ອຸທາຫອນ! ຖ່ານໂມງຄາດັງ ເດັກນ້ອຍອາຍຸ 5 ປີ ໂຊກດີໝໍຊ່ວຍເອົາໄດ້ທັນ
Pele
ເຜີຍແຜ່: 8 December 2025, 09:59
ປັບປຸງຫຼ້າສຸດ: 8 December 2025, 09:59
ອ່ານ 49 ຄັ້ງ

ວັນທີ 7 ທັນວາ 2025 ທ່ານ ກິ່ງແກ້ວ ອິນທະວົງ ໝໍປະຈຳຫ້ອງການສາທາລະນະສຸກ-ໂຮງໝໍເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ໂພສເລົ່າເຫດການວ່າ: ແມ່ຂອງເດັກເພດຍິງ ອາຍຸ 5 ປີ ຢູ່ບ້ານນາເຄືອ ເມືອງປາກກະດິງ ໄດ້ພາລູກມາກວດຍ້ອນລູກສາວມີອາການນ້ຳມູກຍ້ອຍເບື້ອງໜຶ່ງ ແລະ ມີກິ່ນ ແມ່ເດັກແຈ້ງວ່າເປັນແບບນີ້ມາໄດ້ 6 ມື້ແລ້ວ.

ຜົນການກວດກາພົບເຫັນຖ່ານໂມງຄາຢູ່ໂກບດັງ ແລະ ຕິດແໜ້ນ ຈຶ່ງໄດ້ຮີບຮ້ອນຊ່ວຍເອົາຖ່ານໂມງອອກໃຫ້ເດັກ ໄດ້ຢ່າງປອດໄພ.

ທີ່ມາ: Kingkeo Inthavong
ແບ່ງປັນ:
‹ ກັບໄປໝວດເຫດການ


