ປກສ ແຂວງບໍ່ແກ້ວ ສົ່ງຕົວຜູ້ຖືກຫາໃຫ້ທາງການຈີນ ໄປດຳເນີນຄະດີ
Pele
ເຜີຍແຜ່: 18 May 2026, 13:38
ປັບປຸງຫຼ້າສຸດ: 18 May 2026, 13:38
ອ່ານ 65 ຄັ້ງ

ໃນວັນທີ 15 ພຶດສະພາ 2026 ຢູ່ທີ່ດ່ານສາກົນບໍ່ເຕນ-ບໍ່ຫານ ສປປ ລາວ-ສປ ຈີນ ໄດ້ມີພິທີມອບ-ຮັບຜູ້ຖືກຫາຄະດີສໍ້ໂກງຊັບທາງໂທລະຄົມ ( ຄໍເຊັນເຕີ) ສັນຊາດຈີນ ຈຳນວນ 79 ຄົນ, ຍິງ 2 ຄົນ ລະຫວ່າງ ກອງບັນຊາການ ປກສ ແຂວງບໍ່ແກ້ວ ສປປ ລາວ ແລະ ເຈົ້າໜ້າທີ່ ສປ ຈີນ ເພື່ອໄປດໍາເນີນຄະດີຕາມລະບຽບກົດໝາຍຂອງ ສປ ຈີນ.


ໃນພິທີໄດ້ມີການເຊັນບົດບັນທຶກມອບ-ຮັບຜູ້ຖືກຫາຢ່າງເປັນທາງການ ເຊິ່ງຕາງໜ້າຝ່າຍລາວ ໂດຍ ທ່ານ ພັທ ສອນເພັດ ຟອງສະໝຸດ ຫົວໜ້າພະແນກຕຳຫຼວດກວດຄົນເຂົ້າອອກເມືອງ ປກສ ແຂວງບໍ່ແກ້ວ ໂດຍມີຄະນະຮັບຜິດຊອບທາງສອງຝ່າຍເຂົ້າຮ່ວມ.

ຂ່າວ: ປກສ ແຂວງບໍ່ແກ້ວ
ແບ່ງປັນ:
‹ ກັບໄປໝວດຂ່າວພາຍໃນ


