ວັນອັງຄານ ທີ 10 ພະຈິກ 2026ອັບເດດລ່າສຸດ 19:05ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຜູ້ນຳສູງສຸດອີຣານສະແດງຄວາມເສຍໃຈ ປະກາດລ້າງແຄ້ນໃຫ້ຫົວໜ້າໜ່ວຍຂ່າວກອງທີ່ຖືກອິດສະຣາເອັນສັງຫານ

ໂດຍ kaling
· 7 ເດືອນ ກ່ອນອ່ານ 1 ນາທີ107 ຄັ້ງ
ຜູ້ນຳສູງສຸດອີຣານສະແດງຄວາມເສຍໃຈ ປະກາດລ້າງແຄ້ນໃຫ້ຫົວໜ້າໜ່ວຍຂ່າວກອງທີ່ຖືກອິດສະຣາເອັນສັງຫານ
ADadvertisement
ADadvertisement
ADadvertisement

ຜູ້ນຳສູງສຸດອີຣານໄວ້ອາໄລຫົວໜ້າຂ່າວກອງ IRGC ຢືນຢັນບໍ່ຮັບດີລຢຸດຍິງ ຂະນະທີ່ກອງກຳລັງພິທັກສ໌ການປະຕິວັດອີຣານ ປະກາດຈະຕອບໂຕ້

ວັນທີ 7 ເມສາ 2026 ໂມຈຕາບາ ຄາເມເນອີ ຜູ້ນຳສູງສຸດອີຣານ ໄດ້ສະແດງຄວາມເສຍໃຈຕໍ່ການເສຍຊີວິດຂອງ ພົນຕີ ມາຈິດ ຄາເດມີ ຫົວໜ້າໜ່ວຍຂ່າວກອງຂອງກອງກຳລັງພິທັກສ໌ການປະຕິວັດອີຣານ (IRGC) ຈາກການໂຈມຕີຂອງອິດສະຣາເອັນ. ໃນຖະແຫຼງການທີ່ເຜີຍແຜ່ຜ່ານໂທລະທັດຂອງລັດ ຜູ້ນຳອີຣານໄດ້ກ່າວວ່າ ພົນຕີຄາເດມີໄດ້ເຂົ້າຮ່ວມ ແຖວໜ້າຂອງນັກລົບຜູ້ເສຍສະລະ ສະທ້ອນໃຫ້ເຫັນເຖິງການສູນເສຍຜູ້ນຳລະດັບສູງຂອງອີຣານທີ່ຖືກສັງຫານຈາກການໂຈມຕີຕໍ່ເນື່ອງ.

ບົດລາຍງານລະບຸວ່າ ຜູ້ນຳອີຣານບໍ່ໄດ້ປາກົດໂຕຫຼືກ່າວຕໍ່ສາທາລະນະນັບຕັ້ງແຕ່ຂຶ້ນດຳລົງຕຳແໜ່ງຕໍ່ຈາກບິດາ. ໃນຂະນະດຽວກັນ ສຳນັກຂ່າວ IRNA ຂອງທາງການອີຣານຢືນຢັນວ່າ ອີຣານປະຕິເສດຂໍ້ສະເໜີຢຸດຍິງຫຼ້າສຸດ ແລະ ຍັງຄົງຢືນຢັດຈຸດຢືນຕ້ອງການຢຸດຕິສົງຄາມຢ່າງຖາວອນ.

ທາງດ້ານກອງກຳລັງພິທັກສ໌ການປະຕິວັດອີຣານ ໄດ້ປະກາດຈະຕອບໂຕ້ຫຼັງຈາກຫົວໜ້າໜ່ວຍຂ່າວກອງຂອງອົງກອນ ເສຍຊີວິດຈາກການໂຈມຕີຂອງອິດສະຣາເອັນໃນວັນທີ 7 ເມສາທີ່ຜ່ານມາ. ຖະແຫຼງການຂອງໜ່ວຍຂ່າວກອງລະບຸວ່າ ຝ່າຍທີ່ຢູ່ເບື້ອງຫຼັງການໂຈມຕີຈະຕ້ອງໄດ້ປະເຊີນໜ້າກັບການຕອບໂຕ້ຄັ້ງໃຫຍ່ ພາຍໃຕ້ປະຕິບັດການທີ່ໃຊ້ຊື່ວ່າ “Crushing Revenge” ໂດຍເຕືອນວ່າການຕອບໂຕ້ຈະເກີດຂຶ້ນກັບຜູ້ວາງແຜນ ແລະ ຜູ້ລົງມືກໍ່ເຫດ.

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ອ່ານແລ້ວ 107 ຄັ້ງ
‹ ກັບໄປໝວດທ່ອງທ່ຽວ
ມື້ນີ້ · ຂໍ້ມູນສົດ ວັນອັງຄານ 10 ພະຈິກ 2026 · ຂຶ້ນ 1 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່