
ອັດຕະປື ຫ້າມບໍ່ໃຫ້ຫລິ້ນວ່າວ, ປ່ອຍໂຄມໄຟ ແລະ ວັດຖຸອື່ນໆ ຢູ່ໃກ້ສາຍຕາຂ່າຍໄຟຟ້າ

ແຈ້ງການເຖີງ: ບັນດາທ່ານ ອໍານາດການປົກຄອງ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ຫຼື ຜູ້ຊົມໃຊ້ໄຟຟ້າ ພາຍໃນແຂວງອັດຕະປື ເພື່ອຊາບ.
ເລື່ອງ: ຂໍຄວາມຮ່ວມມືນໍາທຸກພາກສ່ວນ ບໍ່ໃຫ້ຫຼິ້ນວ່າວ,ປ່ອຍໂຄມໄຟ ແລະ ວັດຖຸອື່ນໆ ທີ່ຈະພາໃຫ້ປິວໄປກະທົບໃສ່ສາຍຕາຂ່າຍໄຟຟ້າ 22ກິໂລໂວນ ແລະ 115 ກິໂລໂວນ.
– ອີງຕາມ: ກົດໝາຍວ່າດ້ວຍໄຟຟ້າ ສະບັບປັບປຸງ ເລກທີ 19/ສພຊ ນະຄອນຫຼວງວຽງຈັນ ວັນທີ 09 ພຶດສະພາ 2017.
– ອີງຕາມ: ຂໍ້ກໍານົດໃນການຄຸ້ມຄອງ ແລະ ການນໍາໃຊ້ລະບົບໄຟຟ້າ, ສະບັບເລກທີ 0262/ ຟຟລ,ລົງວັນທີ 23 ມັງກອນ 2017.
ດັ່ງນັ້ນ,ທາງລັດວິສາຫະກິດໄຟຟ້າລາວ ສາຂາແຂວງອັດຕະປື ຈິ່ງໄດ້ອອກແຈ້ງການ ໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າ ທີ່ອາໃສຢູ່ໃນທົ່ວແຂວງອັດຕະປື ໄດ້ຮັບຊາບ ແລະ ເພື່ອຄວາມປອດໄພຕໍ່ຊີວິດ ແລະ ຊັບສິນ, ລາຍລະອຽດຕາມແຈ້ງການ ສະບັບເລກທີ: 0560/ຟຟລ.ຝຄຕລ.ສຂອປ,ລົງວັນທີ: 02 ມີນາ 2026 ແນບຄັດດ້ານລຸ່ມ.

ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່




ແຈ້ງປັບລົງລາຄານໍ້າມັນເຊື້ອໄຟທຸກຊະນິດ
2 ອາທິດກ່ອນ
ແຈ້ງການມອດໄຟ ວັນທີ 6,7,8,13/11/2026
2 ອາທິດກ່ອນ

