ວັນອັງຄານ ທີ 10 ພະຈິກ 2026ອັບເດດລ່າສຸດ 19:05ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ດິນເຈື່ອນ-ນ້ຳໄຫລຊຸ ຢູ່ 3 ອຸໂມງ ຂອງບໍລິສັດ ພູຊ້າງ ມາຍນິ່ງ ຈຳກັດ ບໍ່ມີມູນຄວາມຈິງ

ໂດຍ kaling
· 4 ອາທິດ ກ່ອນອ່ານ 2 ນາທີ33 ຄັ້ງ
ດິນເຈື່ອນ-ນ້ຳໄຫລຊຸ ຢູ່ 3 ອຸໂມງ ຂອງບໍລິສັດ ພູຊ້າງ ມາຍນິ່ງ ຈຳກັດ ບໍ່ມີມູນຄວາມຈິງ
ADadvertisement
ADadvertisement
ADadvertisement

ທ່ານ ພາທໍ່ ຕົ່ງເຢີທໍ່ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງໄຊສົມບູນ ພ້ອມດ້ວຍຄະນະສະເພາະກິດຕິດຕາມ ແລະ ຄຸ້ມຄອງແຮ່ທາດຂັ້ນແຂວງ ລົງເຄື່ອນໄຫວກວດກາເບິ່ງຄວາມເປັນລະບຽບຮຽບຮ້ອຍ ຢູ່ບໍລິສັດ ໄທຊານ ມາຍນິ່ງ ຈຳກັດ ໃນວັນທີ 11 ຕຸລາ 2026, ຊຶ່ງປັດຈຸບັນໄດ້ປ່ຽນຊື່ເປັນ ບໍລິສັດ ພູຊ້າງ ມາຍນິ່ງ ຈຳກັດ ຢູ່ເຂດເມືອງອະນຸວົງ ແລະ ເມືອງລ້ອງແຈ້ງ ແຂວງໄຊສົມບູນ. ໃຫ້ການຕ້ອນຮັບ ໂດຍ ທ່ານ ສວີ ລີ້ມິງ (ຫລື ຊູ ລີ້ມິງ) ຜູ້ອຳນວຍການບໍລິສັດ ພູຊ້າງ ມາຍນິ່ງ ຈຳກັດ ພ້ອມດ້ວຍພະນັກງານ ຂອງບໍລິສັດດັ່ງກ່າວ.

ດິນເຈື່ອນ-ນ້ຳໄຫລຊຸ ຢູ່ 3 ອຸໂມງ ຂອງບໍລິສັດ ພູຊ້າງ ມາຍນິ່ງ ຈຳກັດ ບໍ່ມີມູນຄວາມຈິງ

ຈຸດປະສົງຂອງການລົງກວດກາຄັ້ງນີ້, ກໍສືບເນື່ອງມາຈາກ ໃນວັນທີ 9 ຕຸລາ 2026 ຜ່ານມາ ໄດ້ມີສື່ສັງຄົມອອນລາຍ (ເພຈ “ແບ່ງປັນຄວາມຮູ້ ລົດລາກ”) ໄດ້ເຜີຍແຜ່ຂໍ້ມູນ-ວິດີໂອ ບິດເບືອນຄວາມຈິງ ຊຶ່ງອ້າງວ່າເກີດເຫດການນ້ຳໄຫລຊຸອອກຈາກອຸໂມງ ເຮັດໃຫ້ເຄື່ອງຈັກຖືກນ້ຳໄຫລ ແລະ ເກີດດິນເຊາະເຈື່ອນ ຢູ່ພື້ນທີ່ຂຸດຄົ້ນຄຳຂອງບໍລິສັດດັ່ງກ່າວ. ຜົນການກວດກາຕົວຈິງຢູ່ພື້ນທີ່ ແລະ ເຂົ້າຕິດຕາມທັງໝົດ 3 ອຸໂມງ ຂອງບໍລິສັດ ໂດຍທິມງານຄະນະສະເພາະກິດຂັ້ນແຂວງ ພົບວ່າ: ບໍ່ມີມູນຄວາມຈິງ, ຊຶ່ງທັງ 3 ອຸໂມງ ແລະ ພື້ນທີ່ອ້ອມຂ້າງ ບໍ່ມີເຫດການດິນເຊາະເຈື່ອນ, ນ້ຳໄຫລຊຸ ຫລື ເຫດການສຸກເສີນໃດໆເກີດຂຶ້ນ ຕາມທີ່ສື່ສັງຄົມອອນລາຍໄດ້ປ່ອຍຂ່າວ. ຂໍ້ມູນ, ຮູບພາບ ແລະ ວິດີໂອ ທີ່ຖືກເຜີຍແຜ່ໃນເພຈດັ່ງກ່າວ ແມ່ນຂໍ້ມູນບິດເບືອນ ແລະ ບໍ່ມີມູນຄວາມຈິງແຕ່ຢ່າງໃດ. ພ້ອມນີ້ ບໍລິສັດ ພູຊ້າງ ມາຍນິ່ງ ຈໍາກັດ ຍັງດໍາເນີນກິດຈະການເປັນປົກກະຕິ ແລະ ຕໍ່ເນື່ອງ.

ດິນເຈື່ອນ-ນ້ຳໄຫລຊຸ ຢູ່ 3 ອຸໂມງ ຂອງບໍລິສັດ ພູຊ້າງ ມາຍນິ່ງ ຈຳກັດ ບໍ່ມີມູນຄວາມຈິງ · ຮູບທີ 2

ໂອກາດນີ້, ທີມງານຄະນະສະເພາະກິດຂັ້ນແຂວງ ຍັງຊີ້ນໍາໃຫ້ບໍລິສັດເອົາໃຈປະຕິບັດໃຫ້ຖືກຕາມເຕັກນິກ, ເອົາໃຈໃສ່ໃນການຈັດຕັ້ງປະຕິບັດແຜນຄຸ້ມຄອງສິ່ງແວດລ້ອມ, ເອົາໃຈໃສ່ປະຕິບັດຕາມສັນຍາສໍາປະທານທີ່ໄດ້ເຊັນກັບອົງການປົກຄອງ ແຂວງໄຊສົມບູນ ໃຫ້ຖືກຕາມລະບຽບການ, ກົດໝາຍທີ່ກ່ຽວຂ້ອງ ແລະ ບໍ່ໃຫ້ສ້າງຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມ ດັ່ງທີ່ Page Facebook (ແບ່ງປັນຄວາມຮູ້ລົດລາກ) ໄດ້ກ່າວຫາແຕ່ປະການໃດ.

ດິນເຈື່ອນ-ນ້ຳໄຫລຊຸ ຢູ່ 3 ອຸໂມງ ຂອງບໍລິສັດ ພູຊ້າງ ມາຍນິ່ງ ຈຳກັດ ບໍ່ມີມູນຄວາມຈິງ · ຮູບທີ 3

ສະນັ້ນ, ຄະນະນໍາຂອງແຂວງ ຈຶ່ງຂໍແຈ້ງ ແລະ ເຕືອນມາຍັງພໍ່ແມ່ປະຊາຊົນ, ພະນັກງານ, ທະຫານ, ຕຳຫລວດ ແລະ ທຸກພາກສ່ວນໃນສັງຄົມ ໃຫ້ມີສະຕິໃນການເສບຂ່າວສານ, ບໍ່ຄວນຫລົງເຊື່ອ ຫລື ແບ່ງປັນຂໍ້ມູນທີ່ບໍ່ມີແຫລ່ງທີ່ມາຊັດເຈນ ເພື່ອຫລີກເວັ້ນການສ້າງຄວາມຕື່ນຕົກໃຈ ແລະ ເຮັດໃຫ້ສັງຄົມເຂົ້າໃຈຜິດ.

ຂ່າວ-ພາບ: ຕູດ ຄໍາພໍໃຈ ທີ່ມາ: ປະເທດລາວ Pathedlao

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອັງຄານ 10 ພະຈິກ 2026 · ຂຶ້ນ 1 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່