
ປະຊາຊົນ ຫລາຍກວ່າ 14.000 ຄົນ ໄດ້ຮັບຜົນກະທົບຈາກນ້ຳຖ້ວມ ຢູ່ອິນໂດເນເຊຍ
ໂດຍ Mahaxan
· 17 ນາທີ ກ່ອນອ່ານ 1 ນາທີ1 ຄັ້ງ
ຟັງຂ່າວນີ້1 ນາທີ · ສຽງ AI ຜູ້ຊາຍ
0:00 / 0:45

ວິທະຍຸ ໂທລະພາບ ສູນກາງຈີນ,ວັນທີ 25 ພະຈິກນີ້, ອົງການ ຕ້ານໄພພິບັດແຫ່ງຊາດ ອິນໂດເນເຊຍ ແຈ້ງໃຫ້ຮູ້ວ່າ: ຍ້ອນຝົນຕົກໜັກ ຢ່າງຕໍ່ເນື່ອງ, ຢູ່ເຂດພິເສດອາເຈະ ໄດ້ເຮັດໃຫ້ເກີດໄພນ້ຳຖ້ວມ, ສົ່ງຜົນກະທົບ ຕໍ່ປະຊາຊົນຫລາຍກວ່າ 14.000 ຄົນ. ປັດຈຸບັນ ສະພາບນ້ຳຖ້ວມ ຢ່າງບາງພື້ນທີ່ ໄດ້ຄ່ອຍໆຫລຸດລົງ, ແຕ່ຍັງມີເຮືອນຂອງປະຊາຊົນ ໃນທ້ອງຖິ່ນຖືກນ້ຳຖ້ວມ,ພື້ນຖານໂຄງລ່າງຕ່າງໆເຊັ່ນ:ຂົວ,ຖະໜົນທາງ ແລະ ລະບົບລະບາຍນ້ຳ ຖືກທຳລາຍເສຍຫາຍ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ແບ່ງປັນແລ້ວ 0 ຄັ້ງຖືກໃຈ 0 ຄັ້ງ
mahaxan.com/29105
‹ ກັບໄປໝວດຂ່າວຕ່າງປະເທດ
ອ່ານຕໍ່













