
ເມືອງປາກຊ່ອງ ອອກແຈ້ງການເຂັ້ມງວດ! ຫ້າມໃຫ້ປະຊາຊົນເຂົ້າໄປຫາກິນໃນເຂດອ່າງຮັບນ້ຳເຂື່ອນໄຟຟ້ານ້ຳປາກຊ່ອງໂດຍບໍ່ໄດ້ຮັບອະນຸຍາດ

ວັນທີ 23 ຕຸລາ 2026 ຄະນະກຳມະການປົກຄອງເມືອງ ປາກຊ່ອງ ແຂວງຈໍາປາສັກ, ອອກແຈ້ງການເລກທີ 572/ຄປມ ເຖິງ ປະທານຄະນະກຳມະການປົກຄອງຕາແສງ 5 ຕາແສງ, ປະທານ 88 ບ້ານ, ພະນັກງານ – ລັດຖະກອນ, ທະຫານ, ຕຳຫຼວດ, ບຸກຄົນ, ນິຕິບຸກຄົນ, ຫົວໜ່ວຍທຸລະກິດ, ຜູ້ປະກອບການ ຕະຫລອດຮອດ ພໍ່ແມ່ ປະຊາຊົນ ໃນທົ່ວເມືອງປາກຊ່ອງ, ເລື່ອງ ການເຂົ້າໄປທຳມາຫາກິນ ຢູ່ເຂດອ່າງຮັບນໍ້າຂອງເຂື່ອນໄຟຟ້ານໍ້າປາກຊອ່ງ ທີ່ບໍ່ໄດ້ຮັບອະນຸຍາດຈາກ ພາກສ່ວນທີ່ກ່ຽວຂອ້ງຂອງ.
ໃນປະຈຸບັນປະເທດລາວເຮົາເວົ້າລວມ, ເວົ້າສະເພາະໃນແຂວງ ກໍ່ຄືໃນທົ່ວເມືອງ, ປະຊາຊົນໃນຫລາຍທ້ອງ ຖິ່ນແມ່ນໄດ້ຫາປາແບບຊະຊາຍ ຝ່າຝືນຕໍ່ລະບຽບກົດໝາຍເຊັ່ນ: ການຈັບກົບ-ຂຽດ ໃນລະດູການວາງໄຂ່, ການນໍາໃຊ້ ເຄື່ອງມືຫາປາແບບດັບສູນ, ໃຊ້ໄຟຟ້າຊັອດ, ທາດເຄມີ, ອວນ, ຫລີ່, ຈິບ ແລະ ເຄື່ອງມືອື່ນໆ ທີ່ມີລັກສະນະແບບດັບສູນ, ເພື່ອສະກັດກັ້ນການຈັບປາຕາມທຳມະຊາດ ແລະ ລະດູປາຂື້ນລົງຕາມແຫລ່ງນໍ້າທຳມະຊາດ ໂດຍສະເພາະຕາມ ນໍ້າສາຂາ ແລະ ເຂດທີ່ຢູ່ອາໄສຂອງປາແຫລ່ງນໍ້າທຳມະຊາດ ໃນອ່າງຮັບນໍ້າເຂື່ອນໄຟຟ້ານໍ້າປາກຊອ່ງ. ນອກນັ້ນ, ຍັງມີການລະເມີດຫາປາຢູ່ໃນເຂດຫວງຫ້າມ, ຍ້ອນມີປະກົດການຄືແນວນັ້ນ ເພື່ອເຮັດໃຫ້ການຄຸ້ມຄອງວຽກງານປະມົງໜ້າເຂື່ອນໄດ້ເຂົ້າສູ່ ລະບຽບຫລັກການ ແລະ ຜັນຂະຫຍາຍບັນດາລະບຽບກົດໝາຍຕ່າງໆ ໃຫ້ມີຜົນສັກສິດ ປະກົດຜົນເປັນຈິງ ແນໃສ່ເຮັດໃຫ້ພໍ່ແມ່ປະຊາຊົນມີຄວາມຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ, ຮັບປະກັນເຖິງຄວາມປອດໄພຂອງພໍ່ແມ່ປະຊາຊົນໃນລະດູຝົນ ຕິດພັນກັບວຽກງານປ້ອງກັນຄວາມສະຫງົບໃນຂອບເຂດອ່າງຮັບນໍ້າຂອງເຂື່ອນໄຟຟ້ານໍ້າປາກຊ່ອງ, ໃຫ້ຄຽງຄູ່ກັບການ ປົກປັກຮັກສາ – ພັດທະນາປ່າໄມ້, ສັດນໍ້າ – ສັດປ່າ ແລະ ການປະມົງ ໃຫ້ມີຄວາມຍືນຍົງຕະຫລອດໄປ.
ຄະນະກຳມະການປົກຄອງເມືອງປາກຊ່ອງ ອອກແຈ້ງການ ດັ່ງນີ້:
1. ຫ້າມບໍ່ໃຫ້ບຸກຄົນ, ນິຕິບຸກຄົນ, ພໍ່ແມ່ປະຊາຊົນ ແລະ ພາກສ່ວນອື່ນໆ ເຂົ້າໄປໃນຂອບເຂດທີ່ທາງພາກລັດ ກຳນົດເປັນເຂດປົກປັກຮັກສາປະມົງໜ້າເຂື່ອນໄຟຟ້ານໍ້າປາກຊອ່ງ ຢ່າງເດັດຂາດ.
2. ບຸກຄົນ ຫລື ພໍ່ແມ່ປະຊາຊົນ ທີ່ຈະເຂົ້າຫາປາ ໃນຈຸດອ່າງປະມົງໜ້າເຂື່ອນໄຟຟ້ານໍ້າປາກຊ່ອງ ແມ່ນຕ້ອງໄດ້ຮັບ ອະນຸຍາດຈາກຂະແໜງການຄຸ້ມຄອງປະມົງໜ້າເຂື່ອນກ່ອນ, ຖ້າຝ່າຝືນແມ່ນຈະໄດ້ປະຕິບັດຕາມກົດລະບຽບ ຂອງກົດໝາຍປະມົງ ຢ່າງເຂັ້ມງວດ.
3. ຫ້າມນໍາເອົາອຸປະກອນຫາປາທີ່ຜິດກົດໝາຍ ເຂົ້າໄປຫາປາຢູ່ອ່າງປະມົງໜ້າເຂື່ອນໄຟຟ້ານໍ້າປາກຊ່ອງ ຢ່າງເດັດຂາດ ຖ້າພົບເຫັນແມ່ນຈະໄດ້ປະຕິບັດຕາມລະບຽບກົດໝາຍ.
4. ຫ້າມເອົາເຮືອສ່ວນບຸກຄົນ ເພື່ອນໍາໃຊ້ເຂົ້າໃນການລາກແກ່ໄມ້, ເຮັດກິດຈະກຳອື່ນໆ ຫລື ຫາປາໂດຍບໍ່ໄດ້ຮັບອະນຸຍາດ ຖ້າພົບເຫັນ ແລະ ຝ່າຜືນແມ່ນຈະປະຕິບັດຕາມລະບຽບກົດໝາຍທີ່ວາງອອກ.
5. ມອບໃຫ້ຫອ້ງການກະສິກໍາ ແລະສິ່ງແວດລອ້ມ ເມືອງປາກຊ່ອງ, ຂະແໜງການທີ່ກ່ຽວຂ້ອງຂອງເມືອງ, ບໍລິສັດ ເຂື່ອນໄຟຟ້ານໍ້າປາກຊອ່ງ, ການຈັດຕັ້ງບ້ານທີ່ກ່ຽວຂ້ອງ ປະສານສົມທົບກັນ ກຳນົດເຂດປັກຫລັກໝາຍ, ປ້າຍຫ້າມ, ສ້າງລະບຽບຄຸ້ມຄອງແບບມີສ່ວນຮ່ວມ ແລະ ຄຸ້ມຄອງໃຫ້ເຂົ້າສູ່ລະບຽບທີ່ວາງໄວ້.
6. ຫ້າມບຸກຄົນ, ຄອບຄົວ ແລະ ການຈັດຕັ້ງ ມີພຶດຕິກຳດັ່ງນີ້:
– ຈັບ, ລ່າ ແລະ ຊື້ຂາຍສັດນໍ້າ – ສັດປ່າ, ກົບ-ຂຽດ ປະເພດຫວງຫ້າມໃນທຸກລະດູການຢ່າງເດັດຂາດ.
– ນໍາເອົາສັດນໍ້າ – ສັດປ່າປະເພດຫວງຫ້າມ ບັນຊີ I ທີ່ຍັງມີຊີວິດ, ຊາກ ແລະ ອະໄວຍະວະຂອງສັດປະເພດ ດັ່ງກ່າວນີ້ອອກຈາກຖິ່ນທີ່ຢູ່ອາໄສ ຫລື ແຫລ່ງກຳເນີດມີໄວ້ໃນຄອບຄອງ.
– ຈັບ, ລ່າສັດນໍ້າ-ສັດປ່າປະເພດທົ່ວໄປໃນສະຖານທີ່ຫວງຫ້າມ, ເຂດອະນຸລັກພັນສັດ, ເຂດປາຂຶ້ນວາງໄຂ່, ເຂດວັງສະຫງວນ ໂດຍສະເພາະໃນຊ່ວງລະດູການຂະຫຍາຍພັນ.
– ບຸກລູກທໍາລາຍເຂດອະນຸລັກພັນສັດ, ວັງສະຫງວນ, ຖີ່ນທີ່ຢູ່ອາໃສແຫຼ່ງອາຫານຂອງສັດນໍ້າ – ສັດປ່າໂດຍກົງ ຫລື ທາງອ້ອມ ເຊັ່ນ: ດ້ວຍການບຸກເບີກ, ຕັ້ງຖິ່ນຖານໃໝ່, ຖາກຖາງປ່າໄມ້, ຈຸດປ່າ, ຕັດໄມ້, ນໍ້າໃຊ້ຢາປາບ ສັດຕູພືດ ແລະ ຢາຂ້າຫຍ້າເກີນກຳນົດ ແລະ ການກະທໍາອື່ນໆທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ.
– ຈັບຈ່ອງ, ຍ້າຍ, ປ່ຽນແປງ ຫລື ທໍາລາຍເຄື່ອງໝາຍເຂດວັງສະຫງວນ, ເຂດອະນຸລັກພັນສັດ, ເຂດປ່າສະຫງວນ ແລະ ຖິ່ນອາໄສ.
– ຕັນທາງທຽວປາຂື້ນວາງໃສ່ຕາມຫ້ວຍ ແລະ ສາຍນໍ້າດ້ວຍວິທີການເຮັດຕ້ອນ, ເຮັດຫລີ່, ໃສ່ລອບ, ໂຕ່ງ, ມອງ ຕາຖີ່, ນໍາໃຊ້ລະເບີດ, ທາດເບື່ອ, ສານເຄມີ, ໃຊ້ໄຟຟ້າຊັອດ ແລະ ເຄື່ອງມືຫາປາທີ່ມີລັກສະນະດັບສູນ.
– ມີການກະທໍາອື່ນໆ ທີ່ເປັນການຜິດລະບຽບກົດໝາຍກ່ຽວກັບສັດນໍ້າ-ສັດປ່າ ແລະ ການປະມົງ.
7. ຖ້າກໍລະນີຍັງມີບຸກຄົນ, ນິຕິບຸກຄົນ, ພໍ່ແມ່ປະຊາຊົນຍັງຝ່າຝືນເຂົ້າໄປຫາກິນໃນອ່າງຮັບນໍ້າເຂື່ອນໄຟຟ້ານໍ້າ ປາກຊອ່ງ, ຖ້າເກີດອຸປະຕິເຫດຫລືເຫດການບໍ່ຄາດຄິດຂຶ້ນ ທາງເຂື່ອນໄຟຟ້ານໍ້າປາກຊ່ອງຈະບໍ່ຮັບຜິດຊອບ.
8. ມອບໃຫ້ປະທານຄະນະກຳມະການປົກຄອງຕາແສງ 5 ຕາແສງ, ປະທານບ້ານ 88 ບ້ານ ເປັນເຈົ້າການ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຈັດຕັ້ງເຜີຍແຜ່ແຈ້ງການສະບັບນີ້ ໃຫ້ທຸກພາກສວ່ນເຂົ້າໃຈຢ່າງຖົ່ວເຖິງ.


ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້












