ປກສ ເມືອງຈຳປາສັກ ໄດ້ລົງແກ້ໄຂເປົ້າໝາຍຄ້າຂາຍຢາເສບຕິດ

ໃນວັນທີ 13 ຕຸລາ 2026 ເວລາປະມານ 14 ໂມງ 30 ນາທີ ທາງເຈົ້າໜ້າທີ່ ປກສ ເມືອງຈຳປາສັກ ໄດ້ລົງແກ້ໄຂເປົ້າໝາຍຄ້າຂາຍຢາເສບຕິດຢູ່ເຂດບ້ານທາງແບ່ງ ຕາແສງໜອງວຽນ ແລະ ບ້ານຫຼັກແບ່ນ ຕາແສງດອນຕະລາດ ເມືອງຈຳປາສັກ ແຂວງຈຳປາສັກ ສາມາດຈັບຕົວເປົ້າໝາຍໄດ້ 2 ຄົນ, ຍຶດເຄື່ອງຂອງກາງໄດ້: ຢາບ້າຈຳນວນ 2.701 ເມັດ, ໂທລະສັບ ຈຳນວນ 3 ໜ່ວຍຄື:
ທ້າວ ປາດາ ທະລາວົງ ອາຍຸ 28 ປີ ອາຊີບຊາວນາ ຢູ່ບ້ານທາງແບ່ງ ຕາແສງໜອງວຽນ ເມືອງຈຳປາສັກ ແຂວງຈຳປາສັກ.
ຂໍ້ກ່າວຫາ: ຄ້າຂາຍຢາເສບຕິດ ແລະ ເສບຢາເສບຕິດ.
ເຄື່ອງຂອງກາງ: ຢາບ້າຈຳນວນ 64 ເມັດ, ໂທລະສັບຈຳນວນ 1ໜ່ວຍ.
ທ້າວ ພົມມາ ພົງສາລີ(ນີ່) ອາຍຸ 50 ປີ ອາຊີບຊາວນາ ຢູ່ບ້ານໃໝ່ກາງ ຕາແສງໜອງຜຳ ເມືອງຈຳປາສັກ ແຂວງຈຳປາສັກ.
ຂໍ້ກ່າວຫາ: ຄ້າຂາຍຢາເສບຕິດ ແລະ ເສບຢາເສບຕິດ.
ເຄື່ອງຂອງກາງ: ຢາບ້າຈຳນວນ 2.637 ເມັດ, ໂທລະສັບຈຳນວນ 2 ໜ່ວຍ.
ປັດຈູບັນຄະດີດັ່ງກ່າວຍັງຢູ່ໃນຂັ້ນຕອນການດຳເນີນການສືບສວນ-ສອບສວນຂອງເຈົ້າໜ້າທີ່ວິ
ຊາສະເພາະ.
ທີ່ມາ : ຂ່າວເມືອງຈຳປາສັກ


