ວັນອັງຄານ ທີ 10 ພະຈິກ 2026ອັບເດດລ່າສຸດ 19:05ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສສຊ ເຂດ 13 ສະເໜີເລັ່ງແກ້ໄຂເສັ້ນທາງເປ່ເພ ແລະ ບັນຫາຜູ້ມີອາຍຸຕ່ຳກວ່າ 18 ປີ ເຂົ້າໃຊ້ສະຖານບັນເທີງ

ໂດຍ Jenjila
· 1 ເດືອນ ກ່ອນອ່ານ 2 ນາທີ35 ຄັ້ງ
ສສຊ ເຂດ 13 ສະເໜີເລັ່ງແກ້ໄຂເສັ້ນທາງເປ່ເພ ແລະ ບັນຫາຜູ້ມີອາຍຸຕ່ຳກວ່າ 18 ປີ ເຂົ້າໃຊ້ສະຖານບັນເທີງ
ADadvertisement
ADadvertisement
ADadvertisement

ໃນກອງປະຊຸມສະໄໝສາມັນ ເທື່ອທີ 02 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 05 ຕຸລາ 2026 ນີ້, ທ່ານ ສົມບູນ ສີຫານາດ, ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ, ໄດ້ປະກອບຄໍາເຫັນຕໍ່ບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປີ 2026 ພ້ອມທັງ ທິດທາງແຜນການ ປີ 2027 ໂດຍໄດ້ເນັ້ນໃສ່ 2 ປະເດັນສໍາຄັນທີ່ສັງຄົມກໍາລັງໃຫ້ຄວາມສົນໃຈ.

ທ່ານ ສສຊ ໄດ້ຍົກໃຫ້ເຫັນວ່າ: ບັນຫາເສັ້ນທາງເປ່ເພ, ໂດຍສະເພາະໃນຊ່ວງລະດູຝົນ ແລະ ໄລຍະນໍ້າຖ້ວມທີ່ຜ່ານມາ, ໄດ້ກາຍເປັນກະແສວິພາກວິຈານຢ່າງໜັກໜ່ວງໃນສື່ອອນລາຍ. ເສັ້ນທາງຫຼັກ, ເສັ້ນທາງຍຸດທະສາດການຂົນສົ່ງ, ເສັ້ນທາງໄປຫາແຫຼ່ງທ່ອງທ່ຽວ (ເຊັ່ນ: ຫຼວງພະບາງ ແລະ ວັງວຽງ) ຮວມເຖິງເສັ້ນທາງເຂົ້າຫາສະຖານີລົດໄຟໃນຫຼາຍເຂດ ຍັງມີສະພາບເປ່ເພ, ເປັນບວກເປັນຂຸມ ແລະ ເປັນຂີ້ຝຸ່ນ, ເຊິ່ງສົ່ງຜົນກະທົບຕໍ່ພາບລັກການທ່ອງທ່ຽວຂອງປະເທດ.

ສສຊ ເຂດ 13 ສະເໜີເລັ່ງແກ້ໄຂເສັ້ນທາງເປ່ເພ ແລະ ບັນຫາຜູ້ມີອາຍຸຕ່ຳກວ່າ 18 ປີ ເຂົ້າໃຊ້ສະຖານບັນເທີງ

ດັ່ງນັ້ນ, ທ່ານ ຈຶ່ງໄດ້ສະເໜີໃຫ້ລັດຖະບານ ພິຈາລະນາຈັດສັນ “ງົບປະມານພິເສດ” ທີ່ສາມາດເບີກຈ່າຍໄດ້ຕາມກໍານົດເວລາແທ້ໆ ເພື່ອຟື້ນຟູເສັ້ນທາງຍຸດທະສາດ ແລະ ທາງເຂົ້າສະຖານີລົດໄຟໃຫ້ມີຄວາມສວຍງາມ. ພ້ອມທັງ ເນັ້ນໃຫ້ມີການປະມູນກໍ່ສ້າງຢ່າງໂປ່ງໃສ ແລະ ກໍານົດລາຄາທີ່ສອດຄ່ອງເໝາະສົມ ເພື່ອບໍ່ໃຫ້ລັດຖະບານຕ້ອງເສຍຜົນປະໂຫຍດ.

ໃນຂົງເຂດວັດທະນະທໍາ-ສັງຄົມ, ທ່ານ ສົມບູນ ສີຫານາດ ໄດ້ສະແດງຄວາມເປັນຫ່ວງເປັນໄຍຕໍ່ອະນາຄົດຂອງເຍົາວະຊົນ ແລະ ຄົນຮຸ່ນໃໝ່. ຈາກການລົງຕິດຕາມຕົວຈິງ ພົບວ່າ ມີເດັກນ້ອຍ ແລະ ເຍົາວະຊົນ ທີ່ມີອາຍຸຫຼຸດ 18 ປີ ເຂົ້າໃຊ້ບໍລິການໃນສະຖານບັນເທີງ, ເທັກ, ບາ ຫຼາຍກວ່າ 50%. ທ່ານ ຈຶ່ງໄດ້ສະເໜີໃຫ້ລັດຖະບານ ແລະ ບັນດາກະຊວງ-ຂະແໜງການທີ່ກ່ຽວຂ້ອງ ເພີ່ມທະວີການຕິດຕາມກວດກາສະຖານບັນເທີງຕ່າງໆ ຢ່າງເຂັ້ມງວດ, ໂດຍໃຫ້ຖອດຖອນບົດຮຽນຈາກປະເທດເພື່ອນບ້ານ ທີ່ມີການກວດບັດປະຈໍາຕົວຢ່າງຈິງຈັງ ແລະ ຈໍາກັດອາຍຸຜູ້ເຂົ້າໃຊ້ບໍລິການຢ່າງເຂັ້ມງວດ (18-20 ປີຂຶ້ນໄປ) ເພື່ອປົກປ້ອງເຍົາວະຊົນ ເຊິ່ງເປັນໜໍ່ແໜງ ແລະ ຜູ້ສືບທອດອະນາຄົດຂອງຊາດ.

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ມື້ນີ້ · ຂໍ້ມູນສົດ ວັນອັງຄານ 10 ພະຈິກ 2026 · ຂຶ້ນ 1 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່