
ຈັບເຈົ້າພໍ່ລາຍໃຫຍ່ ທີ່ບ້ານໂພນຕ້ອງສະຫວາດ
K
ໂດຍ kaling
· 1 ເດືອນ ກ່ອນອ່ານ 1 ນາທີ127 ຄັ້ງ
ຟັງຂ່າວນີ້1 ນາທີ · ສຽງ AI ຜູ້ຊາຍ
0:00 / 0:49

ນະຄອນຫຼວງວຽງຈັນ – ໃນວັນທີ 1/10/2026 ເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໄດ້ເຂົ້າຈັບຕົວ ທ້າວ ໂຈ່ ວັນນະວົງ ຫຼື ຊຽງ ເຊິ່ງເປັນເຈົ້າພໍ່ຢາເສບຕິດລາຍໃຫຍ່ ຢູ່ເຮືອນຂອງຕົນເອງ ບ້ານ ໂພນຕ້ອງສະຫວາດ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ.
ຈາກການກວດຄົ້ນເຮືອນຫຼູຫລາຂອງ ຜູ້ກ່ຽວ ເຈົ້າໜ້າທີ່ພົບເຫັນຂອງ ກາງຜິດກົດໝາຍຫຼາຍລາຍການ ປະກອບມີ ອາວຸດເສິກ, ກະສຸນ ຈຳນວນຫຼາຍ ແລະ ສິ່ງຜິດກົດໝາຍອື່ນໆ.
ຕາມແຫຼ່ງຂ່າວ Lokmai News ລາຍງານວ່າ ປະຈຸບັນຜູ້ກ່ຽວຖືກຄວບຄຸມຕົວໄວ້ເພື່ອດຳເນີນຄະດີຕາມກົດໝາຍ.
ລາຍລະອຽດເພີ່ມເຕີມ ຈະແຈ້ງໃຫ້ຊາບໃນວັນທີ 4/10/2026
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານແລ້ວ 127 ຄັ້ງແບ່ງປັນແລ້ວ 0 ຄັ້ງຖືກໃຈ 0 ຄັ້ງ
mahaxan.com/17775
ອ່ານຕໍ່




ຫາລືການນຳໃຊ້ກົດໝາຍ ແລະ ແກ້ໄຂຄຳຮ້ອງຂໍຄວາມເປັນທຳ
11 ຊົ່ວໂມງກ່ອນ


