
ໄຊຍະບູລີ ກຽມຜ່ອນຜັນມາດຕະການຄວບຄຸມ ເຝົ້າລະວັງ ການແຜ່ລະບາດຂອງພະຍາດອະຫິວາໝູອາຟຣິກາ
K
ໂດຍ kaling
· 4 ອາທິດ ກ່ອນອ່ານ 1 ນາທີ57 ຄັ້ງ
ຟັງຂ່າວນີ້1 ນາທີ · ສຽງ AI ຜູ້ຊາຍ
0:00 / 0:58

ໃນຕອນເຊົ້າວັນທີ 7 ຕຸລາ 2026 ນີ້ ທາງ
ເມືອງໄຊຍະບູລີ ແຂວງໄຊຍະບູລີ ນຳພາໂດຍ ທ່ານ ສົມຈິດ ຮັງເຊັງຊົວ ຮອງປະທານຄະນະກຳມະການປົກຄອງເມືອງ ແລະ ຄະນະສະເພາະກິດຄວບຄຸມ ເຝົ້າລະວັງ ການແຜ່ລະບາດຂອງພະຍາດອະຫິວາໝູອາຟຣິກາ ແລະ ສະມາຄົມຂ້າສັດເມືອງໄຊຍະບູລີ ລົງສີດພົ່ນຢາຂ້າເຊື້ອ ເພື່ອກະກຽມຜ່ອນຜັນມາດຕະການຄວບຄຸມ ເຝົ້າລະວັງການແຜ່ລະບາດ ຂອງພະຍາດອະຫິວາໝູອາຟຣິກາ ໃນວັນທີ 7 ຕຸລາ 2026 ຜ່ານມາ ຢູ່ຕະຫລາດພາຍໃນເມືອງຄື: ຕະຫລາດຮາວຮຸ້ນລາວ, ຕະຫລາດວິໄລຫົງ, ຕະຫລາດບ້ານລ້ອງປໍ ແລະ ໂຮງງານຂ້າສັດແຫ່ງຕ່າງໆພາຍໃນເມືອງ.

ທັງນີ້ກໍເພື່ອເປັນການສືບຕໍ່ຄວບຄຸມເຝົ້າລະວັງ ການລະບາດຂອງພະຍາດອະຫິວາໝູອາຟຣິກາ ບໍ່ໃຫ້ກະຈາຍໄປສູ່ວົງກວ້າງ.
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານແລ້ວ 57 ຄັ້ງແບ່ງປັນແລ້ວ 0 ຄັ້ງຖືກໃຈ 0 ຄັ້ງ
mahaxan.com/18242
‹ ກັບໄປໝວດຂ່າວພາຍໃນ
ອ່ານຕໍ່




ຫາລືການນຳໃຊ້ກົດໝາຍ ແລະ ແກ້ໄຂຄຳຮ້ອງຂໍຄວາມເປັນທຳ
12 ຊົ່ວໂມງກ່ອນ


