
"ກຳນົດວັນຈັນ ທີ 9 ມີນາ 2026 ເປັນມື້ພັກຊົດເຊີຍວັນແມ່ຍິງສາກົນ ປີນີ້"

ອີງຕາມໜັງສືແຈ້ງການ ສະບັບເລກທີ 2118/ຫສນຍ, ລົງວັນທີ 26 ທັນວາ 2025 ຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ລະບຸໄວ້ວ່າ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງການຕົກລົງ ຂອງທ່ານ ນາຍົກລັດຖະມົນຕີ ມາຍັງ ທ່ານຊາບ ດັ່ງນີ້: ເພື່ອໃຫ້ມີຄວາມເປັນເອກະພາບ ໃນຂອບເຂດທົ່ວປະເທດ ແລະ ເປັນບ່ອນອີງໃນການສ້າງແຜນເຄື່ອນໄຫວວຽກງານຂອງບັນດາ ກະຊວງ, ອົງການຕ່າງໆ ຂອງສູນກາງ ແລະ ທ້ອງຖິ່ນ ຈຶ່ງໄດ້ກຳນົດກ່ຽວກັບ ວັນພັກທາງລັດຖະການ ແລະ ວັນພັກຊົດເຊີຍ ປະຈຳປີ 2026:

#ວັນທີ 08 ມີນາ 2026 ວັນແມ່ຍິງສາກົນ, ກຳນົດໃຫ້ເປັນວັນພັກ ແຕ່ເນື່ອງຈາກວ່າ ວັນທີ 08 ມີນາ 2026 ກົງກັບມື້ວັນພັກປະຈຳອາທິດ (ວັນອາທິດ), ຈຶ່ງກຳນົດເອົາວັນທີ 09 ມີນາ 2026 (ກົງກັບວັນຈັນ) ເປັນວັນພັກຊົດເຊີຍ ວັນແມ່ຍິງສາກົນ.
ສະນັ້ນ, ປີນີ້ ແມ່ຍິງລາວທີ່ເຮັດວຽກນຳລັດ ຈະໄດ້ພັກຍາວ 3 ວັນ ວັນເສົາ, ວັນອາທິດ ແລະ ວັນຈັນ.
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່




ແຈ້ງປັບລົງລາຄານໍ້າມັນເຊື້ອໄຟທຸກຊະນິດ
2 ອາທິດກ່ອນ
ແຈ້ງການມອດໄຟ ວັນທີ 6,7,8,13/11/2026
2 ອາທິດກ່ອນ

