ວັນອັງຄານ ທີ 10 ພະຈິກ 2026ອັບເດດລ່າສຸດ 19:05ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເປີດໂຄງການ “ສຽງປະສານແຫ່ງມໍລະດົກລາວ”

ໂດຍ Pele
· 8 ເດືອນ ກ່ອນອ່ານ 3 ນາທີ98 ຄັ້ງ
ເປີດໂຄງການ “ສຽງປະສານແຫ່ງມໍລະດົກລາວ”
ADadvertisement
ADadvertisement
ADadvertisement

ບໍລິສັດ ເດິ ເປຣຍນິດ ວຽງຈັນ (The Pianist Vientiane) ເປີດໂຄງການ “A Symphony of Heritage ສຽງປະສານແຫ່ງມໍລະດົກລາວ” ແລະ ງານສໍາມະນາວິທະຍາສາດ ກ່ຽວກັບປະຫວັດສາດດົນຕີ ແລະ ບົດເພງພື້ນເມືອງລາວ ໃນວັນທີ 12 ມີນາ 2026 ທີ່ນະຄອນຫລວງວຽງຈັນ ໂດຍມີ ທ່ານ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກຳມະການປົກຄອງນະຄອນຫລວງວຽງຈັນ, ຜູ້ຊີ້ນຳດ້ານວັດທະນະທຳ, ທ່ານ Jean-Gabriel Duss ທູດສະວິດ ປະຈຳ ສປປ ລາວ, ທ່ານ ບໍ່ແສງຄຳ ວົງດາລາ ປະທານຄະນະກຳມະການດ້ານວັດທະນະທຳ-ສັງຄົມ ສະພາທິດສະດີສູນກາງພັກ ແລະ ພາຫສ່ວນກ່ຽວຂ້ອງເຂົ້າຮ່ວມ.

ເປີດໂຄງການ “ສຽງປະສານແຫ່ງມໍລະດົກລາວ”

ໃນພິທີ ທ່ານ ນາງ ມຸກດາວັນ ຄັດຕິຍະ ປະທານບໍລິສັດ The Pianist Vientiane ໄດ້ໃຫ້ຮູ້ວ່າ: ເດິ ເປຣຍນິດ ວຽງຈັນ ໄດ້ກ້າວເຂົ້າສູ່ປີທີ 6 ໃນການບຸກເບີກສ້າງສັນຜົນງານ ແລະ ສ້າງກິດຈະກຳທີ່ຕິດພັນກັບການພັດທະນາດົນຕີປະສານສຽງອໍແກັສຕາ ທີ່ກໍ່ຕັ້ງຂຶ້ນໂດຍກຸ່ມຄົນທີ່ມີຄວາມສາມາດດ້ານດົນຕີສາກົນ ແລະ ມີຈິດໃຈມັກຮັກໃນດົນຕີປະສານສຽງ. ຜ່ານການຝຶກຝົນຫລໍ່ຫລອມ ແລະ ພັດທະນາຕົນເອງຢ່າງບໍ່ຢຸດຢັ້ງ ໂດຍຍຶດຖືແນວຄວາມຄິດ “ພັດທະນາ ແຕ່ບໍ່ລືມຄວາມເປັນລາວ”, ໝາຍເຖິງການນໍາສະເໜີເຄື່ອງດົນຕີພື້ນເມືອງລາວ ໃນຮູບແບບການບັນເລງດົນຕີປະສານສຽງອໍແກັສຕາແບບສາກົນ, ນຳມາປະສົມປະສານຢ່າງລົງຕົວ ເພື່ອເຮັດໃຫ້ຄົນຕ່າງປະເທດໄດ້ສຳຜັດເຖິງຄວາມສວຍງາມອັນເປັນເອກະລັກຂອງສິລະປະ-ວັດທະນະທຳລາວ ກໍຄື ດົນຕີລາວ ແລະ ເຮັດໃຫ້ຄົນລາວໄດ້ຮຽນຮູ້ ແລະ ເຂົ້າເຖິງດົນຕີສາກົນອໍແກັສຕາຫລາຍຂຶ້ນ.

ເປີດໂຄງການ “ສຽງປະສານແຫ່ງມໍລະດົກລາວ” · ຮູບທີ 2

ສະເພາະປີ 2026 ນີ້, The Pianist Vientiane ໄດ້ຮັບທຶນສະໜັບສະໜູນຈາກອົງການເພື່ອການພັດທະນາ ແລະ ການຮ່ວມມື ປະເທດສະວິດ ຫລື SDC ເພື່ອດໍາເນີນ 3 ກິດຈະກໍາຫລັກຄື: ສໍາມະນາວິທະຍາ ສາດເພື່ອຮ່ວມກັນແລກປ່ຽນປະສົບການ ແລະ ທິດທາງການພັດທະນາໃນຕໍ່ໜ້າ ໃນຂົງເຂດວຽກງານສິລະປະວັດທະນະທຳ ແລະ ພ້ອມທັງຄັດເລືອກບົດເພງອັນຊົງຄຸນຄ່າຂອງລາວ ເພື່ອນຳມາປະພັນດົນຕີຄືນໃໝ່ ຈຳນວນ 10 ບົດເພງ ຜ່ານການແລກປ່ຽນກັບບັນດາອາຈານຜູ້ຊົງຄຸນນະວຸດດ້ານດົນຕີລາວຜ່ານມາ; ເຜີຍແຜ່ຄວາມຮູ້ດ້ານດົນຕີຢູ່ຕ່າງແຂວເພື່ອເຜີຍແຜ່ຄວາມຮູ້, ແລກປ່ຽນປະສົບການ, ຈັດການສະແດງເພື່ອສ້າງແຮງບັນດານໃຈໃຫ້ແກ່ເດັກນ້ອຍຍຸກໃໝ່ໄດ້ມີຈິນຕະນາການ ແລະ ຄວາມຝັນທີ່ຈະເປັນສິລະປິນມືອາຊີບ; ການຈັດສະແດງຄອນເສີດປະຈຳປີ ຂອງ The Pianist Vientiane ໂດຍຈະນຳເອົາ 10 ບົດເພງ ທີ່ໄດ້ປະພັນດົນຕີໃໝ່ມາສະແດງສົດໃຫ້ມວນຊົນໄດ້ຮັບຊົມ. ຈຸດພິເສດຂອງຄອນເສີດໃນຄັ້ງນີ້ ເປັນຄອນເສີດເພື່ອການກຸສົນ ໂດຍລາຍໄດ້ຈາກການຂາຍບັດຄອນເສີດທັງໝົດ ຈະນຳມາບູລະນະສ້ອມແປງຫ້ອງຊ້ອມເປຍໂນ ແລະ ຊື້ອຸປະກອນດົນຕີທີ່ຍັງບໍ່ພຽງພໍ ໃຫ້ແກ່ວິທະຍາໄລສິລະປະແຫ່ງຊາດ ຊຶ່ງເປັນບ່ອນສຳຄັນໃນການກໍ່ສ້າງບຸກຄະລາກອນດ້ານສິລະປະຂອງຊາດ.

ເປີດໂຄງການ “ສຽງປະສານແຫ່ງມໍລະດົກລາວ” · ຮູບທີ 3

ຄອນເສີດໃນຄັ້ງນີ້ SDC ຍັງໄດ້ເຊື້ອເຊີນນັກໄວໂອລິນທີ່ມີຊື່ສຽງຈາກປະເທດສະວິດ ເພື່ອເຂົ້າຮ່ວມສະແດງບັນເລງເພງລາວກັບພວກເຮົາ ແລະ ຈະຈັດ Violin Master Class ໃຫ້ແກ່ສິລະປິນ ແລະ ນັກຮຽນ Violin ຂອງລາວ ຕື່ມອີກ. ພ້ອມນີ້, ເດິ ເປຼຍນິດ ວຽງຈັນ ກໍຈະໄດ້ດຳເນີນກິດຈະກຳພິເສດ ກໍຄື ການຖ່າຍທຳວິດີໂອບົດເພງ ຈຳປາເມືອງລາວ ທີ່ແຂວງຈຳປາສັກ ໃນທ້າຍປີ 2026 ນີ້ ຊຶ່ງເປັນອີກຜົນງານໜຶ່ງທີ່ມີເປົ້າໝາຍສົ່ງເສີມ-ໂຄສະນາແຫລ່ງທ່ອງທ່ຽວທີ່ສຳຄັນຂອງ ແຂວງຈຳປາສັກ ແລະ ເປັນການໂຄສະນາເຜີຍແຜ່ດ້ານວັດທະນະທຳ, ການທ່ອງທ່ຽວ ຂອງ ສປປ ລາວ ຜ່ານດົນຕີອໍແກັສຕາ ອີກດ້ວຍ.

ເປີດໂຄງການ “ສຽງປະສານແຫ່ງມໍລະດົກລາວ” · ຮູບທີ 4

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 98 ຄັ້ງ
‹ ກັບໄປໝວດໄລຟ໌ສະໄຕລ໌
ມື້ນີ້ · ຂໍ້ມູນສົດ ວັນອັງຄານ 10 ພະຈິກ 2026 · ຂຶ້ນ 1 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່