ໜອງບົກ ເລັ່ງຟື້ນຟູຊົນລະປະທານເພື່ອກຽມພ້ອມແກ່ການຜະລິດລະດູແລ້ງທີ່ກຳລັງຈະມາເຖິງ!

ເຫດການນ້ຳຖ້ວມໃນເດືອນສິງຫາຜ່ານມາ ໄດ້ສ້າງຄວາມເສຍຫາຍຢ່າງໜັກຕໍ່ການຜະລິດກະສິກຳຂອງປະຊາຊົນເມືອງໜອງບົກ ແຂວງຄໍາມ່ວນ ໂດຍສະເພາະນາປີ ທີ່ມີເນື້ອທີ່ເສຍຫາຍ 10,462 ເຮັກຕາ ຈາກເນື້ອທີ່ຖືກນ້ໍາຖ້ວມທັງໝົດກວ່າ 12,000 ເຮັກຕາ ຄິດເປັນມູນຄ່າຄວາມເສຍຫາຍ ຫຼາຍກວ່າ 240 ຕື້ກີບ. ຂະນະທີ່ ພືດລະດູຝົນກໍໄດ້ຮັບຜົນກະທົບເຊັ່ນກັນ ພ້ອມທັງສ້າງຄວາມເສຍຫາຍຕໍ່ລະບົບຊົນລະປະທານ, ປະຕູນ້ຳ ແລະ ຄູກັນນ້ຳຫຼາຍແຫ່ງ. ປັດຈຸບັນຂະແໜງ ການກ່ຽວຂ້ອງກຳລັງເລັ່ງສຳຫຼວດຄວາມເສຍຫາຍ, ວາງແຜນສ້ອມແປງຟື້ນຟູ ແລະ ກະກຽມເງື່ອນໄຂເພື່ອສູ່ການຜະລິດໃນລະດູແລ້ງ.

ທ່ານ ຊົງປະເສີດ ໂຊດນະລຸນ ຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງໜອງບົກ ໄດ້ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ ເມືອງໜອງບົກ ໄດ້ສຸມໃສ່ການຜະລິດເຂົ້ານາປີ ແລະ ການປູກພືດລະດູຝົນ ເພື່ອເປັນສະບຽງອາຫານ ແລະ ຜະລິດສິນຄ້າສະໜອງຕະຫຼາດ. ສຳລັບການຜະລິດເຂົ້ານາປີ ມີເນື້ອທີ່ຕາມແຜນການ 17,477 ເຮັກຕາ. ໃນໄລຍະກ່ອນເກີດນ້ຳຖ້ວມ ການຜະລິດສາມາດບັນລຸຕາມແຜນການ 100%, ແຕ່ໃນໄລຍະເດືອນສິງຫາ ຜ້ານມາ ໄດ້ເກີດມີນ້ຳຖ້ວມ ແລະ ໄດ້ສົ່ງຜົນກະທົບໂດຍກົງຕໍ່ເນື້ອທີ່ການຜະລິດ ເຮັດໃຫ້ມີເນື້ອທີ່ເສຍຫາຍເປັນຈຳນວນຫຼາຍ. ນອກຈາກເນື້ອທີ່ນາປີແລ້ວ ການປູກພືດລະດູຝົນກໍໄດ້ຮັບຜົນກະທົບເຊັ່ນກັນ ໂດຍມີເນື້ອທີ່ ຖືກນ້ຳຖ້ວມ ເສຍຫາຍ 606 ເຮັກຕາ.

ສໍາລັບພື້ນຖານໂຄງລ່າງດ້ານຊົນລະປະທານຂອງເມືອງ ລວມທັງຄູກັນນໍ້າ, ປະຕູນ້ຳ, ຫົວງານຊົນລະປະທານ ແລະ ຄອງສົ່ງນ້ໍາ ເຊິ່ງແມ່ນເປັນປັດໄຈສໍາຄັນຕໍ່ການຟື້ນຟູການຜະລິດກະສິກໍາ ກໍລ້ວນແຕ່ໄດ້ຮັບຜົນກະທົບເຊັ່ນກັນ ເຊິ່ງຄວາມເສຍຫາຍຕໍ່ລະບົບຊົນລະປະທານດັ່ງກ່າວ ໄດ້ກາຍເປັນຂໍ້ຈຳກັດຕໍ່ການຜະລິດໃນລະດູແລ້ງ, ຫາກບໍ່ສາມາດສ້ອມແປງໃຫ້ກັບມາໃຊ້ງານໄດ້ທັນເວລາ. ພາຍຫຼັງເກີດໄພນ້ຳຖ້ວມ ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ ໄດ້ວາງແຜນຟື້ນຟູພື້ນຖານໂຄງລ່າງທີ່ເສຍຫາຍ ເພື່ອໃຫ້ສາມາດກັບຄືນມາຮອງຮັບການຜະລິດໃນລະດູແລ້ງໄດ້ໂດຍໄວ.
ທ່ານ ຊົງປະເສີດ ກ່າວຕື່ມວ່າ: ວຽກງານສຳຄັນໃນໄລຍະນີ້ແມ່ນການລົງສຳຫຼວດ ແລະ ເກັບກຳຂໍ້ມູນຄວາມເສຍຫາຍຂອງຫົວງານຊົນລະປະທານ ພ້ອມທັງກວດກາສະພາບຄອງສົ່ງນ້ຳ ເພື່ອກຳນົດວຽກງານສ້ອມແປງທີ່ຈຳເປັນ. ປັດຈຸບັນ ບາງພື້ນທີ່ມີຄວາມພ້ອມທີ່ຈະຟື້ນຟູ ແລະ ກັບມາດຳເນີນການຜະລິດໄດ້ແລ້ວ, ສ່ວນບາງຈຸດທີ່ເສຍຫາຍໜັກ ແມ່ນໄດ້ສະເໜີຂັ້ນເທິງເພື່ອຂໍງົບປະມານສ້ອມແປງ ແລະ ຟື້ນຟູໃຫ້ກັບມາໃຊ້ງານໄດ້, ພ້ອມກັນນີ້ ຍັງມີແຜນຟື້ນຟູໃນໄລຍະຍາວ ໂດຍຈະສະເໜີໂຄງການຂະໜາດໃຫຍ່ ເພື່ອຟື້ນຟູລະບົບຊົນລະປະທານ ຄວບຄູ່ກັບການຂຸດລອກຫ້ວຍ ແລະ ທາງລະບາຍນ້ຳທີ່ຍັງລະບາຍໄດ້ບໍ່ສະດວກ ເພື່ອເພີ່ມປະສິດທິພາບໃນການລະບາຍນ້ຳ ແລະ ຫຼຸດຜ່ອນຄວາມສ່ຽງຈະຖືກນ້ຳຈະຖ້ວມຂັງໃນເນື້ອທີ່ນາປີເປັນເວລາດົນ.

ສໍາລັບແຜນຜະລິດລະດູແລ້ງ ທາງຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ ກຳລັງສຸມໃສ່ການຊອກຫາແນວພັນພືດ, ການລົງສຶກສາຄວາມພ້ອມຂອງປະຊາຊົນ, ຂະນະດຽວກັນ ກໍໄດ້ຊຸກຍູ້ໃຫ້ປະຊາຊົນອະນາໄມຄອງຊົນລະປະທານ ແລະ ກະກຽມເນື້ອທີ່ໃຫ້ພ້ອມສຳລັບການຜະລິດ ໃນເນື້ອທີ່ແຜນການ 4,902 ເຮັກຕາ ແລະ ກະກຽມປູກພືດລະດູແລ້ງ 2,260 ເຮັກຕາ ຖືເປັນບາດກ້າວສຳຄັນໃນການຊ່ວຍໃຫ້ປະຊາຊົນກັບຄືນສູ່ການຜະລິດ ຟື້ນຟູຜົນກະທົບ ແລະ ຮັກສາຄວາມໝັ້ນຄົງດ້ານສະບຽງອາຫານຂອງທ້ອງຖິ່ນໃນໄລຍະຕໍ່ໄປ.
ຂ່າວ: ກອງຄໍາ


