ວັນອັງຄານ ທີ 10 ພະຈິກ 2026ອັບເດດລ່າສຸດ 19:05ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເກີດເຫດໄຟໄໝ້ເຮືອ(ກຳປັ່ນ)ບັນທຸກນ້ຳມັນ Aframax Rio ຢູ່ນອກຊາຍຝັ່ງເມືອງໂຊຊີ ປະເທດຣັດເຊຍ

ໂດຍ Jenjila
· 1 ເດືອນ ກ່ອນອ່ານ 1 ນາທີ26 ຄັ້ງ
ເກີດເຫດໄຟໄໝ້ເຮືອ(ກຳປັ່ນ)ບັນທຸກນ້ຳມັນ Aframax Rio ຢູ່ນອກຊາຍຝັ່ງເມືອງໂຊຊີ ປະເທດຣັດເຊຍ
ADadvertisement
ADadvertisement
ADadvertisement

ກະຊວງຄົມມະນາຄົມຣັດເຊຍລະບຸໃນວັນທີ 6 ຕຸລາວ່າ ໜ່ວຍກູ້ໄພຣັດເຊຍໄດ້ເຂົ້າຊ່ວຍເຫຼືອລູກເຮືອ 23 ຄົນຂອງເຮືອບັນທຸກນ້ຳມັນ Aframax Rio ທີ່ຕິດທຸງຊາດໄລບີເລຍ ຫຼັງຈາກເຮືອລຳດັ່ງກ່າວຖືກໂຈມຕີໂດຍເຮືອໄຮ້ຄົນຂັບ ຈົນເກີດໄຟໄໝ້ ຢູ່ບໍລິເວນນອກຊາຍຝັ່ງທະເລດຳຂອງຣັດເຊຍ.

ເກີດເຫດໄຟໄໝ້ເຮືອ(ກຳປັ່ນ)ບັນທຸກນ້ຳມັນ Aframax Rio ຢູ່ນອກຊາຍຝັ່ງເມືອງໂຊຊີ ປະເທດຣັດເຊຍ

ກະຊວງຄົມມະນາຄົມຣັດເຊຍລະບຸໃນລາຍງານທີ່ເຜີຍແຜ່ຜ່ານ Telegram ວ່າ ລູກເຮືອທັງ 23 ຄົນເປັນຄົນອິນເດຍ ແລະບໍ່ມີຜູ້ໃດໄດ້ຮັບບາດເຈັບຈາກເຫດການ. ເຈົ້າໜ້າທີ່ດັບເພີງມີອຸປະກອນ ແລະ ກຳລັງພຽງພໍສຳລັບຄວບຄຸມໄຟ ຫຼັງຈາກຄວາມຮຸນແຮງຂອງແປວໄຟຫຼຸດລົງ.

ກ່ອນໜ້ານີ້ ເຈົ້າໜ້າທີ່ທ້ອງຖິ່ນໃນເຂດປົກຄອງ ຊີເຣຍສ (Sirius) ໄດ້ລາຍງານເຫດໄຟໄໝ້ເທິງເຮືອບັນທຸກນ້ຳມັນລຳດັ່ງກ່າວ ເຮັດໃຫ້ທາງການສັ່ງປິດຫາດຊາຍໃນພື້ນທີ່ ຊຶ່ງຕັ້ງຢູ່ໃນແຄວ້ນຄຣັສໂນດາ ທາງພາກໃຕ້ຂອງຣັດເຊຍ ບໍ່ໃຫ້ປະຊາຊົນເຂົ້າໃຊ້ບໍລິການ.

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ມື້ນີ້ · ຂໍ້ມູນສົດ ວັນອັງຄານ 10 ພະຈິກ 2026 · ຂຶ້ນ 1 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່