
ແຈ້ງການເສຍຄ່າທຳນຽມທາງປະຈຳປີ 2026
J
ໂດຍ Jenjila
· 9 ເດືອນ ກ່ອນອ່ານ 1 ນາທີ308 ຄັ້ງ
ຟັງຂ່າວນີ້1 ນາທີ · ສຽງ AI ຜູ້ຊາຍ
0:00 / 1:05

ຂໍເຊີນຊວນບັນດາທ່ານຊຳລະຄ່າທຳນຽມທາງ ປະຈຳປີ 2026 ນັບແຕ່ມື້ນີ້ເປັນຕົ້ນໄປ.
ທ່ານສາມາດຊຳລະຄ່າທໍານຽມທາງ ປະຈໍາປີ 2026 ໄດ້ແລ້ວນັບ ແຕ່ມື້ນີ້ຮອດວັນທີ 31 ມີນາ 2026 ຈະບໍ່ມີຄ່າປັບໄໝ.
ສ່ວນການຊໍາລະຄ່າທໍານຽມທາງຈະມີ 2 ຮູບແບບຄື: ຊໍາລະຜ່ານລະບົບທະນາຄານໂດຍການນໍາໃຊ້ແອັບພິເຄຊັນ (Application) ຂອງບັນດາທະນາຄານທີ່ເຂົ້າຮ່ວມໂຄງການເຊັ່ນ : ທະນາຄານການຄ້າຕ່າງປະເທດລາວມະຫາຊົນ , ທະນາຄານລາວພັດທະນາ, ທະນາຄານຮ່ວມພັດທະນາລາວ, ທະນາຄານສົ່ງເສີມກະສິກຳ, ທະນາຄານລາວ-ຫວຽດ ແລະ ທະນາຄານອື່ນໆ ,ນອກຈາກນັ້ນກໍ່ສາມາດເຂົ້າໄປຊໍາລະຢູ່ຫ້ອງການສ່ວຍສາອາກອນໃກ້ບ້ານທ່ານ ດ້ວຍເງິນສົດຜ່ານຄັງເງິນແຫ່ງຊາດ.
ສຳລັບສະຕິກເກີແມ່ນມີ 2 ຮູບແບບຄື: ແບບແຜ່ນເຈ້ຍ (Sticker) ແລະ ແບບເອເລັກໂຕຣນິກ (E-Sticker) ຊຶ່ງສາມາດໃຊ້ຢັ້ງຢືນທາງດ້ານກົດໝາຍກັບເຈົ້າໜ້າທີ່ໄດ້.


ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານແລ້ວ 308 ຄັ້ງແບ່ງປັນແລ້ວ 0 ຄັ້ງຖືກໃຈ 0 ຄັ້ງ
mahaxan.com/6132
‹ ກັບໄປໝວດແຈ້ງການ
ອ່ານຕໍ່




ແຈ້ງປັບລົງລາຄານໍ້າມັນເຊື້ອໄຟທຸກຊະນິດ
2 ອາທິດກ່ອນ
ແຈ້ງການມອດໄຟ ວັນທີ 6,7,8,13/11/2026
2 ອາທິດກ່ອນ

