
ສານຊົມເຊີຍພາລະກິດ ການບິນຮ່ວມກັນລະຫວ່າງ ນັກບິນອະວະກາດຈີນ-ປາກິດສະຖານ

ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 25 ພະຈິກນີ້, ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ແລະ ທ່ານ ອາຊິຟ ອາລີຊາດາຣີ ປະທານາທິບໍດີ ປາກິດສະຖານ ໄດ້ສົ່ງສານເຖິງກັນ ແລະ ກັນເພື່ອ ຊົມເຊີຍ ພາລະກິດການບິນ ຮ່ວມກັນລະຫວ່າງ ນັກບິນອະວະກາດ. ເນື້ອໃນສານຂອງ ທ່ານ ສີ ຈິ້ນຜິງ ລະບຸວ່າ: ສປ ຈີນ ແລະປາກິດສະຖານ ແມ່ນຄູ່ຮ່ວມມື ຍຸດທະສາດໃນທຸກສະພາບການ. ນັບແຕ່ສ້າງຕັ້ງສາຍພົວພັນ ທາງການທູດ 75 ປີມານີ້, ມິດຕະພາບ ລະຫວ່າງ ສປ ຈີນ ແລະປາກິດສະຖານ ໝັ້ນແກ່ນຄືຫີນແຂງ ຢ່າງສະເໝີຕົ້ນ ສະເໝີປາຍ.ນັກບິນອະວະກາດ ສອງປະເທດ ເກາະ ແຂນກັນ ບິນສູ່ອະວະກາດໄດ້ສະແດງໃຫ້ເຫັນເຖິງ ມິດຕະພາບ ອັນເລິກເຊິ່ງ ລະຫວ່າງ ສປ ຈີນ ແລະປາກິດສະຖານ ຢ່າງມີຊີວິດຊີວາ,ທັງແມ່ນໝາກຜົນໃໝ່ ທີ່ສຳຄັນຂອງການຮ່ວມມື ລະຫວ່າງ ສອງປະເທດ.ສປ ຈີນ ຍິນດີຮ່ວມກັບ ປະເທດຕ່າງໆເຊິ່ງລວມທັງ ປາກິດສະຖານເພື່ອລົງເລິກການຮ່ວມມືສາກົນ ໃນດ້ານການບິນອະວະກາດ, ປັບປຸງການບໍລິຫານອະວະກາດທົ່ວໂລກ ແລະ ເຮັດ ໃຫ້ຜົນງານການສຳຫລວດອະວະກາດ ສ້າງຄວາມສຸກໃຫ້ແກ່ ມວນມະນຸດໃຫ້ດີກວ່າເກົ່າ. ເນື້ອໃນສານຂອງ ທ່ານ ອາຊິຟ ອາລີ ຊາດາຣີລະບຸວ່າ: ເນື່ອງໃນໂອກາດ ການສ້າງຕັ້ງສາຍພົວພັນ ທາງການ ທູດລະຫວ່າງ ປາກິດສະຖານ ແລະສປ ຈີນ ຄົບຮອບ 75 ປີນີ້,ສອງປະເທດ ໄດ້ດຳເນີນການຮ່ວມມື ໃນດ້ານອະວະກາດ ທີ່ເປັນປະຫວັດສາດ,ນັກບິນອະວະກາດຜູ້ທຳອິດ ຂອງປາກິດສະ ຖານ ໄດ້ເຂົ້າສູ່ສະຖານີ ອະວະກາດຂອງ ສປ ຈີນ.ຂ້າພະເຈົ້າ ຂໍຕາງໜ້າລັດຖະບານແລະ ປະຊາຊົນປາກິດສະຖານ ສະແດງຄວາມຂອບອົກຂອບໃຈ ຢ່າງຈິງໃຈຕໍ່ລັດຖະບານຈີນ ແລະປະຊາຊົນຈີນ. ການ ຮ່ວມມືໃນຄັ້ງນີ້ ໄດ້ສະແດງໃຫ້ເຫັນເຖິງ ຫລັກໝັ້ນທີ່ໝັ້ນໜຽວຂອງ ສປ ຈີນ ທີ່ສຸມໃສ່ ນຳໃຊ້ອະວະກາດຢ່າງສັນຕິ, ສະແດງໃຫ້ເຫັນເຖິງ ຄວາມໝາຍສຳຄັນ ຂອງປະຊາຄົມ ຮ່ວມຊາຕາກຳຂອງ ມວນ ມະນຸດ,ຍ່ອມຈະເຮັດໃຫ້ມິດຕະພາບ ລະຫວ່າງ ປາກິດສະຖານແລະ ສປ ຈີນ ໝັ້ນຄົງກວ່າເກົ່າ ແລະຊຸກຍູ້ການພົົວພັນ ຄູ່ຮ່ວມມືຍຸດທະສາດ ໃນທຸກສະພາບການ ລະຫວ່າງ ສອງປະເທດ ໃຫ້ຂະ ຫຍາຍໄປສູ່ ລະດັບສູງກວ່າເກົ່າ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່













