ວັນອາທິດ ທີ 15 ພະຈິກ 2026ອັບເດດລ່າສຸດ 04:50ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ແຈ້ງການ ໃຫ້ຫຼຸດຈຳນວນມື້ຮຽນ ຈາກ 5 ວັນ/ອາທິດ ເຫຼືອ 3 ວັນ/ອາທິດ ໂດຍໃຫ້ຮັກສາຫຼັກສູດການຮຽນ- ການສອນແບບເກົ່າ ແລະ ໃຫ້ເລື່ອນມື້ປິດສົກຮຽນອອກໄປຕື່ມ.

ໂດຍ Jenjila
· 8 ເດືອນ ກ່ອນອ່ານ 1 ນາທີ81 ຄັ້ງ
ແຈ້ງການ ໃຫ້ຫຼຸດຈຳນວນມື້ຮຽນ ຈາກ 5 ວັນ/ອາທິດ ເຫຼືອ 3 ວັນ/ອາທິດ ໂດຍໃຫ້ຮັກສາຫຼັກສູດການຮຽນ- ການສອນແບບເກົ່າ ແລະ ໃຫ້ເລື່ອນມື້ປິດສົກຮຽນອອກໄປຕື່ມ.
ADadvertisement
ADadvertisement
ADadvertisement

ວັນທີ 19 ມີນາ 2026 ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ອອກແຈ້ງການດ່ວນ ເລື່ອງ ການຈັດຕັ້ງຜັນຂະຫຍາຍ ຄໍາສັ່ງເລກທີ 40/ນຍ ຂອງທ່ານນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີແກ້ໄຂ ບັນຫາຜົນກະທົບຈາກລາຄານໍ້າມັນເຊື້ອໄຟ.

ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເຫັນດີຕາມມາດຕະການທີ່ກະຊວງສຶກສາທິການ ແລະ ກິລາ ສະເໜີມາຄື:

1. ມອບໃຫ້ກະຊວງສຶກສາທິການ ແລະ ກິລາ ອອກມາດຕະການ ແລະ ແຈ້ງໃຫ້ສະຖານການສຶກສາທັງພາກລັດ ແລະ ເອກະຊົນ ໃນຂອບເຂດທົ່ວປະເທດ ຄື:

1) ມາດຕະການສະເພາະໜ້າ:

– ໃຫ້ສະຖານການສຶກສາກ່ອນໄວຮຽນ, ສາມັນສຶກສາ (ພາກລັດ ແລະ ເອກະຊົນ) ປັບປຸງໄລຍະເວລາການ ຮຽນ-ການສອນ (ຫລຸດຜ່ອນຈໍານວນມື້ຮຽນຕໍ່ອາທິດ) ຈາກປົກກະຕິ 5 ວັນ/ອາທິດ ມາເປັນ 3 ວັນ/ອາທິດ ໂດຍໃຫ້ ຮັກສາຫລັກສູດການຮຽນ-ການສອນໄວ້ຄືເກົ່າ ໂດຍເລື່ອນມື້ປິດສົກຮຽນອອກໄປຕື່ມກ່ອນ ຕາມສະພາບຕົວຈິງ.

– ໃຫ້ສະຖານການສຶກສາສ້າງຄູ, ອາຊີວະສຶກສາ ແລະ ການສຶກສາຊັ້ນສູງ (ພາກລັດ ແລະ ເອກະຊົນ) ປັບປຸງ ຕາຕະລາງການຮຽນ-ການສອນ ໃຫ້ຮຽນເຕັມມື້ (ພາກເຊົ້າ ແລະ ບ່າຍ) ແລະ ຫລຸດຈໍານວນມື້ຮຽນລົງ ຈາກປົກກະຕິ 5 ວັນ/ອາທິດ ມາເປັນ 3 ວັນ/ອາທິດ, ສໍາລັບຄູອາຈານ ທີ່ບໍ່ມີຊົ່ວໂມງສອນ ແມ່ນໃຫ້ຜັດປ່ຽນກັນມາປະຈຳການ.

2) ມາດຕະການລະດັບກາງ: ຖ້າຫາກສະພາບການ ເພີ່ມຄວາມຮຸນແຮງ ແລະ ແກ່ຍາວ ແມ່ນໃຫ້ຈັດການຮຽນ-ການສອນແບບທາງໄກ (online) ຢູ່ຕາມໂຮງຮຽນ ແລະ ສະຖາບັນການສຶກສາ ທີ່ມີເງື່ອນໄຂສະດວກ. ສ່ວນໂຮງຮຽນທີ່ ບໍ່ທັນມີຄວາມພ້ອມທາງດ້ານພື້ນຖານໂຄງລ່າງ ແລະ ເຕັກນິກນັ້ນ ແມ່ນໃຫ້ໂຈະການຮຽນ-ການສອນ ເປັນການຊົ່ວຄາວ.

2. ມອບໃຫ້ກະຊວງເຕັກໂນໂລຊີ ແລະ ການສື່ສານ ກວດກາຄວາມພ້ອມ ແລະ ຄຸນນະພາບຂອງສັນຍານອິນເຕີ ເນັດ ກໍຄືອຸປະກອນທີ່ຈໍາເປັນຈຳນວນໜຶ່ງ ເພື່ອສະໜອງໃຫ້ບັນດາໂຮງຮຽນ ແລະ ສະຖານການສຶກສາ ເຂົ້າໃນວຽກງານ ການຮຽນ-ການສອນທາງໄກ (online).

ແຈ້ງການ ໃຫ້ຫຼຸດຈຳນວນມື້ຮຽນ ຈາກ 5 ວັນ/ອາທິດ ເຫຼືອ 3 ວັນ/ອາທິດ ໂດຍໃຫ້ຮັກສາຫຼັກສູດການຮຽນ- ການສອນແບບເກົ່າ ແລະ ໃຫ້ເລື່ອນມື້ປິດສົກຮຽນອອກໄປຕື່ມ.

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 81 ຄັ້ງ
‹ ກັບໄປໝວດແຈ້ງການ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 15 ພະຈິກ 2026 · ຂຶ້ນ 6 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່