ວັນອາທິດ ທີ 15 ພະຈິກ 2026ອັບເດດລ່າສຸດ 04:50ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຈັບຜູ້ກໍ່ເຫດຄາຕະກຳຍິງສາວ ແລ້ວຖິ້ມໄວ້ແຄມທາງທີ່ບ້ານບຶງວະ ນະຄອນໄກສອນ ແຂວງສະຫວັນນະເຂດ.

ໂດຍ Pele
· 8 ເດືອນ ກ່ອນອ່ານ 1 ນາທີ83 ຄັ້ງ
ຈັບຜູ້ກໍ່ເຫດຄາຕະກຳຍິງສາວ ແລ້ວຖິ້ມໄວ້ແຄມທາງທີ່ບ້ານບຶງວະ ນະຄອນໄກສອນ ແຂວງສະຫວັນນະເຂດ.
ADadvertisement
ADadvertisement
ADadvertisement

ຈາກເຫດການຄາຕະກຳສຸດສະເທືອນຂວັນທີ່ເກີດຂຶ້ນໃນວັນທີ ວັນທີ 21 ມີນາ 2026 ຜ່ານມາ, ໄດ້ມີປະຊາຊົນພົບສົບຍິງສາວ (ນາງ ວາດສະໜາ) ອາຍຸ 19 ປີ ເສຍຊີວິດຢູ່ປ່າຂ້າງທາງ ເຂດບ້ານບຶງວະ ນະຄອນໄກສອນ ພົມວິຫານ ຄາດວ່າຖືກຄາຕະກຳ.

ຈັບຜູ້ກໍ່ເຫດຄາຕະກຳຍິງສາວ ແລ້ວຖິ້ມໄວ້ແຄມທາງທີ່ບ້ານບຶງວະ ນະຄອນໄກສອນ ແຂວງສະຫວັນນະເຂດ.

ຫຼັງຈາກນັ້ນເຈົ້າໜ້າທີ່ ປກສ ແຂວງສະຫວັນນະເຂດ ຈຶ່ງເປີດປະຕິບັດການຊອກຈັບຜູ້ກໍ່ເຫດ ແລະ ຄັດຈ້ອນເປົ້າໝາຍ ຈຶ່ງສາມາດກັກຕົວຜູ້ກໍ່ເຫດ ຊື່ທ້າວ ແສງອາທິດ (ແຈັກ) ອາຍຸ 21 ປີ ໄດ້ໃນວັນທີ 23 ມີນາ 2026.

ຈັບຜູ້ກໍ່ເຫດຄາຕະກຳຍິງສາວ ແລ້ວຖິ້ມໄວ້ແຄມທາງທີ່ບ້ານບຶງວະ ນະຄອນໄກສອນ ແຂວງສະຫວັນນະເຂດ. · ຮູບທີ 2

ທ້າວ ແສງອາທິດ ຮັບສາລະພາບວ່າ: ໄດ້ວາງແຜນແຊັດລໍ້ລວງຜູ້ເສຍຊີວິດໃຫ້ພາໄປຊື້ຢາສູບໄຟຟ້າ ເມື່ອຮອດຈຸດປ່ຽວຈຶ່ງລົງມື “ບີບຄໍ ແລະ ທຸບຕີ” ຈົນເສຍຊີວິດ ແລ້ວລາກສົບໄປຖິ້ມປ່າອຳພາງ ພ້ອມຊິງເອົາລົດຈັກໄປຖິ້ມໄວ້ບ່ອນອື່ນກ່ອນຫຼົບໜີ.

ຈັບຜູ້ກໍ່ເຫດຄາຕະກຳຍິງສາວ ແລ້ວຖິ້ມໄວ້ແຄມທາງທີ່ບ້ານບຶງວະ ນະຄອນໄກສອນ ແຂວງສະຫວັນນະເຂດ. · ຮູບທີ 3

ສ່ວນສາເຫດ ແລະ ແຮງຈຸງໃຈ ເຈົ້າໜ້າທີ່ກຳລັງສອບສວນຂະຫຍາຍຜົນຢ່າງລະອຽດ ເພື່ອດຳເນີນຄະດີຕາມລະບຽບກົດໝາຍ.

ຂ່າວ: ປກສ ແຂວງສະຫວັນນະເຂດ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 83 ຄັ້ງ
‹ ກັບໄປໝວດເຫດການ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 15 ພະຈິກ 2026 · ຂຶ້ນ 6 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່