
ບໍລິສັດ ຝຸ່ນໂປຕາສ ມອບເງິນ 1,2 ຕື້ກີບ ເພື່ອຈາລຶກປະຫວັດສາດ ບັ້ນຮົບປ້ອງກັນຕົວເມືອງທ່າແຂກ
P
ໂດຍ Pele
· 8 ເດືອນ ກ່ອນອ່ານ 1 ນາທີ47 ຄັ້ງ
ຟັງຂ່າວນີ້1 ນາທີ · ສຽງ AI ຜູ້ຍິງ
0:00 / 1:01

ບໍລິສັດ ຝຸ່ນໂປຕາສ ມອບເງິນ 1,2 ຕື້ກີບໃຫ້ອົງການປົກຄອງແຂວງຄໍາມ່ວນເພື່ອປະກອບສ່ວນໃນການຈັດງານຕັ້ງກອງບຸນ ຈາລຶກປະຫວັດສາດ ບັ້ນຮົບປ້ອງກັນຕົວເມືອງທ່າແຂກ 21 ມີນາ 1946 ຄົບຮອບ 80 ປີ ແລະ ສ່ວນໜຶ່ງເພື່ອຈັດພິທີສະເຫຼີມສະຫຼອງ ອຸທິຍານແຫ່ງຊາດຫີນໜາມໜໍ່ເປັນມໍລະດົກໂລກທາງທໍາມະຊາດ ແຫ່ງທໍາອິດ ຂອງ ສປປ ລາວ.
ພິທີມອບຮັບເງິນດັ່ງກ່າວໄດ້ຈັດຂຶ້ນໃນມື້ວານນີ້ ທີ່ຫ້ອງວ່າການແຂວງຄໍາມ່ວນ ມອບໂດຍ ທ່ານ ຢ໋າງສົວ ປະທານໃຫຍ່ ບໍລິສັດ ອາຊີ-ໂປຕາສ ສາກົນ ສປ ຈີນ ທັງເປັນປະທານ-ອຳນວຍການ ບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນ (ລາວ) ຈຳກັດຜູ້ດຽວ ແລະ ຮັບໂດຍ ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງຄໍາມ່ວນ.
ທີ່ມາແຫຼ່ງຂໍ້ມູນຂ່າວ: ມະນີວັນ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ແບ່ງປັນແລ້ວ 0 ຄັ້ງຖືກໃຈ 0 ຄັ້ງ
mahaxan.com/6652
‹ ກັບໄປໝວດເສດຖະກິດ-ສັງຄົມ
ອ່ານຕໍ່







