
ປະທານວູຊູລາວ ສະໜັບສະໜຸນອັດສີດ ຈຳນວນ 300 ລ້ານກີບ ໃຫ້ນັກກິລາທີ່ສາມາດຄວ້າຫຼຽນຄຳໄດ້ໃນການແຂ່ງຂັນເອຊຽນເກມ 2026
J
ໂດຍ Jenjila
· 2 ເດືອນ ກ່ອນອ່ານ 1 ນາທີ29 ຄັ້ງ
ຟັງຂ່າວນີ້1 ນາທີ · ສຽງ AI ຜູ້ຊາຍ
0:00 / 0:59

ທ່ານ ຄຳໃສ ທອງປະເສີດ ປະທານສະຫະພັນວູຊູແຫ່ງຊາດລາວ ພ້ອມຈະສະໜັບສະໜູນໃຫ້ເງິນໂບນັດຫຼຽນຄຳຈຳນວນ 300 ລ້ານກີບ ສ່ວນຫຼຽນເງິນ 200 ລ້ານກີບ ແລະ ຫຼຽນທອງ 100 ລ້ານກີບ ໃຫ້ແກ່ທັບນັກກິລາວູຊູທີມຊາດລາວ ຜູ້ສ້າງຜົນງານດີເດັ່ນ ສາມາດຍາດໄດ້ຫຼຽນໃດຫຼຽນໜຶ່ງ ໃນງານກິລາເອຊຽນເກມ ຄັ້ງທີ 20 ທີ່ປະເທດຍີ່ປຸນ.

ປັດຈຸບັນທັບວູຊູລາວ ມີລຸ້ນເຂົ້າຊີງຫຼຽນທອງ ເຖີງສອງຄົນ ຈາກການສົ່ງເຂົ້າຮ່ວມທັງໝົດ 4ຄົນ, ໃນນັ້ນ, ກໍມີນາງ ອາລິສາ ໄຊຍະສິດ ທີ່ຫາກໍເອົາຊະນະ ສາວອຸສະເບກິສຖານ ຜ່ານເຂົ້າຮອບຊີງຫຼຽນທອງ ພົບກັບ ສາວກັງຟູຈາກ ສປ ຈີນ ໃນເອຊຽນ ເກມ ຄັ້ງທີ 20 ທີ່ ສປ ຈີນ ໃນວັນທີ 22 ກັນຍາ 2026 ເວລາ 18:00 ໂມງແລງ.

ທີ່ມາ: Lao Sports Media
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ແບ່ງປັນແລ້ວ 0 ຄັ້ງຖືກໃຈ 0 ຄັ້ງ
mahaxan.com/17090
‹ ກັບໄປໝວດກິລາ
ອ່ານຕໍ່







