ວັນອາທິດ ທີ 15 ພະຈິກ 2026ອັບເດດລ່າສຸດ 04:50ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຄະນະນຳ ແຂວງໄຊຍະບູລີ ຊຸກຍູ້ໂຄງການກໍ່ສ້າງຕ້ານເຈື່ອນ ຢູ່ 2 ເມືອງ

ໂດຍ Pele
· 6 ເດືອນ ກ່ອນອ່ານ 1 ນາທີ41 ຄັ້ງ
ຄະນະນຳ ແຂວງໄຊຍະບູລີ ຊຸກຍູ້ໂຄງການກໍ່ສ້າງຕ້ານເຈື່ອນ ຢູ່ 2 ເມືອງ
ADadvertisement
ADadvertisement
ADadvertisement

ແຫລ່ງຂ່າວຈາກ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ໃນລະຫວ່າງວັນທີ 15-16 ພຶດສະພາ 2026, ທ່ານ ບຸດສະກອນ ອິນທະລັງສີ ຮອງປະທານຄະນະກໍາມະການປົກຄອງແຂວງ ໄຊຍະບູລີ ພ້ອມດ້ວຍຄະນະ ລົງຕິດຕາມ ແລະ ຊຸກຍູ້ໂຄງການກໍ່ສ້າງຕ້ານເຈື່ອນນໍ້າເຫືອງຢູ່ເມືອງແກ່ນທ້າວ ແລະ ເມືອງບໍ່ແຕນ ແຂວງໄຊຍະບູລີ.

ຄະນະນຳ ແຂວງໄຊຍະບູລີ ຊຸກຍູ້ໂຄງການກໍ່ສ້າງຕ້ານເຈື່ອນ ຢູ່ 2 ເມືອງ

ການລົງຕິດຕາມ ແລະ ຊຸກຍູ້ໂຄງການດັ່ງກ່າວ ກໍເພື່ອເປັນການກະຕຸກຊຸກຍູ້ໃຫ້ພາກສ່ວນທີ່ກ່ຽວຂ້ອງຂອງແຕ່ລະເມືອງ ແລະ ບັນດາບໍລິສັດທີ່ຮັບເໝົາກໍ່ສ້າງ ໄດ້ເອົາໃຈໃສ່ເລັ່ງກໍ່ສ້າງຕ້ານເຈື່ອນຢູ່ແຕ່ລະຈຸດຂອງທັງສອງເມືອງໃຫ້ສໍາເລັດໂດຍພື້ນຖານກ່ອນລະດູຝົນທີ່ຈະມາເຖິງນີ້, ທັງນີ້ກໍເພື່ອຮັບປະກັນເຮັດໃຫ້ການກໍ່ສ້າງມີຄວາມສະດວກ ແລະ ເຮັດສໍາເລັດກ່ອນນໍ້າຈະນອງ.

ຄະນະນຳ ແຂວງໄຊຍະບູລີ ຊຸກຍູ້ໂຄງການກໍ່ສ້າງຕ້ານເຈື່ອນ ຢູ່ 2 ເມືອງ · ຮູບທີ 2

ໂຄງການກໍ່ສ້າງຕ້ານເຈື່ອນແຕ່ລະຈຸດຂອງທັງສອງເມືອງ ຮອດປັດຈຸບັນແມ່ນມີຄວາມຄືບໜ້າແລ້ວ ໂດຍສະເພາະ ເມືອງແກ່ນທ້າວ ຈຸດເຂດບ້ານພວນ ມີຄວາມຍາວ 590 ແມັດ ການກໍ່ສ້າງສໍາເລັດແລ້ວ 91 ກວ່າ%, ຈອມແກ້ວ 2.042 ແມັດ ສໍາເລັດແລ້ວ 54 ກວ່າ%, ຈຸດເຂດບ້ານຄອນຕາປູ່ 2.000 ແມັດ ສໍາເລັດແລ້ວ 73 ກວ່າ%, ຈຸດເຂດບ້ານ ໂພນສະຫວ່າງ ຫາ ບ້ານຄອນຕາປູ່ 3.025 ແມັດ ສໍາເລັດແລ້ວ ເກືອບ 40% ແລະ ຈຸດບ້ານຈອມແກ້ວ (ເຂດນໍ້າປະປາ) ມີຄວາມຍາວ 2.500 ແມັດ ສໍາເລັດແລ້ວ 12 ກວ່າ%. ສຳລັບເມືອງບໍ່ແຕນ ຈຸດເຂດບ້ານນາຄ່າ ໄລຍະທີ 1 ມີຄວາມຍາວ 2.680 ແມັດ ການກໍ່ສ້າງສໍາເລັດແລ້ວ 67 ກວ່າ% ແລະ ຈຸດເຂດບ້ານນາຄ່າ ໄລຍະທີ 2 ມີຄວາມຍາວ 1.040 ແມັດ ການກໍ່ສ້າງແມ່ນສໍາເລັດແລ້ວ 26%.

ຄະນະນຳ ແຂວງໄຊຍະບູລີ ຊຸກຍູ້ໂຄງການກໍ່ສ້າງຕ້ານເຈື່ອນ ຢູ່ 2 ເມືອງ · ຮູບທີ 3

ໂອກາດດັ່ງກ່າວ, ທ່ານ ບຸດສະກອນ ອິນທະລັງສີ ຍັງໄດ້ເຂົ້າຢ້ຽມຢາມອ້າຍນ້ອງທະຫານຊາຍແດນ 159 ທີ່ປະຈໍາການຢູ່ປ້ອມຊາຍແດນນໍ້າຮອຍຕື່ມອີກ.

ຂ່າວ: ອຸ່ນເຮືອນ ໂພທິລັກ, ພາບ: ສົມແພງ ປັນຍາທິລາດ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 15 ພະຈິກ 2026 · ຂຶ້ນ 6 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່