MAHAXAN.COM

ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ທັບນັກກິລາເພາະກາຍລາວ ຊຸດສ້າງຜົນງານລື່່ນຄາດໝາຍ ຄວ້າ 3 ຫຼຽນຄຳ ຊີງແຊ້ມອາຊີ ຄັ້ງທີ 58 ກັບເຖິງລາວ ພ້ອມຖືກຕ້ອນຮັບຢ່າງສົມກຽດ

ທັບນັກກິລາເພາະກາຍລາວ ຊຸດສ້າງຜົນງານລື່່ນຄາດໝາຍ ຄວ້າ 3 ຫຼຽນຄຳ ຊີງແຊ້ມອາຊີ ຄັ້ງທີ 58 ກັບເຖິງລາວ ພ້ອມຖືກຕ້ອນຮັບຢ່າງສົມກຽດ

Jenjila
ເຜີຍແຜ່: 1 ຕຸລາ 2026, 16:21
ປັບປຸງຫຼ້າສຸດ: 1 ຕຸລາ 2026, 16:21
Jen - Mahasan Post (50)

ທັບນັກກິລາເພາະກາຍທີມຊາດລາວ ທີ່ສາມາດສ້າງຜົນງານໄດ້ໂດດເດັນ ລື່ນຄາດໝາຍ ຄວ້າ 3 ຫຼຽນຄໍາ ແລະ 3 ຫຼຽນເງິນ ໃນການແຂ່ງຂັນເພາະກາຍ ຊີງແຊ້ມອາຊີ ຄັ້ງທີ 58 (58th Asia Bodybuilding and Physique Sports Championship) ລະຫວ່າງ ວັນທີ 22-28 ກັນຍາ 2026 ທີ່ນະຄອນຫຼວງ ບາງກອກ ປະເທດໄທ ໄດ້ເດີນທາງກັບເຖິງສປປ ລາວ ເປັນທີ່ຮຽບຮ້ອຍ ດ້ວຍຄວາມສະຫວັດດີພາບແລ້ວ ພ້ອມຖືກຕ້ອນຮັບຢ່າງສົມກຽດ.

ຄະນະນັກກິລາຊຸດນີ້ ເດີນທາງມາເຖິງບ້ານເກີດ ສປປ ລາວ ໃນຕອນບ່າຍວັນທີ 30 ກັນຍາ 2026 ທີ່ສະໜາມບິນສາກົນວັດໄຕ ນຳໂດຍ ທ່ານ ຄຳພະໄພວັນ ວົງໄຊ ຮອງປະທານ-ເລຂາທິການສະຫະພັນເພາະກາຍແຫ່ງຊາດລາວ ໃຫ້ກຽດຕ້ອນຮັບໂດຍ ທ່ານ ນາງ ພຸດສະຫວາດ ວົງພະຈັນ ຮອງຫົວໜ້າຫ້ອງການ ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ທ່ານ ບຸນມາ ທຳມະວົງ ຮອງຫົວໜ້າກົມກິລາລະດັບສູງ ພ້ອມດ້ວຍຄະນະບໍລິຫານງານສະຫະພັນເພາະກາຍແຫ່ງຊາດລາວ, ຍາດພີ່ນ້ອງ ແລະ ຊາວລາວ ກໍຄື ຊາວນະຄອນຫຼວງວຽງຈັນ ຕະຫຼອດຮອດສື່ມວນຊົນເຂົ້າຮ່ວມ.

ທ່ານ ຄຳພະໄພວັນ ວົງໄຊ ໃຫ້ສຳພາດວ່າ: ງານຄັ້ງນີ້ ມີນັກກິລາເພາະກາຍຈາກ 44 ຊາດ ໃນຂົງເຂດທະວີບອາຊີ ເຂົ້າຮ່ວມແຂ່ງຂັນ ສະເພາະສປປ ລາວ ກໍຄື ສະຫະພັນກິລາເພາະກາຍແຫ່ງຊາດລາວ ສົ່ງນັກກິລາເຂົ້າຮ່ວມ 7 ຄົນ ສາມາດສ້າງຜົນງານໄດ້ລື່ນຄາດໝາຍ ຍາດໄດ້ 3 ຫຼຽນຄໍາ ແລະ 3 ຫຼຽນເງິນ ສຳລັບ 3 ຫຼຽນຄໍາ ໄດ້ຈາກ: ນາງ ສົມມະນິນ ພານຸສິດ ຄວາມສູງບໍ່ເກີນ 165 ຊັງຕີແມັດຍິງ, ນາງ ເພັດສະລາ ວັນນະສານ ລາຍການ ຍິງຫຸ່ນງາມ ຄວາມສູງບໍ່ເກີນ 155 ຊັງຕິແມັດຍິງ ແລະ ນາງ ຈິນຕະນາ ຄຳບຸນເຮືອງ ໃນລາຍການ ຍິງຫຸ່ນງາມ ຄວາມສູງບໍ່ເກີນ 165 ຊັງຕິແມັດຍິງ

ສ່ວນ 3 ຫຼຽນເງິນ ໄດ້ຈາກ ນາງ ສົມມະນິນ ພານຸສິດ ອາຍຸເກີນ 35 ປີຂຶ້ນໄປ (ບໍ່ຈຳກັດນ້ຳໜັກ ແລະ ຄວາມສູງ), ນາງ ເພັດສະລາ ວັນນະສານ ລາຍການ Model Physique ຮູບຮ່າງແຂງແກ່ນສວຍງາມ ສວມຊຸດລອຍນ້ຳ ຄວາມສູງບໍ່ເກີນ 165 ຊັງຕີແມັດຍິງ ແລະ ນາງ ຈິນຕະນາ ຄຳບຸນເຮືອງ ໃນລາຍການ ຍິງຫຸ່ນງາມ ອາຍຸເກີນ 35 ປີຂຶ້ນໄປ (ບໍ່ຈຳກັດລວງສູງ) ແລະ 1 ຫຼຽນທອງ ໄດ້ຈາກທ້າວ ສິນປະເສີດ ວົງພັນ ລົງແຂ່ງຂັນລາຍການ ຊາຍຫຸ່ນງາມ ຄວາມສູງບໍ່ເກີນ 170 ຊັງຕິແມັດ ໄດ້ອັນດັບ 4 ຂອງອາຊີ.

ທ່ານຮອງປະທານ-ເລຂາທິການ ບອກຕື່ມອີກວ່າ: ສຳລັບການກຽມຄວາມພ້ອມການເປັນເຈົ້າພາບ ຈັດງານຊີແຊ້ມໂລກ ມາຮອດປັດຈຸບັນ ສປປ ລາວ ໄດ້ມີຄວາມພ້ອມຈັດການແຂ່ງຂັນລາຍການດັ່ງກ່າວ ຢ່າງເຕັມຮ້ອຍເປີເຊັນແລ້ວ ຊຶ່ງພວກເຮົາໄດ້ກຽມຈະສົ່ງນັກກິລາເຂົ້ສຮ່ວມແຂ່ງຂັນທັງໝົດ 30 ກວ່າຄົນ ຮຽກຮ້ອງມາຍັງບັນດາພໍ່ແມ່ປະຊາຊົນຊາວລາວທຸກທ່ານ ຮ່ວມສົ່ງກຳລັງໃຈມາເຊຍພວກເຮົາດ້ວຍ.

ພາບ-ຂ່າວ ໂດຍ ສົງການ ພັນແພງດີ

ໂຄສະນາ
Sample ad inarticle
Sample ad inarticle
ແບ່ງປັນ:
‹ ກັບໄປໝວດກິລາ

ຂ່າວທີ່ກ່ຽວຂ້ອງ