
ກັກຕົວຊາຍໜຸ່ມ 2 ຄົນ ພ້ອມຂອງກາງຢາເສບຕິດ “ຄໍລະເຈນ” ມາດຳເນີນຄະດີ
P
ໂດຍ Pele
· 9 ເດືອນ ກ່ອນອ່ານ 1 ນາທີ72 ຄັ້ງ
ຟັງຂ່າວນີ້1 ນາທີ · ສຽງ AI ຜູ້ຍິງ
0:00 / 0:50

ຖະແຫລງຂ່າວ ເມືອງພີນ ລາຍງານວ່າ: ວັນທີ 6 ມັງກອນ 2026 ເຈົ້າໜ້າທີ່ ປກສ ເມືອງພີນ ແຂວງສະຫວັນນະເຂດ ໄດ້ກັກຕົວຜູ້ຖືກຫາ 2 ຄົນ ຢູ່ເຮືອນພັກແຫ່ງໜຶ່ງ ຂອບເຂດບ້ານປ່າເຫຼັກ (ເຂດເຊທ່າມວກ) ເມືອງພີນ ແຂວງສະຫວັນນະເຂດ ພ້ອມຂອງກາງຢາເສບຕິດປະເພດຄໍລະເຈນ 20 ຊອງ ມາສອບສວນ.

ຜ່ານການສອບສວນ ຜູ້ທີ1 ຊື່: ທ້າວ ຈັນທະໄລ ອາຍຸ 23 ປີ ຢູ່ບ້ານ ຍາງ ແລະ ຜູ້ທີ2 ຊື່: ທ້າວ ຊະມັງ ອາຍຸ 19 ປີ ຢູ່ບ້ານຫ້ວຍຫອຍ ເມືອງພີນ ແຂວງສະຫວັນນະເຂດ ທັງສອງຄົນ. ປັດຈຸບັນ ເຈົ້າໜ້າທີ່ໄດ້ກັກຕົວພວກກ່ຽວໄວ້ ເພື່ອດຳເນີນຄະດີຕາມລະບຽບກົດໝາຍ.
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານແລ້ວ 72 ຄັ້ງແບ່ງປັນແລ້ວ 0 ຄັ້ງຖືກໃຈ 0 ຄັ້ງ
mahaxan.com/5820
‹ ກັບໄປໝວດເຫດການ
ອ່ານຕໍ່







