ວັນອາທິດ ທີ 15 ພະຈິກ 2026ອັບເດດລ່າສຸດ 04:50ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສະຫາຍ ອາດສະພັງທອງ ສີພັນດອນຢ້ຽມຂໍ່ານັບການນໍາຂັ້ນສູງ ສສ ຫວຽດນາມ ໄດ້ຮັບການຕ້ອນຮັບອັນອົບອຸ່ນ

ໂດຍ Jenjila
· 6 ເດືອນ ກ່ອນອ່ານ 2 ນາທີ50 ຄັ້ງ
ສະຫາຍ ອາດສະພັງທອງ ສີພັນດອນຢ້ຽມຂໍ່ານັບການນໍາຂັ້ນສູງ ສສ ຫວຽດນາມ ໄດ້ຮັບການຕ້ອນຮັບອັນອົບອຸ່ນ
ADadvertisement
ADadvertisement
ADadvertisement
ສະຫາຍ ອາດສະພັງທອງ ສີພັນດອນຢ້ຽມຂໍ່ານັບການນໍາຂັ້ນສູງ ສສ ຫວຽດນາມ ໄດ້ຮັບການຕ້ອນຮັບອັນອົບອຸ່ນ

ສະຫາຍ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ ເລຂາຄະນະພັກ ປະທານສະພາປະຊາຊົນນະຄອນຫຼວງວຽງວຽງຈັນ ພ້ອມຄະນະ ໄດ້ເຂົ້າຢ້ຽມຂໍ່ານັບສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ປະທານປະເທດ ສສ ຫວຽດນາມ ວັນທີ 12 ພຶດສະພາ ຜ່ານມາ ຢູ່ຫ້ອງວ່າການສູນກາງພັກ ສສ ຫວຽດ ນາມ ເນື່ອງໃນໂອກາດທີ່ນໍາພາຄະນະຜູ້ແທນຂັ້ນສູງນະຄອນຫຼວງວຽງຈັນ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ໃນວັນທີ 11-16 ພຶດສະພາ 2026 ໂດຍມີທ່ານນາງ ຄໍາເພົາ ເອີນທະວັນ ເອກອັກຄະລັດຖະທູດ ສປປ ລາວ ປະຈໍາ ສສ ຫວຽດນາມ ເຂົ້າຮ່ວມ.

ສະຫາຍ ອາດສະພັງທອງ ສີພັນດອນຢ້ຽມຂໍ່ານັບການນໍາຂັ້ນສູງ ສສ ຫວຽດນາມ ໄດ້ຮັບການຕ້ອນຮັບອັນອົບອຸ່ນ · ຮູບທີ 2

ໂອກາດນີ້, ສະຫາຍ ໂຕເລິມ ກໍໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີິລາລາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກ ຂອງສະຫາຍ ອາດສະພັງທອງ ສີພັນດອນ ແລະ ຄະນະ ຢູ່ ສສ ຫວຽດນາມ ໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນສໍາຄັນໃນການເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ມີມູນເຊື້ອ ຄວາມສາມັກຄີແບບພິເສດ ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.

ສະຫາຍ ອາດສະພັງທອງ ສີພັນດອນຢ້ຽມຂໍ່ານັບການນໍາຂັ້ນສູງ ສສ ຫວຽດນາມ ໄດ້ຮັບການຕ້ອນຮັບອັນອົບອຸ່ນ · ຮູບທີ 3

ໃນຂະນະດຽວກັນ, ສະຫາຍ ອາດສະພັງທອງ ສີພັນດອນ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນອັນອົບອຸ່ນ ພ້ອມທັງໄດ້ລາຍງານຈຸດປະສົງໃນການເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສສ ຫວຽດນາມຄັ້ງນີ້ ເພື່ອແນໃສ່ເພີ່ມທະວີສາຍພົວພັນມິດຕະພາບທີ່ມີມູນເຊື້ອ ຄວາມສາມັກຄີແບບພິເສດ ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ກໍຄືອົງຄະນະພັກນະຄອນຫຼວງວຽງຈັນ ແລະ ອົງຄະນະພັກຂອງນະຄອນຫຼວງຮ່າໂນ້ຍ, ແຂວງແຄ່ງຮວາ ແລະ ນະຄອນໂຮ່ຈິມິນ ແນໃສ່ຊຸກຍູ້ ແລະ ເປີດກວ້າງສາຍພົວພັນຮ່ວມມືແບບຮອບດ້ານ ລະຫວ່າງນະຄອນຫຼວງວຽງຈັນ ແລະ ບັນດານະຄອນ ແລະ ແຂວງ ຂອງ ສສ ຫວຽດນາມ ໃນໄລຍະໃໝ່ ໃຫ້ກ້າວເຂົ້າສູ່ລວງເລິກ ແລະ ເປັນຮູບປະທຳຕົວຈິງ.

ສະຫາຍ ອາດສະພັງທອງ ສີພັນດອນຢ້ຽມຂໍ່ານັບການນໍາຂັ້ນສູງ ສສ ຫວຽດນາມ ໄດ້ຮັບການຕ້ອນຮັບອັນອົບອຸ່ນ · ຮູບທີ 4

ໃນວັນດຽວກັນນີ້, ສະຫາຍ ອາດສະພັງທອງ ສີພັນດອນ ພ້ອມຄະນະ ຍັງໄດ້ເຂົ້າຢ້ຽມຂໍ່ານັບສະຫາຍ ຟ໋າມ ຢາ ຕຸກ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ສສ ຫວຽດນາມ ຢູ່ສໍານັກງານນາຍົກລັດຖະມົນຕີ ສສ ຫວຽດນາມ ເຂົ້າວາງພວງມາລາ ຢູ່ສຸສານປະທານ ໂຮ່ຈິມິນ ເພື່ອສະແດງຄວາມເຄົາລົບ ແລະ ຮູ້ບຸນຄຸນຕໍ່ບັນດານັກຮົບປະຕິວັດ ທີ່ເສຍສະຫຼະເລືອດເນື້ອໃນພາລະກິດຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍຄືຄຸນງາມຄວາມດີ ຂອງປະທານ ໂຮ່ຈິມິນ ຜູ້ນໍາທີ່ຍິ່ງໃຫຍ່ຂອງປະຊາຊົນຫວຽດນາມ.

ສະຫາຍ ອາດສະພັງທອງ ສີພັນດອນຢ້ຽມຂໍ່ານັບການນໍາຂັ້ນສູງ ສສ ຫວຽດນາມ ໄດ້ຮັບການຕ້ອນຮັບອັນອົບອຸ່ນ · ຮູບທີ 5

(ແຫຼ່ງຂ່າວ: ວຽງຈັນໃໝ່)

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 50 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 15 ພະຈິກ 2026 · ຂຶ້ນ 6 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່