ວັນອັງຄານ ທີ 10 ພະຈິກ 2026ອັບເດດລ່າສຸດ 19:05ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ປະຫວັດຫຍໍ້ ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ຄົນທີ 10 ແຫ່ງ ສປປ ລາວ (ລັດຖະບານຊຸດທີ X )

ໂດຍ Jenjila
· 1 ເດືອນ ກ່ອນອ່ານ 1 ນາທີ130 ຄັ້ງ
ປະຫວັດຫຍໍ້ ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ຄົນທີ 10 ແຫ່ງ ສປປ ລາວ (ລັດຖະບານຊຸດທີ X )
ADadvertisement
ADadvertisement
ADadvertisement

ທ່ານ ສະເຫລີມໄຊ ກົມມະສິດ, ເກີດເມື່ອວັນທີ 31 ຕຸລາ 1968 ທີ່ແຂວງຫົວພັນ, ສປປ ລາວ.

ປະຫວັດຫຍໍ້ ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ຄົນທີ 10 ແຫ່ງ ສປປ ລາວ (ລັດຖະບານຊຸດທີ X )

ປະຫວັດການສຶກສາ:

– 1986-1992: ປະລິນຍາໂທ (ວິຊາພົວພັນສາກົນ) ມະຫາວິທະຍາໄລພົວພັນສາກົນມົດສະກູ, ປະເທດ ຣັດເຊຍ.

– 1996-1997: ປະລິນຍາໂທ (ວິຊາການຄົ້ນຄວ້າສາກົນ ແລະ ການພັດທະນາ) ມະຫາວິທະຍາໄລ ໂມນາສ, ເມວເບີນ, ປະເທດ ອົດສະຕຣາລີ.

– ພາສາຕ່າງປະເທດທີ່ສາມາດສື່ສານໄດ້: ພາສາອັງກິດ, ຣັດເຊຍ ແລະ ຝຣັ່ງ.

ປະສົບການ:

– 1992-1994: ວິຊາການຮັບຜິດຊອບປະເທດອົດສະຕຣາລີ, ກົມ II, ກະຊວງການຕ່າງປະເທດ.

– 1994-1996: ວິຊາການຮັບຜິດຊອບປະເທດສະຫະລັດອາເມລິກາ, ກົມເອີຣົບ ແລະ ອາເມລິກາ, ກະຊວງການຕ່າງປະເທດ.

– 1998-2000: ຮອງຫົວໜ້າພະແນກເອີຣົບຕາເວັນຕົກ, ກົມເອີຣົບ ແລະ ອາເມລິກາ, ກະຊວງການຕ່າງປະເທດ.

– 2000-2003: ເລຂານຸການໂທ, ສຳນັກງານຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳອົງການສະຫະປະຊາຊາດ ທີ່ນິວຢອກ, ສະຫະລັດອາເມລິກາ.

– 2003-2004: ຫົວໜ້າພະແນກອົງການສະຫະປະຊາຊາດ, ກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ.

– 2004-2007: ຮອງຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ.

– 2007-2011: ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ.

– 2011-2012: ຜູ້ຊ່ວຍລັດຖະມົນຕີວ່າການກະຊວງການຕ່າງປະເທດ.

– 2012-2013: ຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ປະຈຳ ອົງການສະຫະປະຊາຊາດ ທີ່ນິວຢອກ, ສະຫະລັດ ອາເມລິກາ.

– 02/2014 – 04/2016: ຮອງລັດຖະມົນຕີວ່າການກະຊວງການຕ່າງປະເທດ.

– 04/2016 – 06/2022: ລັດຖະມົນຕີກະຊວງການຕ່າງປະເທດ.

– 20/06/2022 – 04/10/2024: ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ

– 17/11/2024-04/10/2026 ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ

– 05/10/2026: ດໍາລົງຕໍາແໜ່ງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 130 ຄັ້ງ
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອັງຄານ 10 ພະຈິກ 2026 · ຂຶ້ນ 1 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່