MAHAXAN.COM

ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ພໍ່ຕູ້ຊາວເກົາຫລີ ຖືກຈັບຢູ່ສະໜາມບິນປາກເຊ ພ້ອມຂອງກາງຢາເຮໂລອິນ 2.8 ກິໂລກຣາມ

ພໍ່ຕູ້ຊາວເກົາຫລີ ຖືກຈັບຢູ່ສະໜາມບິນປາກເຊ ພ້ອມຂອງກາງຢາເຮໂລອິນ 2.8 ກິໂລກຣາມ

Pele
ເຜີຍແຜ່: 16 February 2026, 15:28
ປັບປຸງຫຼ້າສຸດ: 16 February 2026, 15:32
ອ່ານ 76 ຄັ້ງ
ພໍ່ຕູ້ຊາວເກົາຫລີ ຖືກຈັບຢູ່ສະໜາມບິນປາກເຊ ພ້ອມຂອງກາງຢາເຮໂລອິນ 2.8 ກິໂລກຣາມ

ປກສ ແຂວງຈຳປາສັກ ລາຍງານວ່າ: ວັນທີ 27 ມັງກອນ 2026 ຜ່ານມານີ້   ເຈົ້າໜ້າທີ່ພະແນກຕາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ໄດ້ຮັບຜູ້ຕ້ອງຫາຈາກເຈົ້າໜ້າທິປະຈຳສະໜາມບິນສາກົນປາກເຊ ແຂວງຈໍາປາສັກ 01 ລາຍ 01 ຄົນ,ພ້ອມເຄື່ອງຂອງກາງຢາເສບຕິດ(ເຮໂລອິນ) ຈໍານວນ 2,832 ກຣາມ ຊື່ ທ້າວ ໂບເວີນ ຊອນ ອາຍຸ 71 ປີ. ສັນຊາດເກົາຫຼີ ເຊື້ອຊາດເກົາຫຼີ

ພ້ອມຊອງກາງໂທລະສັບຍີ່ຫໍ້ ໄອໂຟນ ສີດໍາ ຈໍານວນ 01 ໜ່ວຍ ເງິນໂດລາຈໍານວນ 725 ໂດລາ – ເງິນວອນ 45,000 ວອນ ເງິນກີບຈໍານວນ 300,500 ກີບ ບັດເອທີເອັມ 01 ບັດ ບັດປະຈໍາຕົວ 01 ບັດ

ແບ່ງປັນ:
‹ ກັບໄປໝວດເຫດການ

ຂ່າວທີ່ກ່ຽວຂ້ອງ

ອ່ານຫຼາຍທີ່ສຸດ

ຂ່າວຫຼ້າສຸດ