ວັນອັງຄານ ທີ 10 ພະຈິກ 2026ອັບເດດລ່າສຸດ 19:05ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເປີດແລ່ນຂະບວນລົດໄຟຖ້ຽວເຊົ້າ ຄັ້ງທຳອິດ ບໍ່ເຕ່ນ-ນະຄອນຫລວງວຽງຈັນ

ໂດຍ kaling
· 1 ເດືອນ ກ່ອນອ່ານ 2 ນາທີ101 ຄັ້ງ
ເປີດແລ່ນຂະບວນລົດໄຟຖ້ຽວເຊົ້າ ຄັ້ງທຳອິດ ບໍ່ເຕ່ນ-ນະຄອນຫລວງວຽງຈັນ
ADadvertisement
ADadvertisement
ADadvertisement

ທາງລົດໄຟ ລາວ-ຈີນ ເປີດແລ່ນຂະບວນລົດໄຟຖ້ຽວເຊົ້າ (C95) ຄັ້ງທຳອິດ ຈາກສະຖານີ ບໍ່ເຕ່ນ-ນະຄອນ ຫລວງວຽງຈັນ ຢ່າງເປັນທາງການ ໃນວັນທີ 28 ກັນຍາ 2026 ນີ້.

ຂະບວນລົດໄຟຖ້ຽວ C95 ຈະອອກເດີນທາງຈາກສະຖາ ນີບໍ່ເຕັ່ນໃນເວລາ 08:00 ໂມງ ແລະ ຮອດສະຖານີນະຄອນຫລວງວຽງຈັນໃນເວລາ 11:47 ໂມງ, ຫລັງຈາກນັ້ນຂະບວນລົດໄຟຖ້ຽວ C96 ຈະອອກເດີນທາງກັບຄືນຈາກສະຖານີນະຄອນຫລວງວຽງຈັນເວລາ 14:05 ໂມງ ແລະ ຮອດສະຖານີບໍ່ເຕ່ນ ໃນເວລາ 18:32 ໂມງ ຂອງມື້ດຽວກັນ. ຂະບວນລົດໄຟຖ້ຽວນີ້, ຈະອຳນວຍຄວາມສະດວກຢ່າງຫລວງຫລາຍໃຫ້ແກ່ປະຊາຊົນທາງແຂວງພາກເໜືອຂອງລາວ ໃນການເດີນທາງໄປມາປະຈຳ, ເດີນທາງດ້ານທຸລະກິດ ຫລື ຢ້ຽມຢາມພີ່ນ້ອງ ແລະ ອື່ນໆ ຊຶ່ງປະຊາຊົນແຂວງພາກເໜືອສາມາດນັ່ງລົດໄຟໄປ-ກັບນະຄອນຫລວງວຽງຈັນ ແລະ ບໍ່ເຕ່ນພາຍໃນມື້ດຽວໄດ້.

ເປີດແລ່ນຂະບວນລົດໄຟຖ້ຽວເຊົ້າ ຄັ້ງທຳອິດ ບໍ່ເຕ່ນ-ນະຄອນຫລວງວຽງຈັນ

ຂະບວນລົດໄຟຖ້ຽວໄປກັບ C95/C96 ຈະເປີດແລ່ນທຸກວັນສຸກ, ວັນເສົາ, ວັນອາທິດ ແລະ ວັນຈັນ. ຂະບວນລົດໄຟຖ້ຽວນີ້ຈະຈອດ 6 ສະຖານີຄື: ສະຖານີບໍ່ເຕ່ນ, ສະຖານີນາເຕີຍ, ສະຖານີເມືອງໄຊ, ສະຖານີຫລວງພະບາງ, ສະຖານີວັງວຽງ ແລະ ນະຄອນຫລວງວຽງຈັນ.

ເປີດແລ່ນຂະບວນລົດໄຟຖ້ຽວເຊົ້າ ຄັ້ງທຳອິດ ບໍ່ເຕ່ນ-ນະຄອນຫລວງວຽງຈັນ · ຮູບທີ 2

ການເປີດແລ່ນຂະບວນລົດໄຟຖ້ຽວ C95/C96 ຈະຊ່ວຍຍົກລະດັບເຄືອຂ່າຍການຂົນສົ່ງຜູ້ໂດຍສານຂອງທາງລົດໄຟ ລາວ-ຈີນ ໃຫ້ສົມບູນແບບຍິ່ງຂຶ້ນ, ພ້ອມທັງອຳນວຍຄວາມສະດວກໃຫ້ປະຊາຊົນລາວບັນດາເຜົ່າໃນການເລືອກເວລາເດີນທາງທີ່ຫລາຍຂຶ້ນ, ຊ່ວຍສົ່ງເສີມການພັດທະນາອຸດສາຫະກຳການທ່ອງທ່ຽວຕາມແລວທາງລົດໄຟ ລາວ-ຈີນ, ຊຸກຍູ້ການກໍ່ສ້າງໂຄງການເສດຖະກິດລະຫວ່າງ ລາວ-ຈີນ ແລະ ເປັນການຮ່ວມມືກັນສ້າງໂຄງການຂອງ “ໜຶ່ງແລວ ໜຶ່ງເສັ້ນທາງ” ໃຫ້ມີລະບົບພື້ນຖານການຂົນສົ່ງທີ່ໝັ້ນຄົງຍິ່ງຂຶ້ນ. ເພື່ອເຮັດໃຫ້ການເປີດດຳເນີນງານຂະບວນລົດຖ້ຽວ C95/C96 ດຳເນີນໄປຢ່າງໂລ່ງລ່ຽນ, ບໍລິສັດທາງລົດໄຟ ລາວ-ຈີນ ໄດ້ກຽມພ້ອມປະສານງານດ້ານການຂົນສົ່ງ, ປັບປຸງ ແລະ ຈັດຕັ້ງການຂົນສົ່ງໃຫ້ດີຂຶ້ນ, ພ້ອມທັງເນັ້ນໜັກໃນການຖືເອົາຄວາມປອດໄພເປັນຫລັກ, ການເບິ່ງແຍງຜູ້ໂດຍສານຂຶ້ນລົງລົດໄຟ ແລະ ອື່ນໆ.

ເປີດແລ່ນຂະບວນລົດໄຟຖ້ຽວເຊົ້າ ຄັ້ງທຳອິດ ບໍ່ເຕ່ນ-ນະຄອນຫລວງວຽງຈັນ · ຮູບທີ 3

ການເປີດດຳເນີນງານດັ່ງກ່າວ, ແມ່ນການຈັດຕັ້ງປະຕິບັດຂໍ້ຕົກລົງຮ່ວມຂອງຜູ້ນຳສອງປະເທດ ລາວ-ຈີນ, ຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ຊຶ່ງໄດ້ປ່ຽນມິດຕະພາບລະຫວ່າງສອງຊາດລາວ-ຈີນ ຈາກຄວາມໄວ້ເນື້ອເຊື່ອໃຈລະຫວ່າງຜູ້ນຳຂັ້ນສູງໃຫ້ກາຍເປັນຜົນປະໂຫຍດຮ່ວມກັນທີ່ປະຊາຊົນບັນດາເຜົ່າສາມາດຈັບຕ້ອງໄດ້.

ຂ່າວ-ພາບ: ທະນູທອງ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 101 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອັງຄານ 10 ພະຈິກ 2026 · ຂຶ້ນ 1 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່