
ສົ່ງແກ້ງສະແກມເມີ້ຈີນ 14 ຄົນ ໃຫ້ຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບ.

ໃນວັນທີ 29 ຕຸລາ 2026, ພະແນກປ້ອງກັນເສດຖະກິດ ຫ້ອງຕຳຫຼວດ ກອງບັນຊາການ ປກສ ແຂວງສະຫວັນນະເຂດ, ໄດ້ສົ່ງຕົວຜູ້ຖືກຫາ ອາຊະຍາກຳດ້ານອິນເຕີເນັດ (ສະແກມເມີ້) ສັນຊາດຈີນ 14 ຄົນ ,ພ້ອມເຄື່ອງຂອງກາງກະທຳຜິດຄື: ຄອມພົວເຕີ້ຕັ້ງໂຕະ 38 ໜ່ວຍ ແລະ ໂທລະສັບ 41 ໜ່ວຍ ມອບໃຫ້ຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບ ດຳເນີນຄະດີຕາມລະບຽບກົດໝາຍ.

ເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ຜູ້ຖືກຫາ ສັນຊາດຈີນ ທີ່ມອບໃຫ້, ຫ້ອງວ່າການ ກະຊວງປ້ອງກັນຄວາມສະຫງົບ ແມ່ນຖືກກັກຕົວໃນວັນທີ 28 ກັນຍາ 2026, ໂດຍເຈົ້າໜ້າທີ່ພະແນກຕຳຫຼວດປ້ອງກັນເສດຖະກິດ ຫ້ອງຕຳຫຼວດ ປກສ ແຂວງ
ສົມທົບກັບ ເຈົ້າໜ້າທີ່ ປກສ ນະຄອນໄກສອນພົມວິຫານ, ອົງການໄອຍະການປະຊາຊົນ ແຂວງ, ອຳນາດການປົກຄອງບ້ານ ແລະ ພາກສວນທີ່ກ່ຽວຂ້ອງ ເຂົ້າກວດຄົ້ນ ຢູ່ສະຖານທີ່ເຮືອນໃຫ້ເຊົ້າ ເຊິງຕັ້ງຢູ່ ບ້ານໂພນສະຫວ່າງໃຕ້ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ.

——
ຂ່າວກອງບັນຊາການ ປກສ ແຂວງສະຫວັນນະເຂດ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່







