ວັນອັງຄານ ທີ 10 ພະຈິກ 2026ອັບເດດລ່າສຸດ 19:05ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ໂຄງການພັດທະນາຕົວເມືອງຕາມແລວເສດຖະກິດ GMS4 ເມືອງທ່າແຂກ ຄືບໜ້າ 95.9%

ໂດຍ Jenjila
· 1 ເດືອນ ກ່ອນອ່ານ 2 ນາທີ34 ຄັ້ງ
ໂຄງການພັດທະນາຕົວເມືອງຕາມແລວເສດຖະກິດ GMS4 ເມືອງທ່າແຂກ ຄືບໜ້າ 95.9%
ADadvertisement
ADadvertisement
ADadvertisement

ໂຄງການພັດທະນາຕົວເມືອງຕາມແລວເສດຖະກິດ (GMS4) ຢູ່ເມືອງທ່າແຂກ ແຂວງຄໍາມ່ວນ ມີຄວາມຄືບໜ້າ 95.9%. ໃນຂະນະທີ່ ຄະນະທົບທວນຈາກກະຊວງ ໂຍທາທິການ ແລະ ຂົນສົ່ງ (ຍທຂ) ແລະ ທະນາຄານພັດທະນາອາຊີ ລົງຕິດຕາມວຽກງານພາກສະໜາມ ພ້ອມຊີ້ນຳໃຫ້ເລັ່ງກໍ່ສ້າງ ໃຫ້ສຳເລັດຕາມແຜນ ແລະ ຮັບປະກັນຄຸນນະພາບ.

ໂຄງການພັດທະນາຕົວເມືອງຕາມແລວເສດຖະກິດ GMS4 ເມືອງທ່າແຂກ ຄືບໜ້າ 95.9%

ໃນວັນທີ 30 ກັນຍາ 2026, ຄະນະທົບທວນໂຄງການ GMS4 ນໍາໂດຍ ທ່ານ ບຸນຕາ ອ່ອນນາວົງ ຫົວໜ້າກົມເຄຫາ ແລະ ຜັງເມືອງ ກະຊວງ ຍທຂ, ທ່ານ ໂພໄຊ ຂັດຕິຍະລາດ ຫົວໜ້າພະແນກ ຍທຂ ແຂວງຄຳມ່ວນ ແລະ ທ່ານ ນາງ ສຸດາໄລ ສວນນະວົງ ເຈົ້າໜ້າທີ່ອາວຸໂສ ແລະ ຫົວໜ້າຄະນະທົບທວນໂຄງການ, ຕາງໜ້າທະນາຄານພັດທະນາອາຊີ ພ້ອມພາກສ່ວນກ່ຽວຂ້ອງ ໄດ້ລົງຕິດຕາມ ກວດກາວຽກງານພາກສະໜາມ ໃນ 3 ກິດຈະກຳຫຼັກຂອງໂຄງການປະກອບມີ: ລະບົບລະບາຍນ້ຳ ປະຕູນ້ຳຫ້ວຍປາກຊິມັງ, ວຽກປ້ອງກັນຕາຝັ່ງເຈື່ອນແມ່ນ້ຳຂອງ ແລະ ວຽກອະນຸລັກມໍລະດົກເຂດເມືອງເກົ່າ ແຕ່ຫ້ອງການໄປສະນີເກົ່າ ຫາ ເດີ່ນນ້ຳພຸ.

ໂຄງການພັດທະນາຕົວເມືອງຕາມແລວເສດຖະກິດ GMS4 ເມືອງທ່າແຂກ ຄືບໜ້າ 95.9% · ຮູບທີ 2

ຄະນະດັ່ງກ່າວ ໄດ້ຮັບຟັງລາຍງານຄວາມຄືບໜ້າ, ບັນຫາອຸປະສັກ ແລະ ການປະຕິບັດມາດຕະການດ້ານສິ່ງແວດລ້ອມ-ສັງຄົມ. ສຳລັບວຽກປ້ອງກັນຕາຝັ່ງເຈື່ອນ ມີ 2 ສັນຍາ ລວມມູນຄ່າຫຼັງປັບແກ້ກວ່າ 13.07 ລ້ານໂດລາ, ປະກອບມີ ສັນຍາທີ 1 ມູນຄ່າ 8.63 ລ້ານໂດລາ ຮັບເໝົາໂດຍບໍລິສັດ ແອວເອັສເອັມ ກໍ່ສ້າງ ຈຳກັດຜູ້ດຽວ, ແຕ່ເຂດທ່າດ່ານ ຫາ ຫ້ວຍສະຄາມ, ບ້ານເລົ່າໂພໄຊ, ປາກຊິມັງ-ເລົ່າໂພຄໍາ, ປາກຊິມັງ-ມ່ວງສຸມ ແລະ ສັນຍາທີ 2 ມູນຄ່າ 4.45 ລ້ານໂດລາ ດໍາເນີນງານໂດຍ ບໍລິສັດ ແສງມີໄຊ ຄົບວົງຈອນ ຈໍາກັດຜູ້ດຽວ, ໂຊນ B ແຕ່ເຂດທ່າດ່ານຮອດອ່າງນໍ້າປະປາບ້ານຈອມແກ້ວ.

ໂຄງການພັດທະນາຕົວເມືອງຕາມແລວເສດຖະກິດ GMS4 ເມືອງທ່າແຂກ ຄືບໜ້າ 95.9% · ຮູບທີ 3

ໂອກາດນີ້ ທ່ານ ບຸນຕາ ອ່ອນນາວົງ ໄດ້ມີຄໍາເຫັນຊີ້ນຳໃຫ້ທີມງານ ແລະ ຜູ້ຮັບເໝົາເລັ່ງຈັດຕັ້ງປະຕິບັດວຽກງານ ຄວບຄູ່ກັບການຮັກສາມາດຕະຖານຄຸນນະພາບ ເພື່ອໃຫ້ປະຊາຊົນໄດ້ຮັບຜົນປະໂຫຍດ.

ພ້ອມນີ້ ທ່ານ ໂພໄຊ ຂັດຕິຍະລາດ ຍັງໄດ້ເນັ້ນວ່າ ໂຄງການນີ້ມີຄວາມສຳຄັນຢ່າງຍິ່ງ ຕໍ່ການພັດທະນາເມືອງທ່າແຂກໃຫ້ມີລະບົບລະບາຍນ້ຳທີ່ດີ, ຫຼຸດຜ່ອນຄວາມສ່ຽງນ້ຳຖ້ວມ ແລະ ຕາຝັ່ງເຊາະເຈື່ອນ ພ້ອມທັງປົກປັກຮັກສາອະນຸລັກມໍລະດົກປະຫວັດສາດຂອງເມືອງ. ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຄຳມ່ວນ ຈະສືບຕໍ່ປະສານສົມທົບ ແລະ ອຳນວຍຄວາມສະດວກ ເພື່ອໃຫ້ໂຄງການສຳເລັດຕາມແຜນການ.

ໂຄງການພັດທະນາຕົວເມືອງຕາມແລວເສດຖະກິດ GMS4 ເມືອງທ່າແຂກ ຄືບໜ້າ 95.9% · ຮູບທີ 4

ສ່ວນ ທ່ານ ສຸດາໄລ ສຸວັນນະວົງ ໃນນາມຕາງໜ້າທະນາຄານພັດທະນາອາຊີ ໄດ້ຊົມເຊີຍຄວາມພະຍາຍາມຂອງທຸກພາກສ່ວນ ແລະ ຢືນຢັນຈະສືບຕໍ່ປະສານງານກັບລັດຖະບານ ເພື່ອເລັ່ງລັດໂຄງການໃຫ້ບັນລຸເປົ້າໝາຍ ແລະ ຮັບປະກັນວ່າ ໂຄງການຈະນຳຜົນປະໂຫຍດມາສູ່ປະຊາຊົນຢ່າງແທ້ຈິງ.

ໂຄງການພັດທະນາຕົວເມືອງຕາມແລວເສດຖະກິດ GMS4 ເມືອງທ່າແຂກ ຄືບໜ້າ 95.9% · ຮູບທີ 5

ໂຄງການ GMS4 ໄດ້ຮັບທຶນຊ່ວຍເຫຼືອລ້າຈາກທະນາຄານພັດທະນາອາຊີ 54 ລ້ານໂດລາສະຫະລັດ ມີເປົ້າໝາຍປັບປຸງໂຄງລ່າງຕົວເມືອງ ແລະ ເພີ່ມຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ ໃຫ້ແກ່ບັນດາຕົວເມືອງ ທີ່ຕັ້ງຢູ່ຕາມແລວເສດຖະກິດ, ລວມທັງເມືອງທ່າແຂກ ແຂວງຄຳມ່ວນ ແລະ ເມືອງປາກຊັນ ແຂວງບໍລິຄຳໄຊ ໂຄງການມີກຳນົດສຳເລັດໃນວັນທີ 30 ມິຖຸນາ 2027.

ຂ່າວ : ມະນີວັນ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ມື້ນີ້ · ຂໍ້ມູນສົດ ວັນອັງຄານ 10 ພະຈິກ 2026 · ຂຶ້ນ 1 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່