ວັນອັງຄານ ທີ 10 ພະຈິກ 2026ອັບເດດລ່າສຸດ 19:05ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເຈົ້າໜ້າທີ່ລົງຕິດຕາມຊີ້ນໍາ ປ່ຽນທິດທາງການສັນຈອນ ຖະໜົນປາງຄໍາ (ເສັ້ນທາງໜ້າ ສໍານັກງານໃຫຍ່ ທະນາຄານການຄ້າ ຕ່າງປະເທດລາວ ມະຫາຊົນ)

ໂດຍ Jenjila
· 4 ອາທິດ ກ່ອນອ່ານ 2 ນາທີ33 ຄັ້ງ
ເຈົ້າໜ້າທີ່ລົງຕິດຕາມຊີ້ນໍາ ປ່ຽນທິດທາງການສັນຈອນ ຖະໜົນປາງຄໍາ (ເສັ້ນທາງໜ້າ ສໍານັກງານໃຫຍ່ ທະນາຄານການຄ້າ ຕ່າງປະເທດລາວ ມະຫາຊົນ)
ADadvertisement
ADadvertisement
ADadvertisement

ໃນວັນທີ 12 ຕຸລາ 2026 ພະແນກ ໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ ສົມທົບພະແນກຕໍາຫຼວດຈາລະຈອນ ນະຄອນຫຼວງວຽງຈັນ ໄດ້ລົງຕິດຕາມ ແລະ ຊຸກຍູ້ ການປ່ຽນທິດການສັນຈອນ ຖະໜົນປາງຄໍາ ບ້ານຊຽງຍືນ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ (ເສັ້ນທາງໜ້າ ສໍານັກງານໃຫຍ່ ທະນາຄານການຄ້າ ຕ່າງປະເທດລາວ ມະຫາຊົນ) ແຄມຂອງ

ທ່ານ ລໍ້າຄ່າ ໄຊຍະສານ ຫົວໜ້າຂະແໜງຂົນສົ່ງ ພະແນກ ຍທຂ ນວ ໄດ້ກ່າວວ່າ: ຕາມມະຕິກອງປະຊຸມໃຫຍ່ ອົງການປົກຄອງນະຄອນຫຼວງຄັ້ງທີ 5 ເພື່ອໃຫ້ທິດທາງການສັນຈອນມີຄວາມໂລ່ງລ່ຽນ ເລີ່ມແຕ່ວັນທີ 12 ຕຸລາ 2026 ການປັບປ່ຽນທິດທາງການສັນຈອນ ຂອງ ຖະໜົນປາງຄໍາ ຄືນໃໝ່ ເຊິ່ງມີລາຍລະອຽດ ດັ່ງນີ້:

ເຈົ້າໜ້າທີ່ລົງຕິດຕາມຊີ້ນໍາ ປ່ຽນທິດທາງການສັນຈອນ ຖະໜົນປາງຄໍາ (ເສັ້ນທາງໜ້າ ສໍານັກງານໃຫຍ່ ທະນາຄານການຄ້າ ຕ່າງປະເທດລາວ ມະຫາຊົນ)

– ທິດທາງເດີມ: ໄລຍະຜ່ານມາ ການສັນຈອນຢູ່ ຖະໜົນປາງຄໍາ ແມ່ນໄດ້ກຳນົດເປັນການສັນຈອນທິດ ທາງດຽວ (One-Way) ມີທິດທາງເຂົ້າເບື້ອງ ຖະໜົນເຈົ້າຟ້າງຸ່ມ (ເບື້ອງທະນາຄານການຄ້າຕ່າງປະເທດ ລາວ ມະຫາຊົນ) ແລ້ວອອກເບື້ອງ ຖະໜົນເສດຖາທິລາດ (ເບື້ອງສວນນໍ້າພຸ);

– ປັບປ່ຽນທິດທາງໃໝ່: ປັດຈຸບັນ ກຳນົດເປັນການສັນຈອນທິດທາງດຽວ (One-Way) ແບບເດີມ ແຕ່ປ່ຽນເບື້ອງ ເຂົ້າ-ອອກ ໃໝ່ ຄື: ໃຫ້ເຂົ້າເບື້ອງ ຖະໜົນເສດຖາທິລາດ (ເບື້ອງສວນນໍ້າພຸ) ແລ້ວອອກ ເບື້ອງ ຖະໜົນເຈົ້າຟ້າງຸ່ມ (ເບື້ອງທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ).

ກ່ອນຈະມີການຈັດຕັ້ງປະຕິບັດ ໄດ້ແມ່ນໄດ້ປັບປຸງເຄື່ອງໝາຍຈາລະຈອນ ໜ້າທາງ ແລະ ປ້າຍຈາລະຈອນ ເພື່ອໃຫ້ຜູ້ໃຊ້ລົດໃຊ້ຖະນົນຮັບຮູ້ ເພື່ອໃຫ້ຖະນົນມີຄວາມໂລ່ງລ່ຽນ ຫຼຸດຜ່ອນການເກີດອຸບັດຕິເຫດ.

ເຈົ້າໜ້າທີ່ລົງຕິດຕາມຊີ້ນໍາ ປ່ຽນທິດທາງການສັນຈອນ ຖະໜົນປາງຄໍາ (ເສັ້ນທາງໜ້າ ສໍານັກງານໃຫຍ່ ທະນາຄານການຄ້າ ຕ່າງປະເທດລາວ ມະຫາຊົນ) · ຮູບທີ 2

ທ່ານ ພັນໂທ ຄໍາພອນ ຫຼວງດີ ຮອງຫົວໜ້າພະແນກ ຕໍາຫຼວດຈະລາຈອນ ນວ ກ່າວວ່າ: ອີງຕາມແຈ້ງການ ເລກທີ 8995 / ຍທຂ.ນວ ລົງວັນທີ 9 ກັນຍາ 2026 ໃນການປັບປ່ຽນທິດທາງການສັນຈອນ ຮຽກຮ້ອງຜູ້ໃຊ້ ລົດ ໃຊ້ຖະໜົນ ເອົາໃຈໃສ່ຕິດຕາມປ້າຍຈາລະຈອນທີ່ຢູ່ເບື້ອງຂວາຂອງຕົນເອງ ປະຕິບັດຕາມປ້າຍຈາລະຈອນ, ປ້າຍຫ້າມ, ປ້າຍແນະນໍາທຸກຄັ້ງ ເພື່ອຄວາມເປັນລະບຽບຮຽບຮ້ອຍ ຫຼີກລ່ຽງການເກີດອຸບັດຕິເຫດ ແລະ ໃນໄລຍະເລີ່ມຕົ້ນຂອງການປັບປ່ຽນການສັນຈອນ ເຈົ້າໜ້າທີ່ ໄດ້ລົງຕິດຕາມໂຄສະນາ, ແນະນໍາ, ຕັກເຕືອນໄລຍໜື່ງ, ຫຼັງຈາກນັ້ນກໍ່ຈະບັງຄັບໃຊ້ກົດໝາຍ ການຈາລະຈອນ ສະນັ້ນ ຝາກເຖິງຜູ້ໃຊ້ລົດໃຊ້ຖະໜົນເຄັ່ງຄັດຕື່ນຕົວຕໍ່ລະບຽບ ກົດໝາຍການຈາລະຈອນ ເພື່ອຄວາມເປັນລະບຽບຈົບງາມ ການສັນຈອນມີຄວາມໂລ່ງລ່ຽນ.

ເຈົ້າໜ້າທີ່ລົງຕິດຕາມຊີ້ນໍາ ປ່ຽນທິດທາງການສັນຈອນ ຖະໜົນປາງຄໍາ (ເສັ້ນທາງໜ້າ ສໍານັກງານໃຫຍ່ ທະນາຄານການຄ້າ ຕ່າງປະເທດລາວ ມະຫາຊົນ) · ຮູບທີ 3
ເຈົ້າໜ້າທີ່ລົງຕິດຕາມຊີ້ນໍາ ປ່ຽນທິດທາງການສັນຈອນ ຖະໜົນປາງຄໍາ (ເສັ້ນທາງໜ້າ ສໍານັກງານໃຫຍ່ ທະນາຄານການຄ້າ ຕ່າງປະເທດລາວ ມະຫາຊົນ) · ຮູບທີ 4
ເຈົ້າໜ້າທີ່ລົງຕິດຕາມຊີ້ນໍາ ປ່ຽນທິດທາງການສັນຈອນ ຖະໜົນປາງຄໍາ (ເສັ້ນທາງໜ້າ ສໍານັກງານໃຫຍ່ ທະນາຄານການຄ້າ ຕ່າງປະເທດລາວ ມະຫາຊົນ) · ຮູບທີ 5
ເຈົ້າໜ້າທີ່ລົງຕິດຕາມຊີ້ນໍາ ປ່ຽນທິດທາງການສັນຈອນ ຖະໜົນປາງຄໍາ (ເສັ້ນທາງໜ້າ ສໍານັກງານໃຫຍ່ ທະນາຄານການຄ້າ ຕ່າງປະເທດລາວ ມະຫາຊົນ) · ຮູບທີ 6
ເຈົ້າໜ້າທີ່ລົງຕິດຕາມຊີ້ນໍາ ປ່ຽນທິດທາງການສັນຈອນ ຖະໜົນປາງຄໍາ (ເສັ້ນທາງໜ້າ ສໍານັກງານໃຫຍ່ ທະນາຄານການຄ້າ ຕ່າງປະເທດລາວ ມະຫາຊົນ) · ຮູບທີ 7
ເຈົ້າໜ້າທີ່ລົງຕິດຕາມຊີ້ນໍາ ປ່ຽນທິດທາງການສັນຈອນ ຖະໜົນປາງຄໍາ (ເສັ້ນທາງໜ້າ ສໍານັກງານໃຫຍ່ ທະນາຄານການຄ້າ ຕ່າງປະເທດລາວ ມະຫາຊົນ) · ຮູບທີ 8

ທີ່ມາ:ລາຍການຂັບຂີ່ປອດໄພ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອັງຄານ 10 ພະຈິກ 2026 · ຂຶ້ນ 1 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່