
ຂໍໃຫ້ທຸກຄົນປອດໄພ! ເກີດເຫດລົດເມສາຍໃຕ້ເສຍຫລັກປີ້ນ ມີຜູ້ໄດ້ຮັບບາດເຈັບ 35 ຄົນ
P
ໂດຍ Pele
· 7 ເດືອນ ກ່ອນອ່ານ 1 ນາທີ76 ຄັ້ງ
ຟັງຂ່າວນີ້1 ນາທີ · ສຽງ AI ຜູ້ຍິງ
0:00 / 1:10

ປກສ ແຂວງບໍລິຄຳໄຊ ລາຍງານວ່າ: ເວລາປະມານ 04:20 ນາທີ ຕອນເຊົ້າ ວັນທີ 22 ເມສາ 2026 ເກີດອຸປະຕິເຫດ ລົດເມປາກເຊ-ວຽງຈັນປີ້ນ ຢູ່ບໍລິເວນທາງໂຄ້ງ ບ້ານນ້ຳເດື່ອ ເມືອງປາກກະດິງ ແຂວງບໍລິຄຳໄຊ. ໃນລົດຄັນດັ່ງກ່າວ ມີຜູ້ໂດຍສານ 46 ຄົນ, ແອດລົດ 1 ຄົນ, ໂຊເຟີລົດ 1 ຄົນ ລວມທັງໝົດ 48 ຄົນ.

ເຈົ້າໜ້າທີ່ ແລະ ພົນລະເມືອງດີ ໄດ້ເຂົ້າໃຫ້ການຊ່ວຍເຫລືອ ໃນເບື້ອງຕົ້ນ ພົບເຫັນຜູ້ໄດ້ຮັບບາດເຈັບ 35 ຄົນ ແລະ ຍັງບໍ່ສາມາດລາຍງານໄດ້ວ່າເສຍຊີວິດຈັກຄົນ. ສາເຫດການເກີດອຸປະຕິເຫດ ແມ່ນຍ້ອນ ມີຝົນຕົກເຮັດໃຫ້ທາງມື່ນ ບວກກັບແລ່ນໄວ ລົດຈື່ງເສຍຫລັກປີ້ນ.

ປະຈຸບັນຍັງຢູ່ໃນຂັ້ນຕອນ ການຊ່ວຍເຫລືອເພີ່ມເຕີມ ແລະ ສືບສວນ-ສອບສວນ ຂະຫຍາຍຜົນ ຫາກົກປາຍສາເຫດຂອງອຸປະຕິເຫດ, ພາຍຫລັງໄດ້ຮັບຂໍ້ມູນ ທີ່ຖືກຕ້ອງ, ຊັດເຈນ ຈະລາຍງານໃຫ້ຊາບຕື່ມພາຍຫລັງ.

ຂ່າວ:ໜັງສືພິມລາວພັດທະນາ Laophattana News
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານແລ້ວ 76 ຄັ້ງແບ່ງປັນແລ້ວ 0 ຄັ້ງຖືກໃຈ 0 ຄັ້ງ
mahaxan.com/8236
‹ ກັບໄປໝວດເຫດການ
ອ່ານຕໍ່







