມານການຄ້າຂາຍໄຟຟ້າແບບຂ້າມເຂດທຸລະກິດເຄືອຂ່າຍໄຟຟ້າມີເຖິງ 3.4 ຕື້ກິໂລວັດໂມງ.

ເມື່ອເບິ່ງຈາກປະເພດການຄ້າຂາຍແລ້ວເຫັນວ່າ, ການຄ້າຂາຍໄຟຟ້າໄລຍະກາງ ແລະ ໄລຍະຍາວມີເຖິງ 6,352.2 ຕື້ກິໂລວັດໂມງ; ການຄ້າຂາຍໄຟຟ້າທັນທີມີ 287.2 ຕື້ກິໂລວັດໂມງ ແລະ ການຄ້າຂາຍໄຟຟ້າສີຂຽວມີເຖິງ 328.5 ຕື້ກິໂລວັດໂມງ, ເພີ່ມຂຶ້ນ 38.3% ເມື່ອທຽບໃສ່ປີ 2024.

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ມື້ນີ້ · ຂໍ້ມູນສົດ ວັນຈັນ 16 ພະຈິກ 2026 · ຂຶ້ນ 7 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່