ວັນພະຫັດ ທີ 26 ພະຈິກ 2026ອັບເດດລ່າສຸດ 19:24ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສ.ອາເມລິກາ ກຽມຈັດວາງອັດຕາພາສີນຳເຂົ້າໃໝ່ຕໍ່ກັບ ສປ ຈີນ-ອີຢູ-14 ພື້ນຖານເສດຖະກິດ

ໂດຍ Mahaxan
· 17 ນາທີ ກ່ອນອ່ານ 1 ນາທີ1 ຄັ້ງ
ສ.ອາເມລິກາ ກຽມຈັດວາງອັດຕາພາສີນຳເຂົ້າໃໝ່ຕໍ່ກັບ ສປ ຈີນ-ອີຢູ-14 ພື້ນຖານເສດຖະກິດ
ADadvertisement
ADadvertisement
ADadvertisement

ວິທະຍຸກະຈ່າຍສຽງ ຫວຽດນາມ, ທ່ານ ໂດນັນ ທຣຳ, ປະທານາທິບໍດີ ສ.ອາເມລິກາ ພວມກະກຽມ ຈັດວາງ ອັດຕາພາສີ ນຳເຂົ້າໃໝ່ ໃນວົງກວ້າງຕໍ່ກັບສປ ຈີນ, ສະຫະພາບເອີລົບ (ອີຢູ) ແລະ 14 ພື້ນຖານເສດຖະກິດ ອື່ນອີກ. ຄາດ​ວ່າ ທ່ານ ແຈມີສັນ ກຣີ(Jamieson Greer), ຫົ​ວໜ້າຜູ້ຕາງໜ້າ​ ດ້ານການຄ້າອາ​ເມ​ລິ​ກາຈະ​ປະ​ກາດ ໃນ​ອາ​ທິດ​ນີ້ ​ຜົນ​ການ​ສືບ​ສວນ ທີ່​ແກ່​ຍາວ​ເປັນເວລາ ຫລາຍເດືອນ​ ກ່ຽວ​ກັບ​ ສະ​ພາບ​ກຳລັງການຜະລິດ ອຸດສາຫະກຳ ​ເຫລື​ອ​ເກີນແລະບັນດາບ້ວງ​ເງິນອຸດໜູນ ຂອງລັດ​ຖະ​ບານ​​ ຢູ່​ບັນ​ດາ​ພື້ນ​ຖານເສດຖະກິດ ທີ່​ຖືກພິຈາລະນາ.ເວລາປະກາດ ອາດຈະມີ ການປ່ຽນແປງ. ຕາມ​ບັນ​ດາ​ຂໍ້​ມູນ ​ທີ່​ສື່ມວນຊົນຄັດ​ສະ​ເໜີ​ຄືນ, ​ອີ​ຢູ, ຍີ່ປຸ່ນ ແລະ ​ສ.ເກົາຫລີ ມີ​ຄວາມ​ສ່ຽງຈະ​ຜະ​ເຊີນ​ໜ້າກັບ​ອັດ​ຕາພາສີ 15% ຫລືຕ່ຳກວ່າ.ຂະນະທີ່ ສປ ຈີນ ແລະ ອິນເດຍມີ​ຄວາມ​ສ່ຽງ ​ທີ່​ຈະ​ຜະເຊີນໜ້າກັບ ອັດ​ຕາພາສີທີ່ສູງກວ່າ.ອັດຕາພາສີ​ສຸດ​ທ້າຍ, ຂອບເຂດຂອງສິນຄ້າ​ ທີ່​ຖືກ​ຈັ​ດ​ວາງ ແລະຈຸດເວລາ​ຜັນ​ຂະ​ຫຍາຍ ປະຕິບັດນັ້ນປັດຈຸບັນ ຍັງບໍ່ທັນໄດ້ປະກາດ ຢ່າງເປັນທາງການ ເທື່ອ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ADadvertisement
ADadvertisement
ADadvertisement
ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນພະຫັດ 26 ພະຈິກ 2026 · ແຮມ 2 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່