ວັນອັງຄານ ທີ 17 ພະຈິກ 2026ອັບເດດລ່າສຸດ 19:46ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ກະຊວງອຸດສາຫະກຳ ແລະ ການຄ້າ ອອກແຈ້ງການ ກ່ຽວກັບການສະໜອງນ້ຳມັນເຊື້ອໄຟ ໃນຊ່ວງໄລຍະຄວາມບໍ່ສະຫງົບໃນພາກພື້ນຕາເວັນອອກກາງ

ໂດຍ Jenjilaອັບເດດ
· 9 ເດືອນ ກ່ອນອ່ານ 3 ນາທີ287 ຄັ້ງ
ກະຊວງອຸດສາຫະກຳ ແລະ ການຄ້າ ອອກແຈ້ງການ ກ່ຽວກັບການສະໜອງນ້ຳມັນເຊື້ອໄຟ ໃນຊ່ວງໄລຍະຄວາມບໍ່ສະຫງົບໃນພາກພື້ນຕາເວັນອອກກາງ
ADadvertisement
ADadvertisement
ADadvertisement

ກະຊວງອຸດສາຫະກຳ ແລະ ການຄ້າ ອອກແຈ້ງການ ກ່ຽວກັບການສະໜອງນ້ຳມັນເຊື້ອໄຟ ໃນຊ່ວງໄລຍະຄວາມບໍ່ສະຫງົບໃນພາກພື້ນຕາເວັນອອກກາງ ລາຍລະອຽດດັ່ງລຸ່ມນີ້:

ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍກົມກ່ຽວຂ້ອງ, ລັດວິສາຫະກິດນໍ້າມັນເຊື້ອໄຟລາວ ແລະ ບັນດາບໍລິສັດນຳເຂົ້າ ນໍ້າມັນເຊື້ອໄຟ ໄດ້ຈັດກອງປະຊຸມປືກສາຫາລືກ່ຽວກັບຜົນກະທົບຂອງສົງຄາມຢູ່ຕະເວັນອອກກາງ ແລະ ມາດຕະການ, ກົນໄກການກະກຽມຄວາມພ້ອມຮັບມືກັບສະຖານະການດັ່ງກ່າວ ໂດຍໃຫ້ກຽດເປັນປະທານຂອງທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ. ບໍລິສັດທີ່ເຂົ້າຮ່ວມມີ: ລັດວິສາຫະກິດ ນຳໍມັນເຊື້ອໄຟລາວ, ບໍລິສັດ ເປໂຕຣຫວຽດນາມ ອອຍ ລາວ ຈຳກັດ, ບໍລິສັດ ສົມວັນຈະເລີນ ເປໂຕຣລ້ຽມ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານຳມັນເຊື້ອໄຟ ມະຫາຊົນ, ບໍລິສັດ ໂລ ປີໂຕຣລຽມ ຈຳກັດຜູ້ດຽວ, ບໍລິສັດ ປີໂຕເທຣດ ນຳເຂົ້າ ແລະ ສົ່ງອອກ ຈຳກັດ, ບໍລິສັດນໍ້າເຂົ້າ-ສົ່ງອອກ ນໍ້າມັນເຊື້ອໄຟເອເຊຍ ຈຳກັດ, ບໍລິສັດ ນໍ້າມັນເຊື້ອໄຟ ດາລາຈະເລີນ ນໍາເຂົ້າສົ່ງອອກ, ຈຳກັດຜູ້ດຽວ, ບໍລິສັດ ເປໂທຣລີແມ໋ກ ລາວ ຈຳກັດ, ບໍລິສັດ ລັດວິສາຫະກິດ ນໍ້າມັນເຊື້ອໄຟ ວຽງຈັນ ເຂົ້າຮ່ວມ ໃນວັນທີ 2 ມີນາ 2026.

ກອງປະຊຸມໄດ້ມີການປະເມີນສະຖານະການທີ່ອາດຈະສົ່ງຜົນກະທົບຕໍ່ລາຄານໍ້າມັນ ແລະ ການສະໜອງນໍ້າມັນໃຫ້ແກ່ສັງຄົມ ໃນໄລຍະທີ່ເກີດເຫດການຄວາມບໍ່ສະຫງົບດັ່ງກ່າວ ລວມທັງມາດຕະການທີ່ຈຳເປັນໃນໄລຍະສັ້ນ ແລະ ໄລຍະກາງ. ໃນກອງປະຊຸມ ຍັງໄດ້ປຶກສາຫາລື ແລະ ກຳນົດມາດຕະການ ຫຼື ວິທີການ ກ່ຽວກັບທາງເລືອກ ຫຼື ແຫຼ່ງນໍາເຂົ້າອື່ນ ເພື່ອຮັບປະກັນການສະໜອງຄວາມໝັ້ນຄົງນໍ້າມັນເຊື້ອໄຟໃຫ້ແກ່ ສປປ ລາວທັງໃນໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ.

ຈາກຂໍ້ມູນການນໍາເຂົ້ານໍ້າມັນເຊື້ອໄຟໃນມື້ນີ້ ວັນຈັນ 02/03/2026 ເຫັນວ່າ ຍັງມີຈຳນວນປົກກະຕິທັງດ້ານປະລິມານ ແລະ ລາຄາ ຫຼາຍກວ່າ 10 ລ້ານລິດ, ຊຶ່ງ ຈາກການປະສານງານກັບ ຝ່າຍໄທ ປະກົດວ່າ ບໍ່ມີການຫ້າມສົ່ງອອກນໍ້າມັນເຊື້ອໄຟ ມາຍັງ ສປປ ລາວ ເນື່ອງຈາກ ການຮ່ວມມື ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນທີ່ເລິກເຊິ່ງໜັກແໜ້ນຂອງທັງສອງປະເທດ ລາວ-ໄທ ທາງທັງດ້ານພະລັງງານ ເຊິ່ງ ບໍ່ພຽງແຕ່ນໍ້າມັນເຊື້ອໄຟ, ໄຟຟ້າ ແລະ ບໍ່ແຮ່ເທົ່ານັ້ນ, ລາວ-ໄທ ຍັງມີການຮ່ວມມື ແລະ ຊ່ວຍເຫຼືອກັນທາງດ້ານການຄ້າ ແລະ ການລົງທຶນ ເຊິ່ງຕິດພັນກັບຄວາມຕ້ອງການພະລັງງານ ໂດຍສະເພາະ ນໍ້າມັນເຊື້ອໄຟອີກດ້ວຍ.

ພ້ອມນັ້ນ, ຈຳນວນນໍ້າມັນເຊື້ອໄຟທີ່ແຮຮອງໄວ້ຂອງແຕ່ລະບໍລິສັດ ແມ່ນ ສາມາດຕອບສະໜອງກັບຄວາມຕ້ອງການຂອງສັງຄົມໃນໄລຍະໜຶ່ງ ຊຶ່ງບໍ່ກໍ່ໃຫ້ເກີດການຂາດແຄນກະທັນຫັນ. ພ້ອມນັ້ນ, ໃນທີ່ປະຊຸມ ຍັງໄດ້ເນັ້ນໜັກ ແຈ້ງໃຫ້ ບໍລິສັດນໍາເຂົ້າ ແລະ ບໍລິສັດຈຳໜ່າຍ ທີ່ມີປໍ້າຕົວແບບ ແລະ ປໍ້າຕົວແທນທີ່ໃຊ້ໂລໂກ້ຂອງຕົນ ຕ້ອງໄດ້ໃຫ້ບູລິມະສິດໃນການສະໜອງນໍ້າມັນໃຫ້ປໍ້າກ່ອນຢ່າງພຽງພໍ ແລະ ທົ່ວເຖິງ ກ່ອນການສະໜອງໃຫ້ແກ່ ໂຄງການ, ແລະ ແຈ້ງໃຫ້ເຈົ້າໜ້າທີກວດກາການຄ້າ ໃນແຕ່ລະເມືອງ ໃຫ້ລົງຕິດຕາມກວດກາປໍ້າທີ່ປິດ ຫຼື ແຈ້ງວ່າໝົດນໍ້າມັນ ເພື່ອກວດກາຕົວຈິງ ເພື່ອຫຼີກເວັ້ນ ການກັກຕຸນນໍ້າມັນເຊື້ອໄຟ ເພື່ອເກັງກຳໄລລາຄາ. ຖ້າຫາກ ປໍ້າໃດປະຕິບັດ ບໍ່ຖືກຕ້ອງ ໃຫ້ດຳເນີນການປັບໃໝຕາມລະບຽບກົດໝາຍ ໂດຍສະເພາະ ແມ່ນດຳລັດວ່າດ້ວຍ ທຸລະກິດນໍ້າມັນເຊື້ອໄຟ ເລກທີ 559/ລບ, ລົງວັນທີ 9/9/2025 ແລະ ເປັນເຫດຜົນໃຫ້ເກີດການໂຈະ ຫຼື ຢຸດຕິການດຳເນີນທຸລະກິດໄດ້.​

ເຖິງຢ່າງໃດກໍຕາມ, ການຊ່ວງເກີດເຫດການຄວາມບໍ່ສະຫງົບທີ່ກ່າວມາຂ້າງເທິງນັ້ນ ເປັນພຽງເຫດການຊົ່ວຄາວ, ການແຕກຕື່ນຊື້ກັກຕຸນນໍ້າມັນເຊື້ອໄຟໄວ້ ແມ່ນວິທີການແກ້ໄຂບັນຫາສະເພາະໜ້າ ແຕ່ບໍ່ແມ່ນວິທີແກ້ໄຂຍາວນານ ແລະ ຍັງສ້າງຄວາມແຕກຕື່ນໃຫ້ກັບ ສັງຄົມ. ວິທີການແກ້ໄຂທີ່ດີສຸດ ຕ້ອງເຂົ້າໃຈວ່າ ສປປ ລາວ ບໍ່ແມ່ນປະເທດຜະລິດນໍ້າມັນ, ການປະຢັດ ແລະ ນໍາໃຊ້ພາຫະນະເທົ່າທີ່ຈຳເປັນ ແມ່ນສິ່ງທີ່ຕ້ອງໄດ້ປະຕິບັດເປັນນິໄສຕະຫຼອດໄປ ຊຶ່ງບໍ່ພຽງແຕ່ເປັນການປະຢັດໃຫ້ແກ່ຕົນເອງ ແລະ ຄອບຄົວ, ຍັງເປັນການປະຢັດເງິນຕາຕ່າງປະເທດໃຫ້ແກ່ປະເທດຊາດ.

ກະຊວງອຸດສາຫະກຳ ແລະ ການຄ້າ ອອກແຈ້ງການ ກ່ຽວກັບການສະໜອງນ້ຳມັນເຊື້ອໄຟ ໃນຊ່ວງໄລຍະຄວາມບໍ່ສະຫງົບໃນພາກພື້ນຕາເວັນອອກກາງ
ກະຊວງອຸດສາຫະກຳ ແລະ ການຄ້າ ອອກແຈ້ງການ ກ່ຽວກັບການສະໜອງນ້ຳມັນເຊື້ອໄຟ ໃນຊ່ວງໄລຍະຄວາມບໍ່ສະຫງົບໃນພາກພື້ນຕາເວັນອອກກາງ · ຮູບທີ 2

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 287 ຄັ້ງ
ມື້ນີ້ · ຂໍ້ມູນສົດ ວັນອັງຄານ 17 ພະຈິກ 2026 · ຂຶ້ນ 8 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່