
ຊຸກຍູ້ການເຊື່ອມຕໍ່ ເຂດອະນຸພາກພື້ນແມ່ນ້ຳຂອງ

ວິທະຍຸກະຈ່າຍ ສຽງຫວຽດນາມ, ໂດຍໄດ້ຮັບຄຳເຊີນຂອງ ທ່ານ ເລມິງຮຶງ, ນາຍົກລັດຖະມົນຕີ ຫວຽດນາມແລະ ທ່ານ ມິນອອງລາຍ, ປະທານາທິບໍດີ ມຽນມາ, ທ່ານ ຮຸນມາເນັດ, ນາຍົກລັດຖະມົນຕີ ກຳປູເຈຍຈະເຂົ້າຮ່ວມກອງປະຊຸມຂັ້ນສູງ ຍຸດທະສາດ ການຮ່ວມມື ເສດຖະກິດ ອະຍະວາດີ-ເຈົ້າພະຍາ-ແມ່ນ້ຳຂອງ (ACMECS) ຄັ້ງທີ 11 ແລະ ກອງປະຊຸມສຸດຍອດ ການຮ່ວມມືກຳປູເຈຍ-ສປປ ລາວ-ມຽນມາ-ສສ ຫວຽດນາມ (CLMV) ຄັ້ງທີ 12 ຢູ່ ຮ່າໂນ້ຍ, ແຕ່ວັນທີ 27-29 ພະຈິກ 2026.ກອງປະຊຸມສຸດ ACMECS ຄັ້ງທີ 11 ຈະແມ່ນໂອກາດ ໃຫ້ບັນດາການນຳຕີລາຄາ ວິວັດການຮ່ວມມື ທີ່ບັນລຸໄດ້, ພ້ອມກັນນັ້ນ ວາງອອກບັນດາ ບາກ້າວຕໍ່ໄປ ເພື່ອເພີ່ມທະວີ ການເຊື່ອມຕໍ່ພາກພື້ນ, ຊຸກຍູ້ນະວັດຕະກຳ, ການພັດທະນາ ກວມລວມ ແລະ ຍືນຍົງ. ໃນຂະນະນັ້ນ, ກອງປະ ຊຸມສຸດຍອດ CLMV ຄັ້ງທີ 12 ຈະສຸມໃສ່ກວດກາຄືນ ບັນດາຜົນງານການຮ່ວມມື, ກຳນົດທິດທາງ ໃນອະນາຄົດ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່













