ວັນອັງຄານ ທີ 17 ພະຈິກ 2026ອັບເດດລ່າສຸດ 19:46ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ແຂວງວຽງຈັນ ຫ້າມເດັດຂາດ! ບໍ່ໃຫ້ເຈົ້າໜ້າທີ່ ຕມ ປະຈຳຢູ່ດ່ານຊາຍແດນປັບໃໝ ກໍລະນີກວດພົບເອກະສານເດີນທາງໝົດອາຍຸ ເລີ່ມວັນທີ 14-22 ກຸມພາ 2026

ໂດຍ Pele
· 9 ເດືອນ ກ່ອນອ່ານ 1 ນາທີ60 ຄັ້ງ
ແຂວງວຽງຈັນ ຫ້າມເດັດຂາດ! ບໍ່ໃຫ້ເຈົ້າໜ້າທີ່ ຕມ ປະຈຳຢູ່ດ່ານຊາຍແດນປັບໃໝ ກໍລະນີກວດພົບເອກະສານເດີນທາງໝົດອາຍຸ ເລີ່ມວັນທີ 14-22 ກຸມພາ 2026
ADadvertisement
ADadvertisement
ADadvertisement

ວັນທີ 13 ກຸມພາ 2026 ຫ້ອງສັນຕິບານ ກອງບັນຊາການ ປກສ ແຂວງວຽງຈັນ ອອກແຈ້ງການ ໃຫ້ອໍານວຍຄວາມສະດວກໃຫ້ແກ່ການເດີນທາງເຂົ້າ ສປປ ລາວ ຂອງພົນລະເມືອງລາວ ລາຍລະອຽດດັ່ງນີ້:

ແຂວງວຽງຈັນ ຫ້າມເດັດຂາດ! ບໍ່ໃຫ້ເຈົ້າໜ້າທີ່ ຕມ ປະຈຳຢູ່ດ່ານຊາຍແດນປັບໃໝ ກໍລະນີກວດພົບເອກະສານເດີນທາງໝົດອາຍຸ ເລີ່ມວັນທີ 14-22 ກຸມພາ 2026

1. ໃຫ້ດ່ານ ຕມ ສາກົນບ້ານວັງ ແລະ ດ່ານ ຕມ ທ້ອງຖິ່ນຊະນະຄາມ ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ ພົນລະເມືອງລາວ ທີ່ຈະເດີນທາງເຂົ້າມາໃຊ້ສິດເລືອກຕັ້ງ ສະມາຊິກສະພາແຫ່ງຊາດຊຸດທີ X ແລະ ສະມາຊິກ ສະພາປະຊາຊົນ ແຂວງວຽງຈັນຊຸດທີ V.

2. ກໍລະນີເຈົ້າໜ້າທີ່ດ່ານ ຕມ ກວດກາພົບເຫັນເອກະສານເດີນທາງໝົດອາຍຸການນໍາໃຊ້ ແລະ ຢູ່ເກີນກຳນົດ ເວລາທີ່ທາງການອະນຸຍາດ ຫ້າມບໍ່ໃຫ້ເຈົ້າໜ້າທີ່ ຕມ ປະຈຳຢູ່ດ່ານຊາຍແດນປັບໃໝ ໂດຍເດັດຂາດ.

3. ໃຫ້ເລີ່ມຈັດຕັ້ງປະຕິບັດນັບແຕ່ ວັນທີ 14 ເຖິງວັນທີ 22 ກຸມພາ 2026 ພາຍຫລັງໝົດກໍານົດດັ່ງກ່າວ, ແມ່ນ ໃຫ້ປະຕິບັດຕາມກົດໝາຍ ຫລື ລະບຽບການເຂົ້າອອກເມືອງ.

ດັ່ງນັ້ນ, ຫ້ອງສັນຕິບານ ປກສ ແຂວງວຽງຈັນຈຶ່ງອອກແຈ້ງການສະບັບນີ້ແຈ້ງມາຍັງປະຕູດ່ານຊາຍ ແດນ ເພື່ອເປັນບ່ອນອີງໃຫ້ແກ້ການຈັດຕັ້ງປະຕິບັດ.

ທີ່ມາ:ໜັງສືພິມລາວພັດທະນາ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 60 ຄັ້ງ
‹ ກັບໄປໝວດແຈ້ງການ
ມື້ນີ້ · ຂໍ້ມູນສົດ ວັນອັງຄານ 17 ພະຈິກ 2026 · ຂຶ້ນ 8 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່