ວັນພະຫັດ ທີ 29 ຕຸລາ 2026ອັບເດດລ່າສຸດ 14:15ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຊີ້ແຈງ! ເຫດການພົບເຫັນມືຢູ່ທ້າຍລົດໃຫຍ່ ເປັນມືປອມ ພ້ອມທັງຂໍໂທດສັງຄົມທີ່ເຮັດໃຫ້ແຕກຕື່ນຕົກໃຈ

ໂດຍ Mahaxan
· 1 ຊົ່ວໂມງ ກ່ອນອ່ານ 2 ນາທີ22 ຄັ້ງ
873271318_1107109125641001_7444803030489368142_n
ADadvertisement
ADadvertisement
ADadvertisement

ປ້ອງກັນຄວາມສະຫງົບ ນະຄອນຫລວງວຽງຈັນ ລາຍງານວັນທີ 29 ຕຸລາ 2026 ວ່າ: ຕໍ່ເຫດການທີ່ມີມື ຄົນປອມ ຕິດຢູ່ທ້າຍລົດໃຫຍ່ ແລ່ນຕາມເສັ້ນທາງກຳແພງເມືອງ ລັດອອກທາງຕັດໃໝ່ ດອນນົກຂຸ້ມ ຂຶ້ນສູ່ເສັ້ນທາງມິດຕະພາບ ລາວ-ໄທ. ຈາກນັ້ນ ໄດ້ມີຜູ້ໃຊ້ເຟສບຸກ ຖ່າຍຄລິບວິດີໂອລົງສື່ສັງຄົມອອນລາຍ ໃນຕອນເຊົ້າວັນທີ 28 ຕຸລາ 2026 ໄດ້ຮັບຄວາມສົນໃຈ, ຖືກໄລ້-ຖືກແຊ ແລະ ສະແດງຄວາມຄິດເຫັນເປັນວົງກວ້າງ ເຊິ່ງສະທ້ອນໃຫ້ເຫັນຄວາມເປັນຫ່ວງ ຢ້ານມີເຫດການສິ່ງທີ່ບໍ່ດີເກີດຂຶ້ນນັ້ນ.

ທາງເຈົ້າໜ້າທີ່ພະແນກຕຳຫຼວດ ປກສ ເມືອງສີສັດຕະນາກ ໄດ້ຮີບຮ້ອນຊອກຄົ້ນຫາເຈົ້າຂອງລົດ ແລະ ໃນຕອນບ່າຍຂອງວັນດຽວກັນ ກໍໄດ້ເຊີນເອົາເຈົ້າຂອງລົດເຂົ້າມາໃຫ້ຂໍ້ມູນ ເພື່ອໃຫ້ສັງຄົມໄດ້ຮັບຮູ້ຂໍ້ເທັດຈິງທີ່ເກີດຂຶ້ນ.

ທ່ານ Ash Brown ເຈົ້າຂອງລົດ ຊຶ່ງເປັນຄົນຕ່າງປະເທດໄດ້ຊີ້ແຈງວ່າ: ກ່ອນອື່ນ ຂໍໂທດຕໍ່ທຸກທ່ານທີ່ກໍ່ໃຫ້ເກີດຄວາມຢ້ານກົວຕໍ່ເຄື່ອງຕົບແຕ່ງໃນ ເທສະການ ວັນ Halloween ຖືເປັນຄວາມຜິດພາດຢ່າງໃຫຍ່ ພວກເຮົາພຽງແຕ່ຢາກນໍາເອົາຄວາມສະນຸກສະໜານ ບັນຍາກາດ ແລະ ຄວາມຕື່ນເຕັ້ນຂອງເທສະການວັນ Halloween ມາສູ່ປະເທດລາວ. ຖ້າຫາກທຸກທ່ານຢ້ານກົວຕໍ່ວັນດັ່ງກ່າວ, ຂ້າພະເຈົ້າຂໍໂທດມານະທີ່ນີ້ດ້ວຍ ພ້ອມດຽວກັນນັ້ນ ພວກເຮົາຂໍສະແດງຄວາມຂອບໃຈຕໍ່ເຈົ້າໜ້າທີ່ ກອງບັນຊາການ ປກສ ເມືອງສີສັເຕະນາກ ທີ່ເຮັດໃຫ້ພວກເຮົາ ແລະ ທຸກຄົນມີຄວາມປອດໄພ ຂໍໃຫ້ເຈົ້າໜ້າທີ່ສືບຕໍ່ເຮັດວຽກຢ່າງຕັ້ງໜ້າ.

ພັທ ສຸວັນໄຊ ບຸນມາວົງ ຫົວໜ້າພະແນກຕຳຫຼວດ ປກສ ເມືອງສີສັດຕະນາກ ໄດ້ກ່າວວ່າ: ຕໍ່ເຫດ ການດັ່ງກ່າວ, ຂໍຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ ຊາວຄ້າຂາຍ ໃຫ້ມີສະຕິລະວັງຕົວໃນການເສບຂ່າວ ຫລື ການລົງສື່ສັງຄົມອອນລາຍ ຖ້າຫາກພົບເຫັນເຫດການ ຫລື ປະກົດການຫຍໍ້ທໍ້ ເກີດຂຶ້ນ ຫລື ມີເຫດການຄືແບບນີ້ ໃຫ້ຮີບຮ້ອນແຈ້ງຕໍ່ເຈົ້າໜ້າທີ່ ຫລື ອຳນາດການປົກຄອງພວກເຮົາ ເພື່ອພ້ອມກັນແກ້ໄຂໃຫ້ທັນເວລາ.

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດເຫດການ
ມື້ນີ້ · ຂໍ້ມູນສົດ ວັນພະຫັດ 29 ຕຸລາ 2026 · ແຮມ 3 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່