ວັນອັງຄານ ທີ 17 ພະຈິກ 2026ອັບເດດລ່າສຸດ 19:46ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເຈົ້າໜ້າທີ່ ຈັບຕົວຜູ້ຄ້າຂາຍຢາເສບຕິດ 3 ຄົນ ພ້ອມຂອງກາງ ແລະ ອາວຸດປືນ

ໂດຍ Pele
· 7 ເດືອນ ກ່ອນອ່ານ 1 ນາທີ114 ຄັ້ງ
ເຈົ້າໜ້າທີ່ ຈັບຕົວຜູ້ຄ້າຂາຍຢາເສບຕິດ 3 ຄົນ ພ້ອມຂອງກາງ ແລະ ອາວຸດປືນ
ADadvertisement
ADadvertisement
ADadvertisement

ຫ້ອງຂ່າວ ປກສ ແຂວງຈໍາປາສັກ ລາຍງານວ່າ: ວັນທີ 02 ເມສາ 2026 ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ໄດ້ປະສານສົມທົບກັບເຈົ້າໜ້າທີ່ ປກສ ກຸ່ມ1 ແລະ ອຳນາດການປົກຄອງບ້ານລາດບົກ ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ເຂົ້າກັກຕົວທ້າວ ໝ້ຽງ ອາຍຸ 24 ປີ ບ້ານທົ່ງທີງ ເມືອງບາຈຽງ ພ້ອມເຄື່ອງຂອງກາງຢາບ້າຈຳນວນ 748 ເມັດ, ໂທລະສັບ 1 ໜ່ວຍ ແລະ ເງິນ 300,000 ກີບ.

ເຈົ້າໜ້າທີ່ ຈັບຕົວຜູ້ຄ້າຂາຍຢາເສບຕິດ 3 ຄົນ ພ້ອມຂອງກາງ ແລະ ອາວຸດປືນ

ຫລັງຈາກນັ້ນ, ເຈົ້າໜ້າທີ່ໜ່ວຍງານສືບສວນ-ສອບສວນວິຊາສະເພາະ ໄດ້ຂະຫຍາຍຜົນຊອກຫາຜູ້ຮ່ວມຂະບວນການໄດ້ອີກ 2 ຄົນ ໃນວັນດຽວກັນ ຊື່ທ້າວ ຈັນ ອາຍຸ 38 ປີ, ບ້ານ ແຊລະບຳ ເມືອງຊະນະສົມບູນ ພ້ອມຂອງກາງຢາບ້າ 1,874 ເມັດ, ໂທລະສັບ 1 ໜ່ວຍ, ເງິນ 1,200,000 ກີບ, ລົດຈັກ 1 ຄັນ, ປືນສັ້ນ IKUEY-GN19 ຈຳວນ 1 ກະບອກ ພ້ອມແມກກະຊິນ 2 ອັນ, ລົດຈັກ 1 ຄັນ ປືນແກ໋ບ 2 ກະບອກ. ແລະ ທ້າວຄານ ອາຍຸ 36 ປີ ບ້ານ ແຊລະບຳ ເມືອງຊະນະສົມບູນ ຂໍ້ຫາ: ເສບ ພ້ອມເງິນ6,000,000 ກີບ,ໂທລະສັບ 1 ໜ່ວຍ, ລົດຈັກ 1 ຄັນ.

ເຈົ້າໜ້າທີ່ ຈັບຕົວຜູ້ຄ້າຂາຍຢາເສບຕິດ 3 ຄົນ ພ້ອມຂອງກາງ ແລະ ອາວຸດປືນ · ຮູບທີ 2

ປັດຈຸບັນ, ຄະດີດັ່ງກ່າວຍັງດໍາເນີນການສືບສວນ-ສອບສວນ ເພື່ອປະກອບສຳນວນຄະດີຍືນຟ້ອງຕໍ່ສານຕັດສິນຄະດີຕາມລະບຽດກົດໝາຍ.

ເຈົ້າໜ້າທີ່ ຈັບຕົວຜູ້ຄ້າຂາຍຢາເສບຕິດ 3 ຄົນ ພ້ອມຂອງກາງ ແລະ ອາວຸດປືນ · ຮູບທີ 3

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 114 ຄັ້ງ
‹ ກັບໄປໝວດເຫດການ
ມື້ນີ້ · ຂໍ້ມູນສົດ ວັນອັງຄານ 17 ພະຈິກ 2026 · ຂຶ້ນ 8 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່