ພະຍາດວໍ້ (Rabies) ເຊື້ອຮ້າຍທີ່ທຳລາຍລະບົບປະສາດ ແລະ ປັດຈຸບັນຍັງບໍ່ມີວິທີຮັກສາໃຫ້ຫາຍຂາດໄດ້.

ຄວາມໜ້າຢ້ານຂອງ “ພະຍາດວໍ້” ໄພງຽບທີ່ຄ່ອຍໆລຸກລາມເມື່ອຖ້າຖືກ ໝາ ຫຼື ແມວ ຫຼື ສັດອື່ນ ກັດ/ຂູດກໍສາມາດແຜ່ພະຍາດວໍ້ໄດ້. ໃນໄລຍະແລກ ຜູ້ທີ່ໄດ້ຮັບເຊື້ອອາດຍັງຮູ້ສຶກສະບາຍດີ ແລະ ບາດແຜພາຍນອກອາດມີຂະໜາດນ້ອຍ ຫຼື ຫາຍດີຈົນເຮັດໃຫ້ປະໝາດ. ແຕ່ເມື່ອໃດທີ່ເຊື້ອເຂົ້າເຖິງລະບົບປະສາດ ແລະ ເລີ່ມສະແດງອາການ ພະຍາດຈະມີຄວາມຮຸນແຮງຫຼາຍ ແລະ ອາດນຳໄປສູ່ການເສຍຊີວິດ ໂດຍຍັງບໍ່ມີວິທີຮັກສາໃຫ້ຫາຍຂາດ.

ເຊື້ອພະຍາດວໍ້ສາມາດເຂົ້າສູ່ຮ່າງກາຍຜ່ານນ້ຳລາຍຂອງສັດທີ່ຕິດເຊື້ອ ໂດຍສະເພາະເມື່ອນ້ຳລາຍສຳຜັດກັບບາດແຜ ຫຼື ເຍື່ອບຸຕ່າງໆ ເຊັ່ນ ຕາ, ປາກ ແລະ ດັງ.
ໄລຍະບົ່ມຕົວຂອງເຊື້ອພະຍາດວໍ້ ໂດຍທົ່ວໄປຢູ່ປະມານ 2–3 ເດືອນ ແຕ່ອາດສັ້ນພຽງ 1 ອາທິດ ຫຼື ຍາວເຖິງ 1 ປີ ໂດຍຂຶ້ນກັບຕຳແໜ່ງທີ່ໄດ້ຮັບເຊື້ອ ແລະ ປະລິມານເຊື້ອທີ່ເຂົ້າສູ່ຮ່າງກາຍ.
ເມື່ອເລີ່ມເຂົ້າສູ່ໄລຍະສະແດງອາການ ໃນໄລຍະແລກອາດມີອາການຄ້າຍກັບການເຈັບປ່ວຍທົ່ວໄປ ເຊັ່ນ ເປັນໄຂ້, ເຈັບຫົວ, ອ່ອນເພຍ, ຮູ້ສຶກບໍ່ສະບາຍຕົວ ແລະ ມັກມີອາການສະເພາະຄື ເຈັບ, ຄັນ, ແສບ, ຊາ ຫຼື ຮູ້ສຶກຄ້າຍມີເຂັມແທງຢູ່ບໍລິເວນບາດແຜເກົ່າ ເຖິງແມ່ນວ່າບາດແຜນັ້ນຈະຫາຍດີແລ້ວກໍຕາມ.
ເມື່ອເຊື້ອເຂົ້າສູ່ ລະບົບປະສາດສ່ວນກາງ ອາການຈະຮຸນແຮງຂຶ້ນຢ່າງຊັດເຈນ ໂດຍແບ່ງເປັນ 2 ຮູບແບບຫຼັກ:
- ແບບກະສັບກະສ່າຍ (Furious rabies): ຜູ້ປ່ວຍຈະມີອາການກະວົນກະວາຍ, ສັບສົນ, ພຶດຕິກຳປ່ຽນແປງ, ເຫັນພາບຫຼອນ, ນ້ຳລາຍໄຫຼຫຼາຍ, ກືນລຳບາກ ລວມເຖິງມີອາການ ຢ້ານລົມ ແລະ ຢ້ານນ້ຳ.
- ແບບເປັນອຳມະພາດ (Paralytic rabies): ພົບປະມານ 20% ແລະ ສັງເກດອາການໄດ້ຍາກກວ່າ. ຜູ້ປ່ວຍຈະມີອາການກ້າມຊີ້ນອ່ອນແຮງ ແລະ ຄ່ອຍໆລຸກລາມໄປທົ່ວຮ່າງກາຍ. ໃນໄລຍະຮຸນແຮງ ອາດເຂົ້າສູ່ພາວະໂຄມ່າໄດ້ໃນທີ່ສຸດ.
ເມື່ອພະຍາດເລີ່ມສະແດງອາການແລ້ວ ການຮັກສາຈະເຮັດໄດ້ຍາກ. ປັດຈຸບັນຍັງບໍ່ມີວິທີຮັກສາທີ່ໄດ້ຜົນແນ່ນອນ ດັ່ງນັ້ນ ຜູ້ປ່ວຍຈຶ່ງມີຄວາມສ່ຽງເສຍຊີວິດສູງ. ດັ່ງນັ້ນ ຖ້າມີປະຫວັດສຳຜັດກັບສັດທີ່ອາດມີຄວາມສ່ຽງ ບໍ່ຄວນລໍຖ້າໃຫ້ມີອາການກ່ອນ ຈຶ່ງໄປພົບແພດ.
ຫຼັງຈາກຖືກສັດກັດ ຫຼື ຂ່ວນ ຄວນຮີບດູແລບາດແຜທັນທີ ໂດຍບໍ່ຄວນລໍຖ້າໃຫ້ມີອາການຜິດປົກກະຕິ. ເພາະຖ້າໄດ້ຮັບວັກຊີນ ແລະ ການປ້ອງກັນຢ່າງເໝາະສົມໃນຊ່ວງທີ່ພະຍາດຍັງບໍ່ສະແດງອາການ ຈະສາມາດຢັບຢັ້ງເຊື້ອບໍ່ໃຫ້ເຂົ້າສູ່ລະບົບປະສາດ ແລະ ປ້ອງກັນການເກີດພະຍາດໄດ້.
5 ຂໍ້ຄວນປະຕິບັດທັນທີເມື່ອຖືກສັດກັດ ຫຼື ຂູດ
- ລ້າງບາດແຜທັນທີ ດ້ວຍສະບູ ແລະ ນ້ຳໄຫຼ ໃຫ້ທົ່ວບາດແຜຢ່າງໜ້ອຍ 15 ນາທີ.
- ໃສ່ຢາຂ້າເຊື້ອ ເຊັ່ນ ໂພວິໂດນ-ໄອໂອດີນ (Povidone-iodine) ຫຼັງຈາກລ້າງບາດແຜແລ້ວ.
- ໄປພົບແພດໂດຍໄວ ເພື່ອໃຫ້ແພດປະເມີນຄວາມສ່ຽງ ແລະ ຮັບວັກຊີນ ຫຼື ອິມມູໂນໂກລູບູລິນ (Immunoglobulin) ຕາມຄຳແນະນຳ.
- ສັງເກດອາການຂອງສັດ ຖ້າເປັນໝາ ຫຼື ແມວ ໃຫ້ກັກເບິ່ງອາການ 10 ມື້. ແຕ່ຜູ້ທີ່ຖືກກັດຕ້ອງໄປພົບແພດທັນທີ ບໍ່ຕ້ອງລໍຖ້າໃຫ້ຄົບ 10 ມື້.
- ແຈ້ງເຈົ້າໜ້າທີ່ ຖ້າສັດມີອາການຜິດປົກກະຕິ, ເຈັບປ່ວຍ ຫຼື ຕາຍໃນລະຫວ່າງການກັກເບິ່ງອາການ.
ການປ້ອງກັນໃນຊີວິດປະຈຳວັນ
ການປ້ອງກັນກໍເປັນສິ່ງສຳຄັນ ເລີ່ມຈາກການນຳສັດລ້ຽງໄປຮັບວັກຊີນປ້ອງກັນພະຍາດໝາບ້າເປັນປະຈຳ. ຫຼີກລ້ຽງການສຳຜັດ ຫຼື ເຂົ້າໃກ້ສັດທີ່ບໍ່ຮູ້ຈັກ, ສັດຈອນ ຫຼື ສັດປ່າ.
ສຳລັບຜູ້ທີ່ມີຄວາມສ່ຽງສູງຈາກການເຮັດວຽກ ຫຼື ການເດີນທາງ ສາມາດໄປພົບແພດເພື່ອຮັບວັກຊີນປ້ອງກັນລ່ວງໜ້າໄດ້.
ທັງນີ້ ເຖິງແມ່ນວ່າເຄີຍຮັບວັກຊີນປ້ອງກັນລ່ວງໜ້າແລ້ວ ແຕ່ຖ້າຕໍ່ມາຖືກສັດທີ່ສ່ຽງກັດ ຫຼື ຂ່ວນ ກໍຍັງຈຳເປັນຕ້ອງໄປພົບແພດ ເພື່ອໃຫ້ແພດປະເມີນ ແລະ ສັກວັກຊີນກະຕຸ້ນຕາມຄວາມເໝາະສົມທຸກຄັ້ງ.





