ປກສ ແຂວງສະວັນນະເຂດ ກວດພົບກາເຟປະສົມສານເສບຕິດ ແລະ ຄໍລາເຈັນ 288 ຊອງ ຢູ່ລົດໂດຍສານ ພ້ອມຜູ້ຖືກຫາ 2 ຄົນ

ປກສ ແຂວງ ສະວັນນະເຂດ ລາຍງານວ່າ: ວັນທີ 13 ຕຸລາ 2026 ເຈົ້າໜ້າທີ່ຕໍາຫລວດ ກອງບັນຊາການ ປກສ ແຂວງສະຫວັນນະເຂດ ປະຈຳຢູ່ຈຸດກວດກາໂນນສັນ ເມືອງໄຊບູລີ ໄດ້ກວດກາພາຫະນະ ລົດຕູ້ໂດຍສານຍີ່ຫໍ້ ໂຕໂຍຕ້າ ລຸ້ນຮາຍເອັກ ສີຂາວ ໝາຍເລກທະບຽນ ກຣ 9000 ນະຄອນຫລວງວຽງຈັນ, ເຊິ່ງຜູ້ຂັບຂີ່ ຊື່ ທ້າວ ຈັນທະຈອນ ອາຍຸ 22 ປີ ຢູ່ບ້ານດົງດໍາດວນ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ພົບເຫັນ ກາເຟ ບັນຈຸສານເສບຕິດ 188 ຊອງ ແລະ ຄໍລາເຈັນ ບັນຈຸສານເສບຕິດ 100 ຊອງ.
ຜ່ານສອບສວນເຈົ້າໜ້າທີ່ຈຶ່ງຮູ້ໄດ້ວ່າ ຢາຈໍານວນດັ່ງກ່າວ, ແມ່ນຈະນໍາໄປສົ່ງໃຫ້ ທ້າວ ຄົມຄະນິດ ຫລື ຕໍ້າ ອາຍຸ 38 ປີ ປະຊາຊົນ ຢູ່ບ້ານໂພນສິມ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ, ຈົນຮອດເວລາ 21:00 ໂມງຂອງວັນດຽວກັນ, ຈິ່ງສາມາດເຂົ້າກັກຕົວ ທ້າວ ຄົມຄະນິດ ຫລື ຕໍ້າ ພ້ອມຂອງກາງ ລົດເກັງ ຍີ່ຫໍ້ ຮອນດ້າ ລຸ້ນ ແຈັກ ສີ ຂາວ ບໍ່ຕິດປ້າຍທະບຽນ 1 ຄັນ, ໂທລະສັບ ຈຳນວນ 3 ເຄື່ອງ.
ຜ່ານການສອບສວນເບື້ອງຕົ້ນຜູ້ກ່ຽວ ໄດ້ຮັບສາລະພາບວ່າ: ກາເຟ ແລະ ຄໍລາເຈັນ ຈຳນວນດັ່ງກ່າວ, ໄດ້ສັ່ງຊື້ ທາງເຟດບຸກ ໃນລາຄາຊ່ອງລະ 330,000ກີບ ຈຸດປະສົງແມ່ນຈະເອົາໄປຂາຍຕໍ່.
ປັດຈຸບັນ, ຄະດີດັ່ງກ່າວ ທາງເຈົ້າໜ້າທີ່ວິຊາສະເພາະຍັງຢູ່ໃນການດໍາເນີນຄະດີຕາມກົດໝາຍ.


